ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຖານທູດ ສຫລ ອອກຕິດຕາມຂ່າວ ຊາວລາວ-ອາເມຣິກັນ ທີ່ຫາຍໂຕໄປ ໃນລາວ


ກະຊວງການຕ່າງປະທດ ສະຫະລັດ ຮັບຮູ້ເຖິງການຫາຍສາບສູນໄປ ຂອງຊາວລາວ ອາເມຣິກັນ ສາມຄົນ ໃນ ສປປ ລາວ
ກະຊວງການຕ່າງປະທດ ສະຫະລັດ ຮັບຮູ້ເຖິງການຫາຍສາບສູນໄປ ຂອງຊາວລາວ ອາເມຣິກັນ ສາມຄົນ ໃນ ສປປ ລາວ
ເຈົ້າ​ໜ້າ​ທີ່​ສະຖານທູດ​ສະຫະລັດ​ທີ່​ນະຄອນຫລວງ​ວຽງ​ຈັນ
ອອກ​ຕິດ ຕາມ​ຂ່າວ​ການ​ຫາຍ​ສາບ​ສູນ​ຂອງ​ຄົນ​ລາວ​ອາ​ເມຣິກັນ​
ສາມ​ຄົນຈາກ​ລັດ ມິນ​ນີ​ໂຊ​ຕາ.

​ໃນວັນ​ພະຫັດ​ວານ​ນີ້ ຫລັງ​ຈາກ​ວີ​ໂອ​ເອພາກ​ພາສາ​ລາວ ​ໄດ້​
ອອກ​ລາຍ​ງານ​ກ່ຽວ​ກັບ​ການ​ຫາຍສາບ​ສູນ​ຂອງ​ບຸກຄົນ​ດັ່ງກ່າວ
ໄປ​ແລ້ວ​ນັ້ນ ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນຶ່ງ​ຂອງກະຊວງ​ການ
ຕ່າງປະ​ເທດ​ສະຫະລັດ​ ໄດ້​ກ່າວ​ຕໍ່​ນັກ​ຂ່າວ​ວີ​ໂອ​ເອ ທີ່​ປະ​ຈໍາ​
ຢູ່​ກະຊວງ ວ່າ:

“ພວກ​ເຮົາ​ຊາບດີ ກ່ຽວ​ກັບ​ລາຍ​ງານ​ຂ່າວ​ທີ່​ວ່າ ພົນລະ​
ເມືອງ​ສະຫະລັດ ​ເຊື້ອສາຍ​ລາວ 3 ຄົນ ​ໄດ້​ຫາຍ​ສາບ​
ສູນ​ໄປ​ຢູ່​ໃນ​ປະ​ເທດ​ລາວ. ທາງ​ສະຖານທູດ​ຂອງ​ພວກ​
ເຮົາຢູ່​ວຽງ​ຈັນ ກໍ​ກໍາລັງ​ສືບສວນ​ກ່ຽວ​ກັບ​ເລື້ອງ​ນີ້​ຢູ່ ​ແລະ​ກໍ​ໄດ້​ຕິດ​ຕໍ່​ພົວພັນ​ກັບ​
ທາງ​ການ​ລາວ​ຢູ່​ຕະຫລອດ​ມາ ​ເພື່ອ​ຊອກ​ຫາ​ຂ່າວ​ຄາວ​ເພິ່ມຕຶ່ມ. ​ເວລາ​ນີ້ ​ເຈົ້າ​ໜ້າ​ທີ່​ສະຖານທູດ​ກໍ​ໄດ້​ເດີນທາງ​ໄປ​ຍັງ​ເຂດ​ທີ່​ມີ​ຂ່າວ​ວ່າ ຜູ້​ຊາຍ​ທັງ​ສາມ​ໄດ້​ຫາຍ​ໂຕ​ໄປ​ນັ້ນ​ແລ້ວ ​ເພື່ອ​ຊອກ​ຫາ​ຂໍ້​ມູນ​ຄວາມ​ຈິງ​ກ່ຽວ​ກັບ​ຄະດີນີ້. ​
ເຮົາ​ບໍ່​ສາມາດ​ຈະ​ໃຫ້​ຂໍ້​ມູນ​ເພິ່ມຕຶ່ມອີກໄດ້​ໃນເວລາ​ນີ້ ​ເພາະ​ຕ້ອງ​ຄໍາ​ນຶງ​ເຖິງ​ເລື້ອງ​ຄວາມ​ເປັນ​ສ່ວນ​ໂຕ​ຂອງ​ທາງ​ຄອບ​ຄົວ​ຂອງ​ພວກ​ກ່ຽວ.

ທ່ານ​ສຸຣິ ກອງດາຣາວົງ ກັບ​ທ່ານ​ບຸນ​ມາ ປັນຍາ​ພັນ ​ແລະ​ທ່ານ​ບຸນ​ທ່ຽງ ອິນ​ສີ​ຊຽງ​ໃໝ່ ​
ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ປະ​ເທດ​ລາວ ຕັ້ງ​ແຕ່ ທ້າຍ​ປີ 2012 ​ແຕ່​ວ່າຫລັງ​ຈາກ​ວັນ​ທີ
5 ​ເດືອນ​ມັງ​ກອນປີ​ນີ້​ເປັນ​ຕົ້ນ​ມາ ກໍ​ບໍ່​ໄດ້​ໂທລະສັບ ຕິດ​ຕໍ່​ຄືນ​ມາ​ຫາ​ ​ຄອບຄົວ​ຢູ່​ທາງ​ສະຫະລັດ​ພີ້​ອີກ​ເລີຍ.

ຕໍ່​ມາ ກໍ​ມີ​ລາຍ​ງານ​ຂ່າວວ່າ ມີ​ລົດ​ຕູ້​ຄັນ​ນຶ່ງ​ຖືກ​ໄຟ​ໄໝ້ໃນ​ລະຫວ່າງ​ທາງ​ຈາກສະຫວັນ​ນະ​ເຂດ ​ໄປ​ຫາ​ແກ້ງ​ກອກ ​ແລະ​ມີ​ສາມ​ຄົນ​ຖືກ​ໄຟ​ໄໝ້​ເສຍ​ຊີວິດ ຢູ່​ໃນ​ລົດຕູ້​ຄັນ​ນັ້ນ.

ທ່ານນາງ​ຄໍາ​ໝັ້ນ ພັນ​ລະ​ຍາ​ຂອງ​ທ່ານ​ສຸຣິ ກົງ​ດາຣາວົງ ກ່າວ​ກັບ​ວີ​ໂອ​ເອວ່າ ຕົນ​ໄດ້​ຍິນ​ຂ່າວ​ກ່ຽວ​ກັບ​ລົດ​ທີ່​ຖືກ​ໄຟ​ໄໝ້​ນັ້ນ​ຢູ່ ​ແຕ່​ກໍ​ຍັງ​ບໍ່​ໄດ້​ຮັບ​ການ​ຢືນຢັນ​ຈາກ​ທາງ​ການ​ລາວ​ເທື່ອ​ວ່າ ນຶ່ງ​ໃນ​ສາມ​ຄົນ​ທີ່​ເຄາະ​ຮ້າຍ​ຖືກ​ໄຟ​ໄໝ້​ຕາຍ​ໃນ​ລົດ​ຕູ້​ນັ້ນ ​ແມ່ນ​ສາມີ​ຂອງ​ຕົນ​ຫລື​ບໍ່?
XS
SM
MD
LG