ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ຍັງສືບຕໍ່ ຊອກຫາເຮລິຄອບເຕີ ທີ່ຫາຍສາບສູນ ຢູ່ເນປານ


ແຜນທີ່ ປະເທດເນປານ
ແຜນທີ່ ປະເທດເນປານ

ກອງທັບສະຫະລັດ ຍັງສືບຕໍ່​ຊອກ​ຫາ​ເຮືອບິນ​ເຮ​ລິ​ຄອບ​ເຕີລຳ
ນຶ່ງຂອງນາ​ວິກກະ​ໂຍທິນທີ່​ໄດ້​ຫາຍ​ສາບສູນ​ຢູ່ປະ​ເທດ​ເນ​ປານ
​ໃນ​ຂະນະ​ທີ່​ເຂົ້າ​ຮວມການ​ປະຕິບັດ​ງານ ບັນ​ເທົາ​ທຸກ​ຫລັງ​ຈາກ
​ໄດ້ແຜ່ນດິນ​ໄຫວ.

​ໂຄສົກ​ຄົນ​ນຶ່ງ​ ຂອງກອງບັນຊາ​ການສະຫະລັດ ໃນ​ພາກ​ພື້ນ​ປາ
ຊິ​ຟິກ ກ່າວ​ວ່າ ​ເຮືອບິນ​ເຮ​ລິ​ຄອບ​ເຕີລຳນີ້ ​ໄດ້​ຫາຍ​ສາບ​ສູນ​ໄປ​ໃນຕອນແລງ​ວັນ​ອັງຄານ
​ວານ​ນີ້​ໃກ້​ກັບ​ບ້ານ Charikot ຊຶ່ງ​ເປັນ​ນຶ່ງ ​ໃນ​ບັນດາເຂດ ​ທີ່ໄດ້ຮັບຜົນກະທົບ ຢ່າງຮ້າຍ ແຮງ ຈາກແຜ່ນດິນ​ໄຫວ​ ໃນ​ວັນ​ອັງຄາ​ນວານນີ້ ທີ່ມີ​ຄວາມ​ແຮງ 7.3 ຣິກເຕີ້ນັ້ນ​.

ໂຄສົກ​ກ່າວ​ວ່າ “ເຮືອບິນ​ເຮ​ລິ​ຄອບ​ເຕີ​ສອງ​ລຳ ​ໄດ້​ເຂົ້າ​ຮ່ວມການ​ຊອກ​ຫາ ​ໃນ​ຕອນ​ເຊົ້າ​
ວັນ​ພຸດ​ມື້​ນີ້ ພ້ອມ​ດ້ວຍ​ເຮືອບິນ​ອຶ່ນໆ​ທີ່​ມີ​ກຳນົດຈະເຂົ້າ​ຮ່ວມການປະ​ຕິ​ບັດ​ງານ.”

​ເຈົ້າ​ໜ້າ​ທີ່ກະຊວງ​ປ້ອງ​ກັນ​ປະ​ເທດຄົນ​ນຶ່ງ​ ກ່າວ​ວ່າ ມີ​ແປດ​ຄົນ​ຢູ່​ເທິງ​ເຮືອບິນ ຮວມທັງ
ທະຫານ​ນາ​ວິກກະ​ໂຍທິນສະຫະລັດ 6 ຄົນ ​ແລະ​ພົນລະ​ເຮືອນ​ເນ​ປານ​ສອງ​ຄົນ. ທ່ານ
​ກ່າວ​ວ່າ ຍັງ​ບໍ່​ທັນ​ມີ​ຫລັກ​ຖານ​ເທຶ່ອວ່າເຮືອບິນ​ເຮ​ລິ​ຄອບ​ເຕີລຳນີ້​ໄດ້​ປະສົບອຸປະຕິເຫດ ຕົກ.

ພວກ​ທະຫານພາກ​ພື້ນ​ດິນຂອງ​ເນ​ປານ ​ກໍໄດ້​ເຂົ້າ​ຮ່ວມການ​ຊອກ​ຄົ້ນຫາ​ເຣືອບິນ​ເຮ​ລິ​
ຄອບ​ເຕີດັ່ງກ່າວນີ້. ບັນດາ​ເຈົ້າ​ໜ້າ​ທີ່ອະທິບາຍ​ວ່າ ພື້ນທີ່ໃນບໍລິເວນອ້ອມ ແອ້ມນັ້ນ
ບໍ່ຮາບພຽງ ​ແລະເປັນ​ພູເປັນຜາ” ນອກ​ເໜືອກ​ວ່າ​ນັ້ນ ແລະກ່າວຕື່ມ ວ່າ ຖ້າ​ເຮືອບິນ​ລົງ
​ຈອດ​ຢູ່​ຮ່ອມ​ພູ ມັນ​ອາດ​ຈະ​ບໍ່​ສາມາດ​ສົ່ງ​ວິທະຍຸແຈ້ງບ່ອນຢູ່ ໃຫ້ຮູ້​ໄດ້.

​ເຮືອບິບເຮຣີຄອບເຕີ​ດັ່ງກ່າວ​ແມ່ນປະເພດ UH-1Y Huey ​ຊຶ່ງ​ເປັນ​ພາກສ່ວນ ນຶ່ງໃນ
ການປະຕິບັດ​ງານສະໜັບສະໜຸນເພື່ອໃຫ້ຄວາມຊ່ອຍເຫຼືອຫຼື Sahayogi Haat.

ການ​ປະຕິບັດ​ງານດັ່ງກ່າວ ​ເປັນ​ການດຳເນີນຄວາມ​ພະຍາຍາ​ມຮ່ວມ ລະຫວ່າງ ກອງທັບ
​ແລະ​ອົງການ​ຢູ​ເສດຂອງສະຫະລັດ ຊຶ່ງໄດ້ຈັດ​ສົ່ງ ເຄື່ອງ​ບັນ​ເທົາ​ທຸກ ເກືອບ 50 ​ໂຕນ ຂົນ
​ສົ່ງ​ພະນັກງານ 273 ຄົນ ​ແລະ​ໄດ້​ປະຕິບັດ​ງານ​ຫລາຍ​ກວ່າ 68 ຊົ່ວ​ໂມງບິນ ໄປທົ່ວເຂດ
ປະສົບໄພແຜ່ນດິນ​ໄຫວ​ ໃນເນ​ປານ.

The U.S. military continued searching Wednesday for a Marine Corps helicopter that disappeared in Nepal while taking part in post-earthquake relief operations.

A spokesman for the U.S. Pacific Command said the helicopter went missing late Tuesday near Charikot village in one of the areas hit the hardest by Tuesday's magnitude 7.3 quake.

Two helicopters were taking part in the search early Wednesday with other aircraft due to join the operation, the spokesman said.

A Defense Department official said eight people were onboard the aircraft, including six U.S. Marines and two Nepalese civilians. He said there was no evidence yet that the helicopter has crashed.

Ground troops from the Nepalese army were also searching for the helicopter on foot. Officials described the surrounding terrain as "rugged and mountainous," adding that if it landed in a valley it might not be able to radio its location.

The aircraft, a UH-1Y Huey, was part of a task force supporting Operation Sahayogi Haat (Helping Hand).

The operation, a joint effort between the military and the U.S. Agency for International Development, has delivered nearly 50 tons of relief supplies, transported 273 personnel and has conducted more than 68 hours of flight time throughout the quake areas in Nepal.

XS
SM
MD
LG