ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີການເປີດເຜີຍ ຊື່ຜູ້ຂຽນປື້ມ ການປະຕິບັດງານ ສັງຫານ bin Laden


ໜ້າປົກຂອງປື້ມ "No Easy Day: The Firsthand Account of the Mission that Killed Osama Bin Laden" ທີ່ນຳອອກເປີດເຜີຍໂດຍບໍລິສັດ Dutton
ໜ້າປົກຂອງປື້ມ "No Easy Day: The Firsthand Account of the Mission that Killed Osama Bin Laden" ທີ່ນຳອອກເປີດເຜີຍໂດຍບໍລິສັດ Dutton
ຊື່ທີ່ຍັງມີການປົກປິດຂອງທະຫານໜ່ວຍກ້າຕາຍກອງທັບເຮືອ
ສະຫະລັດຫຼື Navy Seal ຜູ້ຂຽນປື້ມກ່ຽວກັບການບຸກໂຈມຕີ
ຂອງກຳລັງພິເສດສະຫະລັດທີ່ໄດ້ສັງຫານຜູ້ນໍາກຸ່ມກໍ່ການຮ້າຍ
ນາຍ Osama bin Laden ໃນປີແລ້ວນີ້ບັດນີ້ໄດ້ຖືກເປີດເຜີຍ
ໃຫ້ຮູ້ແລ້ວ.

ສື່ມວນຊົນຂອງສະຫະລັດລາຍງານວ່າ ຜູ້ຂຽນແມ່ນທ່ານ Matt
Bissonette ຜູ້ທີ່ໄດ້ອອກກິນເບ້ຍບໍານານ ຈາກກອງທັບເຮືອ ບໍ່ດົນລຸນຫລັງການປະຕິບັດງານ ທີ່ປາກິສຖານ ທີ່ໄດ້ສັງຫານ
ນາຍ Bin Ladin ນັ້ນ.

ບໍລິສັດພິມປື້ມຂອງສະຫະລັດ Dutton ໄດ້ຮ້ອງຂໍໃຫ້ອົງການ
ຂ່າວຕ່າງໆຈົ່ງປົກປິດຂ່າວ ກ່ຽວກັບຊື່ສຽງຮຽງນາມວ່າຜູ້ກ່ຽວ
ແມ່ນໃຜ.

ບໍລິສັດ Dutton ໄດ້ກ່າວວ່າ ນາມແຝງຂອງຜູ້ຂຽນແມ່ນ Mark Owen. ປື້ມທີ່ມີຊື່ວ່າ “No Easy Day: The Firsthand Account of the Mission that Killed Osama bin Laden” ຊຶ່ງເປັນເລື້ອງແທ້ກ່ຽວກັບການປະຕິບັດງານສັງຫານນາຍ Bin Laden ນັ້ນ ຈະນໍາອອກ ຂາຍໃນເດືອນກັນຍານີ້.

ກະຊວງປ້ອງກັນປະເທດສະຫະລັດ ກ່າວວ່າ ຖ້າຫາກສະມາຊິກຄົນໃດຄົນນຶ່ງຂອງໜ່ວຍ ກ້າຕາຍພິເສດສະຫະລັດທີ່ໄດ້ສັງຫານນາຍ Bin Laden ເປີດເຜີຍຄວາມລັບຢູ່ໃນປື້ມ ເລື້ອງດັ່ງກ່າວນີ້ ຈະຖືກນໍາສະເໜີຕໍ່ກະຊວງຍຸຕິທໍາສະຫະລັດ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG