ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄາດວ່າ ຈຳນວນ ຜູ້ເສຍຊີວິດ ຍ້ອນດິນເຈື່ອນ ໃນ ສຫລ ຈະເພີ້ມຂຶ້ນຕື່ມ (ສະໄລດ໌/ວີດີໂອ)


ພວກກູ້ໄພ ພວມຊອກຄົ້ນຫາ ຕາມຊາກຫັກພັງ ຢູ່ບ່ອນດິນເຈື່ອນ ທີ່ເມືອງ Oso ໃນລັດວໍຊິງຕັນ (27 ມີນາ 2014)
ພວກກູ້ໄພ ພວມຊອກຄົ້ນຫາ ຕາມຊາກຫັກພັງ ຢູ່ບ່ອນດິນເຈື່ອນ ທີ່ເມືອງ Oso ໃນລັດວໍຊິງຕັນ (27 ມີນາ 2014)
ໂຕເລກຜູ້ເສຍຊີວິດ ຍ້ອນດິນເຈື່ອນຮ້າຍແຮງ ຢູ່ໃນສະ
ຫະລັດແມ່ນ 25 ຄົນແລ້ວ ແຕ່ຫົວໜ້າກູ້ໄພກ່າວວ່າ ຈຳ
ນວນພວກເຄາະຮ້າຍ ຈະເພີ້ມຂຶ້ນຢ່າງຫລວງຫຼາຍ ໃນ
ໄວໆນີ້.

ທ່ານ Travis Hots ຫົວໜ້າໜ່ວຍດັບໄຟຂອງລັດວໍຊິງ
ຕັນ ທາງພາກຕາເວັນຕົກ ຂອງສະຫະລັດ ກ່າວໃນວັນ
ພະຫັດວານນີ້ວ່າ ໃນຂະນະທີ່ ພວກເຈົ້າໜ້າການແພດ
ກວດສັນນະສູດເບິ່ງສົບ ທີ່ໄດ້ພົບເຫັນ ຢູ່ໃນກອງຂີ້ຕົມ
ຕົ້ນໄມ້ທີ່ຫັກ ແລະ ຊາກຫັກພັງນັ້ນ ທ່ານຄາດວ່າ ບັນຊີ
ລາຍຊື່ຂອງພວກເຄາະຮ້າຍຈະຍາວອອກຕື່ມຢ່າງຫຼວງ
ຫຼາຍ ໃນໄລຍະສອງມື້ຂ້າງໜ້ານີ້.

ພວກ​ເຈົ້າ​ໜ້າ​ທີ່ກ່າວວ່າ ຍັງມີ ​90 ຄົນຊອກຫາບໍ່ທັນພໍ້ເທື່ອ​ແລະຈຳນວນນຶ່ງອາດຈະ​ບໍ່​
ສາມາດ​ພົບເຫັນພວກກ່ຽວອີກເລີຍ. ເຫດດິນເຈື່ອນໄດ້ເກີດຂຶ້ນຢ່າງກະທັນຫັນ ໃນມື້
ວັນເສົາອາທິດແລ້ວນີ້ ໂດຍບໍ່ມີການເຕືອນລ່ວງໜ້າ ໃນເຂດເມືອງ Oso ທີ່ ສອກຫຼີກ
ຫ່າງໄກ ທາງທິດເໜືອຂອງນະຄອນ Seattle.

ມີພວກກູ້ໄພຫຼາຍກວ່າ 200 ຄົນ ຍັງຊອກຄົ້ນຫາຢູ່ຕາມກອງຂີ້ຕົມທີ່ມີລັກສະນະຄ້າຍ
ຄືກັນກັບຂີ້ຊາຍດູດ ພ້ອມທັງຊາກຫັກພັງຂອງເຮືອນຊານ 49 ຫລັງ ຕະຫຼອດທັງຊາກ
ລົດທີ່ບິດບ້ຽວແລະສິ່ງຂອງໆຜູ້ຄົນທີ່ອາໄສຢູ່ໃນເຂດດັ່ງກ່າວ.

​ສະມາຊິກ​ສະພາຕ່ຳ Suzan DelBene ຜູ້​ແທນ​ຂອງ​ຂົງ​ເຂດດັ່ງກ່າວ​ ໄດ້​ລົງໄປ​ຢ້ຽມ
ຢາມ​ເຂດ​ທີ່​ປະສົບ​ໄພ​ໃນ​ວັນ​ພຸດ​ຜ່ານມານີ້ ​ແລະ​ໄດ້​ກ່າວຊີ້ແຈງ ເຖິງ​ຄວາມ​ເສຍ​ຫາຍ
ໂດຍເວົ້າ​ວ່າ “ໄພພິບັດໃນຄັ້ງ​ນີ້ແມ່ນ​ຮ້າຍແຮງ​ຫຼາຍ ຂ້າພະ​ເຈົ້າ​ບາງ​ເທື່ອກໍ​ຄິດ​ວ່າ ຮູບ
​ພາບທັງຫຼາຍ​ຕ່າງໆ​ນັ້ນ​ແມ່ນ​ບໍ່​ໃຫ້ຄວາມຍຸຕິທຳສະເໝີໄປ. ມີ​ຈຳນວນ​ຫຼາຍໆ​ຄອບ​ຄົວ​
ທີ່​ໄດ້​ຮັບຜົນກະທົບຈາກ​ເຫດ​ຮ້າຍຄັ້ງ​ນີ້ ມີຫຼາຍຄົນທີ່ເຂົາເຈົ້າໄດ້ສູນເສຍໄປ ມີຫຼາຍໆ
ຄົນທີ່​ຍັງ​ຫາຍ​ສາບ​ສູນຢູ່ ມັນ​ເປັນເລື່ອງທີ່ເສົ້າໂສກເສຍໃຈອີ່ຫລີ.”

ພວກ​ກູ້​ໄພໄດ້ພາກັນ​ໃຊ້​ອຸບປະກອນ​ຂະໜາດ​ໜັກ ກ້ອງ​ຖ່າຍຮູບ​ລະບົບ​ພິ​ເສດ ທັນ​ສະ​
ໄໝ ໝາ​ດົມ​ກິ່ນ ແລະມືເປົ່າ ຊອກ​ຄົ້ນ​ຫາຕາມ​ຊາກ​ຫັກ​ພັງຊຶ່ງບາງທີຈະພົບພວກ​ທີ່​ອາດ​
ມີ​ຊີວິດລອດຊີວິດມາໄດ້ ຫຼື​ບໍ່​ກໍ​ຜູ້ເຄາະຮ້າຍ. ຍັງບໍ່ທັນພົບເຫັນຜູ້ໃດເທື່ອລອດຊີວິດມາ
ໄດ້ ນັບແຕ່ມື້ວັນເສົາແລ້ວນີ້ເປັນຕົ້ນມາ.
US MUDSLIDE CNPK
please wait
Embed

No media source currently available

0:00 0:01:01 0:00
XS
SM
MD
LG