ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຮຽກຮ້ອງໃຫ້ທຸກພັກຝ່າຍ ບໍ່ໃຫ້ຕັ້ງເງື່ອນໄຂລ່ວງໜ້າ ໃນການເຈລະຈາ ສັນຕິພາບຊີເຣຍ


ນາຍົກລັດຖະມົນຕີ ເທີກີ ທ່ານ Ahmet Davutoglu ຖະແຫລງຕໍ່ບັນດາສະມາຊິສະພາ ໃນນະຄອນຫຼວງ Ankara ເມື່ອວັນທີ 26 ມັງກອນ 2016. ທ່ານກ່າວຢ້ຳວ່າ ເທີກີຄັດຄ້ານ ຕໍ່ການມີກຸ່ມກຳລັງຊາວເຄີດຂອງຊີເຣຍ ເຂົ້າຮ່ວມ ການເຈລະຈາ ຢູ່ທີ່ນະຄອນ Geneva.
ນາຍົກລັດຖະມົນຕີ ເທີກີ ທ່ານ Ahmet Davutoglu ຖະແຫລງຕໍ່ບັນດາສະມາຊິສະພາ ໃນນະຄອນຫຼວງ Ankara ເມື່ອວັນທີ 26 ມັງກອນ 2016. ທ່ານກ່າວຢ້ຳວ່າ ເທີກີຄັດຄ້ານ ຕໍ່ການມີກຸ່ມກຳລັງຊາວເຄີດຂອງຊີເຣຍ ເຂົ້າຮ່ວມ ການເຈລະຈາ ຢູ່ທີ່ນະຄອນ Geneva.

ສະຫະລັດ ຮຽກຮ້ອງໃຫ້ທຸກພັກຝ່າຍ ທີ່ໄດ້ຖືກເຊື້ອເຊີນເຂົ້າ
ຮ່ວມ ການເຈລະຈາສັນຕິພາບຂອງຊີເຣຍ ຢູ່ໃນນະຄອນ
Geneva ​ໃນ​ອາທິດ​ນີ້ໃຫ້ເຂົ້າຮ່ວມ ໂດຍປາດສະຈາກການ
​ຕັ້ງເງື່ອນໄຂລ່ວງ​ໜ້າ​ໃດໆ.

ການເຈລະຈາ ກ່ຽວກັບ ການຢຸດຍິງ ແລະ ການຈັດຕັ້ງ ລັດ
ຖະບານໄລຍະຂ້າມຜ່ານ ຢູ່ໃນຊີເຣຍນັ້ນ ແມ່ນຄວນເລີ້ມຂຶ້ນ
ຕັ້ງແຕ່ວັນຈັນຜ່ານມາ. ມັນໄດ້ຖືກໂຈະໄວ້ ຈົນຮອດວັນສຸກ
ມື້ອື່ນ ຍ້ອນການບໍ່ລົງລອຍກັນກ່ຽວກັບວ່າ ຜູ້ໃດຄວນຖືກເຊື້ອ
ເຊີນ​ໃຫ້​ເຂົ້າຮ່ວມ.

ທູດພິເສດຂອງອົງການສະຫະປະຊາຊາດຮັບຜິດຊອບ​ກ່ຽວ​ກັບ​ເລື້ອງຊີ​ເຣຍ ທ່ານ
Staffan de Mistura ໄດ້ສົ່ງສານເຊື້ອເຊີນອອກໄປໃນວັນອັງຄານຜ່ານມາ ແຕ່ບໍ່
ໄດ້ເປີດເຜີຍວ່າ ມີຜູ້ໃດ​ແດ່ຢູ່ໃນບັນຊີລາຍຊື່.

ແຕ່ສື່ມວນຊົນຫຼາຍພາກສ່ວນ ໄດ້ລາຍງານວ່າ ມັນລວມທັງ ບັນດາຜູ້ຕາງໜ້າຂອງ
ຊາອຸດີ ແລະ ກຸ່ມຕໍ່ຕ້ານລັດຖະບານຊີເຣຍນິຍົມແນວທາງປານກາງ ທີ່ໜູນຫຼັງໂດຍ
ສະຫະລັດ, ບັນດາສະມາຊິກກຸ່ມຕໍ່ຕ້ານທີ່ໜູນຫຼັງໂດຍຣັດເຊຍ ແລະ ລັດຖະມົນຕີ
ຕ່າງປະເທດຊີເຣຍ ທ່ານ Wakid al-Moallem.

ຍັງບໍ່​ເປັນ​ທີ່ຈະແຈ້ງ​ເທື່ອ ໃນວັນພຸດວານນີ້ວ່າ ແທ້ຈິງແລ້ວ ຜູ້ໃດແດ່ມີແຜນທີ່ຈະໄປ
ຮ່ວມ ກອງ​ປະຊຸມນະຄອນ Geneva. ກຸ່ມທີ່ສະຫະລັດໜູນຫຼັງ ໄດ້ເນັ້ນຢ້ຳວ່າ ຕົນ
ຄວນເປັນຄະນະຜູ້ແທນກຸ່ມຝ່າຍຄ້ານ ແຕ່ພຽງຝ່າຍດຽວຢູ່ທີ່ນັ້ນ. ຕົນຕ້ອງການໃຫ້ ຍຸດຕິການໂຈມຕີທາງອາກາດ ໂດຍຣັດເຊຍ ຢູ່ໃນຊີເຣຍ ແລະ ໃຫ້ລັດຖະບານຊີເຣຍ
ຍົກເລີກການປິດລ້ອມ ທີ່ໄດ້ບີບບັງຄັບ ຕໍ່ເມືອງຕ່າງໆ ຈຳນວນນຶ່ງ.

ຣັດເຊຍໄດ້ເນັ້ນຢ້ຳວ່າ ພວກຊາວເຄີດຂອງຊີເຣຍ ຄວນ​ໄດ້​ຮັບອະນຸ ຍາດໃຫ້ເຂົ້າຮ່ວມ
ນຳດ້ວຍ ໃນຂະນະດຽວກັນ ເທີກີ ກ່າວວ່າ ບໍ່ຄວນເລີຍ.

ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານ Mark Toner ໄດ້ກ່າວວ່າ ທຸກໆ
ຝ່າຍຕ້ອງ​ເຂົ້າຮ່ວມໃນການເຈລາຈາ ​ໂດ​ຍປາດສະຈາກ ການຮຽກຮ້ອງລ່ວງ​ໜ້າໃດໆ
ກ່ອນການເຈລະຈາ.

Syria
please wait
Embed

No media source currently available

0:00 0:01:11 0:00

XS
SM
MD
LG