ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫລີເໜືອ ປະນາມ ການຊ້ອມລົບຮ່ວມ ລະຫວ່າງສະຫະລັດ ກັບເກົາຫລີໃຕ້ (ສະໄລດ໌ກັບວີດີໂອ)


​ເກົາຫຼີ​ເໜືອ​ໄດ້ສະ​ແດງ​ປະຕິກິລິຍາ​ຕອບ​ຢ່າງ​ໂກດ​ແຄ້ນ​ ຕໍ່​ການຊ້ອມ​ລົບ​ຮ່ວມກັນ ​ລະຫວ່າງ
ທະຫານສະຫະລັດ​ແລະເກົາຫຼີ​ໃຕ້ ທີ່​ໄດ້​ມີ​ຂຶ້ນ​ໃນ​ວັນ​ສຸກ​ແລ້ວ​ນີ້ ແລະ​ ໄດ້ປະນາມການ​ໃຊ້​
ທຸກງຊາດ​ຂອງ​ຕົນ​ ​ເປັນ​ເປົ້າ​ໝາຍ​ໃນ​ການ​ຊ້ອມຍິງນັ້ນ.

ທະຫານສະຫະລັດ​ແລະເກົາຫຼີ​ໃຕ້ ປະມານ 2,000 ຄົນ ພ້ອ​ມກັບ​ເຮືອບິນ​ລົບ ລົດ​ຖັງ ​ແລະ
​ເຮ​ລິ​ຄອບ​ເຕີໂຈມ​ຕີ ​ໄດ້ປະກອບ​ສ່ວນ​ໃນການ​ຝຶກ​ຊ້ອມເມື່ອ​ວັນ​ສຸກຜ່ານ​ມາ​ນີ້ ​ເພື່ອ​ທົດສອບ
​ເບິ່ງ​ຄວາມ​ພ້ອມ​ໃນ​ການຮັບ​ມື​ແລະ​ຕອບ​ໂຕ້​ຕໍ່​ການ​ໂຈມ​ຕີໃດໆ. ການ​ຊ້ອມ​ລົບດັ່ງກ່າວ​ນີ້ ​ໄດ້​
ກະ​ເວລາ​ໃນ​ການ​ຈັດ​ຂຶ້ນ ​ໃສ່​ທ້າຍ​ອາທິດ​ຜ່ານ​ມາ ກໍ​ເພື່ອ​ໃຫ້ເປັນ​ຂີດ​ໝາຍຄົບຮອບ​ 62 ປີ
ຂອງ​ການເລີ່​ມຕົ້ນ​ຂຶ້ນຂອງສົງຄາມເກົາຫຼີ​ ໃນວັນ​ທີ 25 ​ເດືອນມິຖຸນາ ປີ 1950.

​ນີ້ເປັນ​ເທື່ອ​ທໍາ​ອິດ​ທີ່​ມີ​ການ​ເອົາທຸງຊາດ​ຂະ​ນາດ​ໃຫຍ່ຂອງເກົາຫຼີ​ເໜືອ​ມາໃຊ້​ ​ເປັນ​ເປົ້າ​ໝາຍ
ໃນ​ການຊ້ອມຍິງ​ໂດ​ຍໃຊ້​ລູກປືນ​ແທ້.

​ໃນ​ຖະ​ແຫຼ​ງການ​ທີ່​ອອກ​ໃນວັນ​ອາທິດ​ວານ​ນີ້ ​ສໍານັກງານ​ຂ່າວ​ກາງ KCNA ​ຂອງ​ທາງ​ການ
ເກົາຫຼີ​ເໜືອ ​ເອີ້ນ​ການເອົາ​ບາດກ້າວ​ດັ່ງກ່າວ​ວ່າ ​ເ​ປັນ​ການ​ເຄື່ອນ​ໄຫວທາງ​ທະຫານ​ທີ່ຮ້າຍ
​ແຮງ​ທີ່​ສຸດ ​ແລະເປັນ​ການ​ເກາະ​ຜິດ​ທີ່​ມີ​ສາ​ເຫດ​ທາງ ການ​ເມືອງ​.

ຖະ​ແຫຼ​ງການ​ຍັງ​ຖິ້ມໂທດ​ໃສ່​ສະຫະລັດ​ ວ່າ​ເປັນ​ຜູ້​ລິເລີ່​ມສົງຄາມ ແລະ​ສະ​ແດງ ​ຄວາມ​ຕັ້ງ​ໃຈ
​ຂອງເກົາຫຼີ​ເໜືອວ່າ ​ຈະ​ສືບ​ຕໍ່​ເສີມ​ສ້າງ​ກອງທັບ​ຂອງ​ຕົນ​ຕໍ່​ໄປ​ເລື້ອຍໆ.

XS
SM
MD
LG