ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ແມ່ຍິງ ຈາກລັດ California ຮັບໂທດຈຳຄຸກ ຍ້ອນລັກສົ່ງ ຈັກອາຍພົ່ນທະຫານ ໄປໃຫ້ຈີນ


ເຮືບິນລົບອາຍພົ່ນ F-16 ຂອງສະຫະລັດ ທີ່ບ່ອນຈອດ ຢູ່ເມືອງ
South Burlington ໃນລັດ Vermont. (17 ທັນວາ 2012)
ເຮືບິນລົບອາຍພົ່ນ F-16 ຂອງສະຫະລັດ ທີ່ບ່ອນຈອດ ຢູ່ເມືອງ South Burlington ໃນລັດ Vermont. (17 ທັນວາ 2012)

ແມ່ຍິງ​ຄົນ​ນຶ່ງ​ໃນ​ລັດ​ຄາ​ລີ​ຟໍ​ເນຍ ທາງ​ພາກ​ຕາ​ເວັນຕົກ​ຂອງ​ສະຫະລັດ ​ໄດ້​ຖືກ​ຕັດສິນ​ລົງ​ໂທດ​ ໃຫ້ຕິດ​ຄຸກ​ເປັນ​ເວລາ 50 ​ເດືອນ ຍ້ອນ​ສົມຮູ້​ຮ່ວມ​ຄິດ ​ເພື່ອ​ສົ່ງ​ອອກ​ ແລະ​ພາ​ໃຫ້​ມີ​ການ​ສົ່ງ​ອອກ​ເຄື່ອງ​ຈັກ​ເຮືອບິນ​ລົບ​ອາຍ​ພົ່ນ ເຮືອບິນທີ່​ບໍ່​ມີ​ຄົນ​ຂັບ ​ແລະ​ຂໍ້​ມູນ​ທາງດ້ານ​ເທັກ​ນິກທີ່​ກ່ຽວຂ້ອງອື່ນໆ ​ໄປ​ໃຫ້​ປະ​ເທດ​ຈີນ.

​ຖະ​ແຫຼງຂ່າວ​ຂອງກະຊວງ​ຍຸຕິ​ທຳ​ສະຫະລັດ​ ແຈ້ງວ່າ ນາງ Wenxia Man ອາ ຍຸ 45 ປີ ຊຶ່ງ​ຮູ້​ກັນ​ໃນ​ອີກ​ຊື່​ນຶ່ງ​ວ່າ Wency Man ຈາກ​ນະຄອນ San Diego ​ໄດ້​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ ​ເມື່ອ​ວັນ​ທີ 9 ມິຖຸນາ​ຜ່ານ​ມາ.

​ໄອ​ຍະ​ການ​ກ່າວ​ວ່າ ຫຼັກ​ຖານ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ນາງ Man ​ໄດ້​ສົມຮູ້​ຮ່ວມ​ຄິດກັບ​ທ້າວ Zhang Xinsheng ​ທີ່​ປະ​ເທດ​ຈີນລະຫວ່າງ​ເດືອນ​ມີນາ​ປີ 2011 ຫາ​ເດືອນ​ມິຖຸນາ​ປີ 2013 ​ເພື່ອ​ສົ່ງ​ເຄື່ອງ​ຈັກ​ເຮືອບິນ​ອາຍ​ພົ່ນ​ໄປ​ປະ​ເທດ​ຈີນ.

ນາງ​ Man ​ກ່າວ​ເຖິງທ້າວ Zhang ວ່າ ​ເປັນ​ນັກ​ສືບ​ສອດ​ແນມ​ດ້ານ​ເທັກ​ໂນ​ໂລ​ຈີ ທີ່​ເຮັດ​ວຽກ​ໃຫ້​ແກ່​ກອງທັບ​ຈີນ​ເພື່ອ​ລອກ​ແບບ​ອຸບປະກອນ​ຕ່າງໆ​ຈາກ​ປະ​ເທດອື່ນໆແລະ​ກ່າວ​ວ່າ ຜູ້ກ່ຽວ​ມີ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ ​ໃນ​ການ​ລັກຂະ​ໂມ​ຍ​ເທັກໂນ​ໂລ​ຈີ ອີງ​ຕາມ​ຖະ​ແຫຼງຂ່າວ.

​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ທີ່​ຈີນ​ຕ້ອງການ​ນັ້ນ ​ແມ່ນ​ມີ​ຄວາມ​ສາມາດ​ໃນ​ການ​ຍິງ​ລູກ​ສອນ
​ໄຟ Hellfire ​ໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG