ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈຳນວນ ຜູ້ເສຍຊີວິດ ຍ້ອນດິນເຈື່ອນ ຢູ່ ສຫລ ເພີ້ມຂຶ້ນເປັນ 14 ຄົນ (ສະໄລດ໌/ວີດີໂອ)


​ມີຈຳນວນ​ຜູ້​ເສຍ​ຊີວິດຢ່າງໜ້ອຍ 14 ຄົນ ​ແລະ​ 100 ກວ່າຄົນ ຍັງ​ຫາຍ​ສາບ​ສູນ.
​ມີຈຳນວນ​ຜູ້​ເສຍ​ຊີວິດຢ່າງໜ້ອຍ 14 ຄົນ ​ແລະ​ 100 ກວ່າຄົນ ຍັງ​ຫາຍ​ສາບ​ສູນ.
ຄວາມ​ຫວັງ​ໄດ້​ຫາຍ​ສາບ​ສູນ​ໄປໃນ​ການທີ່ຈະ​ພົບ​ເຫັນຜູ້​
ລອດ​ຊີວິດມາໄດ້ຕື່ມອີກ ຈາກເຫດດິນ​ເຈື່ອນ​ໃນສະຫະ
ລັດ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດໄປແລ້ວຢ່າງໜ້ອຍ 14 ຄົນ
​ແລະ​ອີກ​ຫລາຍ​ກວ່າ 100 ຄົນ ຍັງ​ຫາຍ​ສາບ​ສູນ.

ບັນດາ​ພວກ​ກູ້​ໄພ ຍັງສືບຕໍ່ທຳການ​ຊອກ​ຄົ້ນ​ຫາ ​ໃນ​ວັນ
​ຈັນ​ວານ​ນີ້ ຢູ່​ຄື​ກັບກອງ​ຊາກຫັກພັງຂະໜາດ​ໃຫຍ່ທີ່ຄ້າຍຄືກັບຂີ້ຊາຍ​ດູດ ​ໃນລັດ ​Washington ທາງພາກຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງສະຫະ​ລັດ. ດິນ​ເຈື່ອນ​ທີ່​ປະສົມ​ດ້ວຍ​ຂີ້ຕົມ ​ແລະ​ຕົ້ນ​ໄມ້ຕ່າງໆ ​ປົກ​ຄຸມພື້ນທີ່ 2.6 ຕາລາງ​ກິ​ໂລ​ແມັດ ​ແລະ​ເລິກ​ເຖິງຫົກ​ແມັດ​ ຢູ່​ບາງ​ບ່ອນ.

ບັນດາ​ເຈົ້າ​ໜ້າ​ທີ່ ​ໄດ້​ເປີດ​ເຜີຍລາຍຊື່ຂອງ 108 ຄົນ ຜູ້​ທີ່​ອາດ​ຈະ​ຢູ່ ຫລື​ຂັບ​ລົດ​ຜ່ານ​ໄປ ​ໃນ​ເຂ​ດປະຊາ​ຄົມຊົນນະບົດ ທີ່ຕັ້ງຢູ່​ທາງເໜືອຂອງ​ນະຄອນ Seattle ​ໃນ​ຕອນ​ເຊົ້າ​ວັນ​ເສົາ​ທີ່​ຜ່ານ​ມາ ​ໃນ​ເວລາ​ເກີດ​ດິນ​ເຈື່ອນ​ລົງ​ມາຢ່າງ​ຮ້າຍ​ແຮງນັ້ນ.​ ບໍ່ໄດ້​ພົບ​ເຫັນ​ຜູ້ໃດທີ່​ຍັງ​ມີ​ຊີວິດ​ຢູ່​ ໃນບໍລິເວນທີ່ເກີດດິນເຈື່ອນ​ນັບ​ຕັ້ງ​ແຕ່​ວັນ​ເສົາ​ແລ້ວ​ນີ້ເປັນຕົ້ນມາ.
ຜູ້​ລອດ​ຊີວິດມາໄດ້​ຄົນ​ນຶ່ງ ແມ່ນ​ໄດ້​ຖືກຂີ້ຕົມ​ຊຸ​ເອົາ​ມາກັບ​ຕົ້ນ​ໄມ້ ​ແລະ​ກ້ອນ​ຫີນ ​ແລະ​ມີ​ຊີວິດ​ລອດມາໄດ້ເພື່ອບ​ອກ​ເລົ່າ​ເຖິງປະສົບ​ການ​ທີ່​ໜ້າ​ຢ້ານ​ກົວດັ່ງກ່າວນີ້.

​ໂຄສົກໜ່ວຍ​ດັບ​ເພີງ​ຄົນ​ນຶ່ງ ກ່າວ​ວ່າ ​ໃນ​ຕອນ​ແລງ​ຂອງ​ວັນ​ອາທິດ ພວກ​ກູ້​ໄພ ບໍ່​ໄດ້​ຍິນ
ຮ່ອງ​ຮອຍໃດໆຂອງ​ຊີວິດ​ຢູ່ ​ໃນ​ຊາກ​ຫັກພັງ​ຂອງກອງ​ຂີ້ຕົມນັ້ນເລີຍ.

ຂີ້ຕົມ ​ໄດ້​ທໍາລາຍ​ຫລາຍເຖິງ 30 ຫລັງຄາ​ເຮືອນ​ຢູ່ຕາມທາງ​ທີ່​ດິນໄດ້​ເຈື່ອນ​ລົງ​ມາ.

ພວກ​ເຈົ້າ​ໜ້າ​ທີ່​ໄດ້ຖິ້ມໂທດ​ດິນ​ເຈື່ອນໃນຄັ້ງນີ້ ໃສ່ແຫຼ່ງນ້ຳໄຕ້ດິນທີ່ອີ່ມຕົວຫລືມີ ຫລາຍ
ເກີນໄປ ​ຫລັງ​ຈາກ​ມີ​ຝົນຕົກ​ໜັກ​ ຫວ່າງ​ມໍ່ໆ​ມາ​ນີ້.
US MUDSLIDE VOSOT
please wait
Embed

No media source currently available

0:00 0:01:15 0:00
XS
SM
MD
LG