ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດສະກັດກັ້ນ ກໍາປັ່ນເກົາຫລີເໜືອ


ສະຫະລັດສະກັດກັ້ນ ກໍາປັ່ນເກົາຫລີເໜືອ
ສະຫະລັດສະກັດກັ້ນ ກໍາປັ່ນເກົາຫລີເໜືອ

ກໍາປັ່ນຂົນສົ່ງລໍານຶ່ງຂອງເກົາຫລີເໜືອ ຈອດຢູ່ ທ່າເຮືອຂອງມຽນມາ, ວັນທີ 5 ກໍລະກົດ 2009.
ກໍາປັ່ນຂົນສົ່ງລໍານຶ່ງຂອງເກົາຫລີເໜືອ ຈອດຢູ່ ທ່າເຮືອຂອງມຽນມາ, ວັນທີ 5 ກໍລະກົດ 2009.

ສະຫະລັດ​ກ່າວ​ວ່າ ກອງທັບ​ເຮືອ​ຂອງ​ຕົນ​ໄດ້​
ສະກັດ​ກັ້ນ​ເຮືອ​ເກົາຫລີເໜືອ​ລໍາ​ນຶ່ງ​ໄວ້ ທີ່​ສົງ​
ໄສ​ວ່າ ຂົນ​ເຕັກ​ໂນ​ໂລ​ຈີ​ລູກ​ສອນ​ໄຟ​ໄປ​ໃຫ້​
ມຽນມາ ​ແລະ​ໄດ້​ບັງຄັບ​ເຮືອ​ລໍານັ້​ນໃຫ້​ກັບ​
ຄືນ​ໄປ​ຍັງ​ເກົາຫລີ​ເໜືອ ຫລັງຈາກ​ປະ​ເຊີນ
ໜ້າ​ກັນ​ເປັນ​ເວລາ​ຫລາຍ​ມື້.

ທ່ານ Gary Samore ຜູ້​ຊ່ອຍ​ວຽກ​ພິ​ເສດ
ຂອງປະທານາທິບໍດີ​ບາຣັກ ໂອ​ບາ​ມາ ກ່າ​ວ
ວ່າເຮືອ​ບັນທຸກ​ສິນຄ້າ​ຂອງ​ເກົາຫລີ​ເໜືອ ​ຊື່
ວ່າ M/V Light ​ຊຶ່ງ​ມີ​ການ​ສົງໄສ​ກັນ​ວ່າ
ເຮືອ​ລໍາ​ນີ້​ບັນທຸກ​ສິນຄ້າ​ຕ້ອງ​ຫ້າມ ​ເຊ່ນ​ພວກ​
ອາວຸດ​ຂະໜາດ​ນ້ອຍ ຫລື​ເຕັກ​ໂນ​ໂລ​ຈີ​ລູກ​ສອນ​ໄຟ ​ໄປ​ໃຫ້​ມຽນມາ.

ເຮືອ​ພິຄາດ McCampbell ຂອງ​ກອງທັບ​ເຮືອສະຫະລັດ​ໄດ້​ສະ​ກັດ​ກັ້ນ​ເຮືອລໍາ​ດັ່ງກ່າວທີ່​
ຕິດ​ທຸງ​ຂອງປະ​ເທດ Belize ​ໃນ​ເຂດ​ນ່ານນໍ້າສາກົນ​ໃນ​ວັນ​ທີ 26 ພຶດສະພາ​ຜ່ານ​ມາ ​ແລະ​
ໄດ້​ຮັບ​ອະນຸຍາດ​ຈາກ Belize ​ໃຫ້​ເຂົ້າ​ຄົ້ນ​ເຮືອ​ລໍາ​ນີ້​ໄດ້. ​ແຕ່ພວກ​ລູກ​ເຮືອເກົາຫລີ​ເໜືອ​ບໍ່
ຍອມ​ໃຫ້​ຂຶ້ນໄປ​ເທິງເຮືອ ​ແລະ​ຫລັງ​ຈາກ​ການ​ປະ​ເຊີນ​ໜ້າ​ກັນ​ທາງ​ທະຫານ​ເປັນ​ເວລາ​ສອງ
ສາມ​ມື້ ​ແລະ​ຄວາມ​ກົດ​ດັນ​ທາງ​ການ​ທູດ ​ເຮືອ​ລໍາ​ນີ້​ກໍ​ໄດ້​ແລ່ນກັບ​ຄືນ​ສູ່​ເກົາຫລີ​ເໜືອ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ບັນ​ລະ​ຍາຍ​ເຫດການ​ດັ່ງກ່າວ​ວ່າ ​ເປັນ​ໂຕ​ຢ່າງ​ອັນ​ນຶ່ງ​ກ່ຽວ​ກັບ
ວິທີ​ການທີ່​ພວກເຂົາ​ເຈົ້າ​ສາມາດ​ໃຊ້​ທັງ​ອໍານາດ​ທາງ​ກອງທັບ​ເຮືອ​ ແລະ​ຄວາມ​ກົດ​ດັນ​ທາງ
ການ​ທູດ ເພື່ອ​ບັງຄັບ​ໃຊ້​ການລົງ​ໂທດ​ຂອງ​ສະຫະ​ປະຊາ​ຊາດ​ຕໍ່​ເກົາຫລີ​ເໜືອ​ນັ້ນ ຫລັງ​
ຈາກເກົາຫລີ​ເໜືອ ໄດ້ທົດ​ລອງ​ອາວຸດ​ນີວ​ເຄລຍ ໃນ​ປີ 2009.

XS
SM
MD
LG