ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ແລະ ອົງການເນໂຕ ຈັດພິທີຂີດໝາຍ ຍຸດຕິການ​ທຳ​ສົງຄາມ ໃນອັຟການິສຖານ


ພົນເອກສະຫະລັດ John Campbell (ຊ້າຍ) ກໍ້ທຸງຂອງ ອົງການເນໂຕ ທີ່ນຳພາ ກອງກຳລັງນາໆຊາດ ຊ່ວຍເຫຼືອ ຮັກສາຄວາມໝັ້ນຄົງ ຫຼື (ISAF) ໃນລະຫວ່າງພິທີ ຂີດໝາຍ ຍຸດຕິການ​ທຳ​ສົງຄາມ ໃນອັຟການິສຖານ ຢູ່​ທີ່​ກອງ​ບັນຊາ​ການ​ທະຫານ​ຂອງ​ຕົນ ​ໃນ​ນະຄອນຫລວງ​ກາ​ບູລ, ວັນທີ 28 ທັນວາ 2014.
ພົນເອກສະຫະລັດ John Campbell (ຊ້າຍ) ກໍ້ທຸງຂອງ ອົງການເນໂຕ ທີ່ນຳພາ ກອງກຳລັງນາໆຊາດ ຊ່ວຍເຫຼືອ ຮັກສາຄວາມໝັ້ນຄົງ ຫຼື (ISAF) ໃນລະຫວ່າງພິທີ ຂີດໝາຍ ຍຸດຕິການ​ທຳ​ສົງຄາມ ໃນອັຟການິສຖານ ຢູ່​ທີ່​ກອງ​ບັນຊາ​ການ​ທະຫານ​ຂອງ​ຕົນ ​ໃນ​ນະຄອນຫລວງ​ກາ​ບູລ, ວັນທີ 28 ທັນວາ 2014.

ສະຫະລັດ ​ແລະ ອົງການເນໂຕ ຍຸດຕິການ​ທຳ​ສົງຄາມ​ເປັນ
​ເວລາ 1​3 ປີ ​ຢູ່​ທີ່​ອັຟກາ​ນິສຖານລົງ ຢ່າງ​ເປັນ​ທາງ​ການ ​ໃນ​
ວັນທິດ​ມື້​ນີ້ ດ້ວຍ​ພິທີ​ທີ່​ຈັດ​ຂຶ້ນ ຢູ່​ທີ່​ກອງ​ບັນຊາ​ການ​ທະຫານ
​ຂອງ​ຕົນ ​ໃນ​ນະຄອນຫລວງ​ກາ​ບູລ.

​ໄດ້​ມີ​ການ​ເປີດ​ເຜີຍ​ລາຍ​ລະອຽດ ໃຫ້​ຮູ້​ລ່ວງ​ໜ້າໜ້ອຍ​ຫລາຍ
ກ່ອນ​ພິທີການດັ່ງກ່າວ ​ຍ້ອນ​ເຫດຜົນ ​ດ້ານຄວາມ​ປອດ​ໄພ.

ທະຫານປະມານ 13,000 ຄົນ ​ແມ່ນ​ຈະ​ຍັງ​ຄົງ​ຢູ່​ໃນ​
ອັຟກາ​ນິສຖານຕໍ່​ໄປ ​ເພື່ອ​ຊ່ວຍ​ເຝິກ​ແອບ ​ແລະແນະນຳ
ກອງ​ກຳລັງຂອງ​ລັດຖະບານ​ອັຟກາ​ນິສຖານ ທີ່​ຈະ​ຮັບ​ເອົາ
​ພາ​ລະກິດ ​ໃນ​ດ້ານການສູ້​ລົບ ​ແລະ ການ​ຮັກສາ​ຄວາມ​ໝັ້ນຄົງ ​ໃນ​ປະ​ເທດຕໍ່​ໄປ.

ທ້າວ Mohammad Salim ຊາວ​ກາ​ບູລຄົນ​ໜຶ່ງ ກ່າວ​ວ່າ “ພວກ​ເຮົາ​ເພິ່ງ​ພໍ​ໃຈ​ນຳ
ຄວາມ​ສາມາດ​ ຂອງ​ກອງ​ກຳລັງ​ຮັກສາ​ຄວາມໝັ້ນຄົງ ຂອງອັຟການິສຖານ​
ຂອງ​ພວກ​ເຮົາ. ພວກ​ເຂົາ​ເຈົ້າ ດຽວ​ນີ້​ມີ​ຄວາມ​ແຂງ​ແກ່ງພຽງພໍ​ ທີ່​ຈະ​ຮັບ​ເອົາ​
ພາລະຄວາມ​ຮັບ​ຜິດ​ຊອບ​ ໃນການຮັກສາຄວາມໝັ້ນຄົງຈາກເນໂຕ. ພວກ​ເຮົາ​
ມີ​ຄວາມ​ພາກພູມ​ໃຈ​ນຳ​ພວກ​ເຂົາ​ເຈົ້າ.”

​ໃນ​ຊ່ວງ​ຈຸດ​ສຸດ​ຍອດ​ຂອງ​ສົງຄາມດັ່ງກ່າວ​ນັ້ນ ມີ​ທະຫານຈຳນວນ 140,000 ຄົນ ຈາກ 50
ປະ​ເທດ ​ປະກອບສ່ວນ​ປະ​ຕິ​ບັດ​ງານ ຢູ່​ທີ່​ອັຟກາ​ນິສຖາ​ນ. ທະຫານ​ຕ່າງ​ຊາດ ​ເກືອບ 3,500 ຄົນ ​ໄດ້ເສຍ​ຊີວິດ​ໃນ​ພາລະກິດສູ້​ລົບ​ຢູ່​ອັຟກາ​ນິສຖານ ນັບ​ຕັ້ງ​ແຕ່​ປີ 2001​ ​ເປັນຕົ້ນມາ.

AFGHANISTAN NATO VO
please wait
Embed

No media source currently available

0:00 0:00:28 0:00

XS
SM
MD
LG