ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Hagel ລົງນາມ ໃນຂໍ້ຕົກລົງ ຂະຫຍາຍ ການຮ່ວມມື ດ້ານທະຫານ ກັບ ມົງໂກເລຍ ​​(ວີດີໂອ/ສະໄລດ໌)


HAGEL CHINA SOTVO
please wait
Embed

No media source currently available

0:00 0:00:58 0:00
ສະຫະລັດ​ແລະ​ມົງ​ໂກ​ເລຍກຳລັງ​ເສີມຂະຫຍາຍສາຍສຳພັນ
ດ້ານ​ການ​ທະຫານ ພາຍ​ໃຕ້ຂໍ້ຕົກລົງ ທີ່​ລົງ​ນາມ​ຮ່ວມ​ກັນ ໃນ
ນະຄອນຫລວງ Ulan Bator ​ໂດຍຫົວໜ້າຂອງທຳນຽບຫ້າ​
ແຈ ທ່ານ Chuck Hagel.

​ນະຄອນຫຼວງ​ຂອງມົງ​ໂກ​ເລຍ ​ແມ່ນ​ບ່ອນ​ຢຸດ​ແວ່ ບ່ອນສຸດ
ທ້າຍຂອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດໃນການ
​ຢ້ຽມຢາມເອ​ເຊຍ ເປັນເວລາ 10 ມື້ ຊຶ່ງ​ຮວມທັງ ​ການ​ຢ້ຽມ
ຢາມ​ຈີນ​ແລະ​ຍີ່ປຸ່ນນຳດ້ວຍ.

ພາຍ​ໃຕ້​ຂໍ້ຕົກລົງ ໃນ​ການ​ມີວິ​ໄສ​ທັດຮ່ວມກັນ ທີ່​ໄດ້​ລົງ​ນາມ
​ໃນ​ວັນ​ພະຫັດ​ມື້​ນີ້ ສະຫະລັດຈະຂະຫຍາຍການຝຶກແອບທາງທະຫານ​ ​ແລະ​ໃຫ້ການ​ຊ່ອຍ​ເຫຼືອ​ເພີ້ມຂຶ້ນ ແກ່ມົງ​ໂກ​ເລຍ.

ປະຈຸ​ບັນ​ນີ້ ສະຫະລັດ​ສະໜອງ​ການຊ່ວຍເຫຼືອປະມານ 3 ລ້ານໂດລາ ໃນການຂາຍ​ອຸບປະ ກອນ​ທາງ​ທະຫານ ​ແລະກາ​ນຝຶກແອບຕ່າງໆ ​ໃຫ້​ປະ​ເທດ​ມົງໂກເລຍ ທີ່​ມີ​ຊາຍ​ແດນ​ຕິດກັບ​ຈີນ​ແລະຣັດ​ເຊຍ.

ການ​ຢຸດ​ແວ່ຂອງທ່ານ Hagel ນັ້ນ ​ແມ່ນ​ຮວມທັງການ​ເຂົ້າ​ພົບ​ເຈົ້າ​ໜ້າອາ​ວຸ​ໂສຂອງມົງ​
ໂກ​ເລຍ ຕະຫຼອດທັງພວກ​ທະຫານ ທີ່​ເຄີຍຮ່ວມປະຕິບັດງານກັບທະຫານສະຫະລັດ ​ໃນອີຣັກ​ແລ​ະອັຟກາ​ນີສຖານ.

​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ​ໄດ້​ໄປ​ຮອດນະຄອນ Ulan Bator ຈາກ​ນະຄອນ​ປັກ​ກິ່ງ ບ່ອນ​ທີ່​ທ່ານ​ໄດ້​ພົບ​ກັບ​ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ​
ໃນ​ວັນ​ພຸດ​ວັນ​ນີ້.

ຜູ້ນຳ​ທັງ​ສອງ​ທ່ານ ​ໄດ້​ເພັ່ງເລັງ​ຄວາມ​ເຫັນຂອງ​ພວກ​ທ່ານ​ ໃສ່ເລື້ອງ​ການ​ພັດທະ
ນາຄວາມ​ສຳພັນ​ທີ່​ອົບ​ອຸ່ນຂຶ້ນ ລະຫວ່າງ​ສະຫະລັດ​ແລະ​ຈີນ ຊຶ່ງ​ຈະບໍ່​ຄື​ກັນ​ກັບ
ການໃຫ້​ຄວາມ​ເຫັນຄັ້ງ​ກ່ອນ​ຂອງທ່ານ ທີ່ນະຄອນຫລວງ​ປັກ​ກິ່ງ.

ຕະຫຼອດ​ໄລຍະການ​ຢຸດ​ແ​ວ່ເປັນເວລາ 3 ວັນ ຂອງທ່ານ Hagel ນັ້ນ ທ່ານ​ໄດ້ຮຽກ
ຮ້ອງ ໃຫ້ປັກ​ກິ່ງ ຫ​ລຸດຜ່ອນຄວາມ​ເຄັ່ງ​ຕຶງ​ກັບ​ບັນດາປະ​ເທດເພື່ອນບ້ານ ​ແລະ​ໃຫ້​ມີການ​ໂປ່​ງ​ໃສ​ເພີ້ມຂຶ້ນ ກ່ຽວກັບຄວາມເຂັ້ມແຂງທາງ​ດ້ານທະຫານຂອງ​ຕົນ.


XS
SM
MD
LG