ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ແປດຄົນ ເສຍຊີວິດ ຍ້ອນດິນເຈື່ອນ ທີ່ລັດວໍຊິງຕັນ ຂອງສະຫະລັດ (ວີດີໂອ/ສະໄລດ໌)


ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ລັດວໍ​ຊິງ​ຕັນ ທາງພາກ​ຕາ​ເວັນ​ຕົກ​ສຽງ
​ເໜືອ ຂອງສະຫະລັດ ກ່າວ​ວ່າ ຈຳນວນ​ຜູ້​ເສຍ​ຊີວິດ​ ​ໃນ​ເຫດ
ດິນ​ເຈື່ອນ​ທີ່​ຮ້າຍ​ແຮງ ​ໄດ້ເພີ້​ມຂື້ນເປັນ ແປດ​ຄົນ ​ແລະ​ອີກ
ຢ່າງ​ໜ້ອຍ 18 ຄົນ ຍັງ​ຫາຍ​ສາບ​ສູນ.

​ໂຄສົກ​ພະ​ແນ​ກ​ດັບເພິີງຄົນ​ນຶ່ງ ກ່າວໃນ​ຕອນ​ແລງ​ວັນ​ອາທິດ
ວານ​ນີ້ ວ່າ ພວກ​ກູ້​ໄພ​ບໍ່​ໄດ້​ຍິນສຽງ​ຫລື​ຮ່ອງ​ຮອຍຂອງ​ຊີວິດ
ໃດໆ​ ຢູ່​ໃນບໍລິ​ເວນ​ກ້ວາງ 2.6 ຕາລາງ​ກິ​ໂລ​ແມັດ​ ທີ່ເຕັ​ມ​ໄປ
​ດ້ວຍ ກອງ​ຂີ້ຕົມ ​ຊາກ​ຕົ້ນ​ໄມ້​ແລະສິ່ງ​ຂອງ​ຕ່າງໆນັ້ນ ​ແຕ່​ເຂົາ
​ເຈົ້າ​ກໍຈະ​ດຳເນີນ​ການ​ຊອກ​ຄົ້ນ​ຫາ ບັນດາ​ຜູ້​ທີ່​ອາດຍັງ​ມີ​ຊີວິດ
ນັ້ນ ຕໍ່​ໄປໃນ​ວັນ​ຈັນ​ມື້​ນີ້.


​ຂີ້ຕົມ ຕົ້ນ​ໄມ້​ ​ແລະ​ກ້ອນ​ຫີນ ​ໄດ້​ໄຫລ​ເຈື່ອນລົງ​ມາຕາມ​ຈ້າຍ​ພູໜ່ວຍ​ນຶ່ງ ຢູ່​ເຂດຊົນນະບົດ
ທາງກ້ຳ​ເໜືອ​ຂອງເມືອງ Seattle ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ ​ແລະ​ໄດ້​ທຳລາຍ ​ຢ່າງ​ໜ້ອຍ​ 30 ຫລັງຄາ​ເຮືອນ​ ຢູ່ຕາມທາງ​ທີ່​ມັນ​ເຈື່ອນ​ລົງ​ມາ.

ພວກ​ເຈົ້າ​ໜ້າ​ທີ່ ​ກ່າວ​ວ່າ ​ດິນ​ເຈື່ອນລົງ​ມາ​ນັ້ນ ​ແມ່ນ​ເກີດ​ຈາກ​ດິນ​ສຸ່ມ​ເກີນ​ໄປ ຫລັງ​ຈາກ​ມີ​ຝົນຕົກ​ໜັກ​ຫວ່າງ​ມໍ່ໆ​ມາ​ນີ້.

Mud Slides
please wait
Embed

No media source currently available

0:00 0:00:40 0:00
XS
SM
MD
LG