ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການສືບສວນ ການສໍ້ລາດ ບັງຫຼວງ ໃນກອງທັບເຮືອ ສຫລ ກວ້າງອອກ


ກອງທັບ​ເຮືອສະຫະລັດ ​ໄດ້ຖອດຖອນ​ຖານະທີ່​ອະນຸຍາດ​ໃຫ້​
ເຂົ້າ​ເຖິງຂໍ້​ມູນ​ລັບ ຫລື security clearance ຂອງ​ສອງນາຍ​
ພົນທະຫານເຮືອທີ່​ພົວພັນ​ກັບຂ່າວ​ນອງ​ນັນທີ່​ພວມ​ຂະຫຍາ​ຍ
ວົງ​ກວ້າງອອກ ​ໃນ​ການຮັບ​ສິນ​ບົນ ພົວພັນ​ກັບການ ​ເຮັດ​ສັນ
ຍາ​ທີ່​ມີ​ກຳ​ໄລ​ສູງ​ຂອງ​ລັດຖະບານ ຢູ່​ໃນ​ເອ​ເຊຍ.

ພົນ​ເຮືອ​ໂທ Ted Branch ຜູ້ອຳນວຍ​ການ​ສືບ​ລັບ​ກອງທັບ
​ເຮືອແລະ​ພົນ​ເຮືອ​ຕີ Bruce Loveless ຜູ້ອຳນວຍການ​ໃນ
ການ​ປະຕິບັດ​ງານສືບ​ລັບ ​ໄດ້​ຖືກ​ສັ່ງ​ໃຫ້​ຢຸດ​ເຮັດ​ວຽກ​ຊົ່ວຄາວ​
ໃນ​ວັນ​ສຸກ​ວານ​ນີ້ ອັນ​ເປັນ​ພາກ​ສ່ວນ​ນຶ່ງ​ ໃນການ​ສື​ບສວນ ​ທີ່​
ພວມ​ດຳ​ເນີນ​ຢູ່​ຕໍ່​ມາໂດຍໜ່ວຍ​ສືບ​ສວນຄວາມ​ຜິດ​ຂອງ​ກອງ
ທັບ​ເຮືອສະຫະລັດ ຫລື NCIS.

​ນາຍທະຫານ​ຊັ້ນ​ສູງ​ສາມ​ຄົນ​ຂອງ​ກອງທັບ​ເຮືອ ​ໄດ້​ຖືກ​ຈັບ ​ໃນ​ຂ່າວ​ນອງ​ນັນ​ທີ່ ພວມ​ຂະຫຍາຍ​ວົງ​ກວ້າງ​ອອກກ່ຽວກັບ​ການ​ສໍ້​ລາດ​ບັງ​ຫລວງ ທີ່​ພົວພັນ​ກັບ​ເງິນ​ຫລາຍ​ລ້ານ​ໂດ​ລາ ຈາກ​ການ​ຄິດ​ໄລ່​ເກີນ​ຂອບ​ເຂດໃນການໃສ່​ນໍ້າມັນ​ແລະ​ເຄື່ອງ​ຂອງ​ສຳລັບເຮືອ​ລົບສະຫະລັດ ​ຢູ່​ເຂົ້າຈອດ​ຢູ່​ຕາມທ່າ​ເຮືອ​ຕ່າງ​ໆ ​ໃນເອ​ເຊຍ.

ການ​ດຳ​ເນີນ​ມາດ​ຕະການໃນ​ວັນ​ສຸກ​ວານນີ້ ​ແມ່ນການ​ເຄື່ອນ​ໄຫວ​ຫລ້າ​ສຸດຂອງ​ການ​ສືບສວນ ​ກ່ຽວ​ກັບການ​ຄິດ​ໄລ່​ເກີນ​ລາຄາ​ເປັນ​ຈຳນວນ​ຫຼວງຫຼາຍ ຕາມ​ທີ່​ມີ ​ກ່າວ​ຫາ ​ໂດຍບໍລິສັດ​ຮັບ​ເໝົາ​ຂອງ​ສິງກະ​ໂປ Glen Defense Marine Asia (GDMA) ການ
​ສື​ບສວນ ມາ​ຮອດ​ເວລາ​ນີ້ ໄດ້​ພາໃຫ້​ມີການ​ຈັບ​ກຸມ ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ໜ່ວຍ​ສືບ
ສວນຄວາມ​ຜິດ​ກອງທັບ​ເຮືອ NCIS ​ແລະ​ພັນ​ໂທກອງທັບ​ເຮືອ ທີ່ເປັ​ນ​ ​ຜູ້​ບັງຄັບ​ບັນຊາ
ເຮືອ​ພິຄາດລຳ​ນຶ່ງ​ຂອງສະຫະລັດ. ​ພັນ​ໂທກອງທັບ​ເຮືອ ​ອີກ​ຄົນ​ນຶ່ງ ​ທີ່​ຖືກ​ຈັບ​ໃນ​ການ
ສືບສວນ ​ໄດ້​ຖືກປົດອອກ​ຈາກ​ໜ້າ​ທີ່ຜູ້​ບັນຊາ​ການ​ເຮືອ​ ໃນ​ເດືອນແລ້ວ​ນີ້ ຢູ່ທີ່​ຍີ່​ປຸ່ນ.
XS
SM
MD
LG