ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຈະງົດ ການຊ່ອຍເຫຼືອ ອາຫານ ແກ່ເກົາຫຼີເໜືອ ຕໍ່ໄປ


Shia Muslim boys flagellate themselves during a Muharram procession ahead of Ashura in Amroha, in the northern Indian state of Uttar Pradesh. Ashura, which falls on the 10th day of the Islamic month of Muharram, commemorates the death of Imam Hussein, grandson of Prophet Mohammad, who was killed in the 7th century battle of Kerbala.
Shia Muslim boys flagellate themselves during a Muharram procession ahead of Ashura in Amroha, in the northern Indian state of Uttar Pradesh. Ashura, which falls on the 10th day of the Islamic month of Muharram, commemorates the death of Imam Hussein, grandson of Prophet Mohammad, who was killed in the 7th century battle of Kerbala.























ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ທ່ານ​ນຶ່ງກ່າວ​ວ່າ ກຸງ​ວໍ​ຊິງ​ຕັນ​ໄດ້​ຕັດສິນ​ໃຈ​ງົດ​ການ​ຊ່ອຍ​ເຫຼືອ​ເຂົ້າປາ​ອາຫາ​ໃຫ້​ແກ່​ເກົາຫຼີ​ເໜືອ​ໄວ້​ຊົ່ວຄາວ ພາກສ່ວນ​ນຶ່ງ​ກໍ​ເປັນ​ຍ້ອນ​ເກົາຫຼີ​ເໜືອ​ວາງແຜນ​ທີ່​ຈະສົ່ງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດແບບທ້າ​ທາຍ​ເກາະ​ຜິດ​ໃນ​ເດືອນ​ໜ້າ​ນີ້.

ທ່ານ Peter Lavoy ຜູ້​ວ່າການແທນ​ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ວ່າ​ດ້ວຍ​ກິດຈະການ​ດ້ານ​ຄວາມ​ໝັ້ນຄົງ​ໃນ​ຂົງເຂດ​ເອ​ເຊຍ​ແລະ​ປາຊີ​ຟິກຂອງ​ສະຫະລັດ​ກ່າວ​ໃນ​ການ​ໄປ​ໃຫ້ການ​ຕໍ່ຄະນະ​ກໍາມາ​ທິການ​ລັດຖະສະພາ​ຈຸ​ນຶ່ງ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ການ​ສົ່ງລູກ​ສອນ​ໄຟ​ດັ່ງກ່າວ​ນີ້ ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ກຸງ​ພຽງ​ຢ້າງ​ທີ່​ບໍ່​ເອົາ​ຫົວຊາ​ນໍາ​ຄວາມ​ໝັ້ນ​ໝາຍ​ຕ່າງໆ​ຂອງຕົນ​ທີ່​ມີ​ຕໍ່ນາໆ​ຊາດ. ສະຫະລັດ ຍີ່ປຸ່ນ ​ເກົາຫຼີ​ໃຕ້ ຈີນ​ແລະຣັດ​ເຊຍ ຕ່າງ​ກໍໄດ້​ຮຽກຮ້ອງ​ໃຫ້​ເກົາຫຼີ​ເໜືອ​ປະລະ​ແຜນການ​ຍິງ​ລູກ​ສອນ​ໄຟ​ດັ່ງກ່າວ ຊຶ່ງ​ເກົາຫຼີ​ເໜືອ​ໄດ້​ກໍານົດ​ໃສ່​ສັບປະດາ​ທີ​ສອງ​ ຂອງ​ເດືອນ​ເມສາໜ້ານີ້.

ພາຍ​ໃຕ້​ຂໍ້​ຕົກລົງສະບັບ​ນຶ່ງ​ທີ່​ບັນລຸ​ກັນໃນ​ເດືອນ​ແລ້ວ​ນິ້ີ້ ​ເກົາຫລີ​ເໜືອ​ໄດ້ຮັບປາກ​ວ່າ​ຈະ​ຢຸດ​ເຊົາ​ໂຄງການ​ນີວ​ເຄລຍຂອງ​ຕົນ​ເປັນ​ບາງ​ສ່ວນ​ແລະຢຸດ​ການ​ທົດ​ລອງ​ລູກ​ສອນ​ໄຟເພື່ອ​ແລກປ່ຽນ​ເອົາ​ການ​ຊ່ອຍ​ເຫຼືອ ເຂົ້າປາ​ອາຫານ​ຈາກ​ສະຫະລັດ​ນັ້ນ. ຫຼັງ​ຈາກ​ນັ້ນ ກຸງ​ພຽງ​ຢ້າງ​ໄດ້ປະກາດ​ອອກ​ມາ​ວ່າ ຕົນ​ຈະ​ໃຊ້​ລູກ​ຈະ​ຫຼວດທີ່​ຍິງ​ໄດ້​ໃນ​ໄລຍະ​ໄກສົ່ງ​ດາວ​ທຽມ​ຂຶ້ນ​ສູ່​ອະວະກາດ ​ເພື່ອ​ເປັນ​ກຽດ​ໃຫ້​ແກ່​ມື້​ລາງ​ປະທານ​ປະ​ເທດ​ກິມ ອີລ ຊຸງຜູ້​ກໍ່​ຕັ້ງ​ເກົາຫຼີ​ເໜືອຊຶ່ງ​ຈະ​ມີ​ອາຍຸ 100 ປີ​ໃນ​ວັນທີ 15 ​ເມສາ​ນີ້.

ນອກ​ນັ້ນ​ທ່ານ Lavoy ຍັງ​ກ່າວ​ຕໍ່​ພວກ​ສະມາຊິກ​ລັດຖະສະພາຂອງສະຫະລັດ​ເຊ່ນ​ກັນ​ວ່າ ກຸງ​ວໍ​ຊິງ​ຕັນ​ບໍ່​ມີ​ຄວາມ​ໝັ້ນ​ໃຈ​ວ່າການ​ຊ່ອຍເຫຼືອອາຫານ​ໃດໆ​ແກ່​ເກົາຫຼີ​ເໜືອ​ນັ້ນ ​ຈະ​ໄປ​ຮອດ​ໄປ​ເຖິງ​ມື​ພວກ​ປະຊາຊົນ​ທີ່​ຕ້ອງການ​ຄວາມຊ່ອຍ​ເຫຼືອ​ຫຼາຍທີ່​ສຸດ​ນັ້ນ. ​ໂຄ​ງການ​ຊ່ອຍ​ເຫຼືອ​ເຂົ້າປາ​ອາຫານ​ທີ່​ວ່າ​ນີ້ ແມ່ນ​ຕັ້ງ​ໃຈ​ເພື່ອເເນ​ເປົ້າ​ໝາຍ​ໂດຍ​ສະ​ເພາະ​ໃສ່ພວກ​ເດັກນ້ອຍ​ແລະ​ພວກ​ແມ່ຍິງ​ຖືພາ​ມານ​ນັ້ນ.

ການ​ຊ່ອຍ​ເຫຼືອ​ອາຫານ​ຂອງ​ສະຫະລັດ​ແກ່​ເກົາຫຼີ​ເໜືອ ​ໄດ້​ຖືກໂຈະ​ມາຕັ້ງ​ແຕ່​ກຸງ​ພຽງ​ຢ້າງ ​ຂັບ​ໄລ່ພວກ​ຕິດຕາມ​ສິ້ງ​ຊອມ​ເບິ່ງ​ການ​ຊ່ອຍ​ເຫຼືອ​ອາຫານຂອງ​ສະຫະລັດອອກ​ຈາກ​ປະ​ເທດ​ໃນ​ປີ 2009 ​ເປັນ​ຕົ້ນ​ມາຫຼັງ​ຈາກ​ທາງ​ກຸງ​ວໍ​ຊິງ​ຕັນ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ໃນ​ທໍານອງ​ດຽວ​ກັນ​ນີ້​ກ່ຽວ​ກັບ​ການ​ແຈກ​ຢາຍ​ເຂົ້າປາ​ອາຫານ​ນັ້ນ.

XS
SM
MD
LG