ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການສ້າງຄວາມກໍ້າເກິ່ງໃໝ່ ດ້ານກໍາລັງຂອງ ສຫລ ໃນເອເຊຍ ຍັງດໍາເນີນໄປຢູ່ (ວີດີໂອ ພາສາລາວ/ອັງກິດ)


Obama's Asia Pivot Challenged
please wait

No media source currently available

0:00 0:02:18 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ນຶ່ງ​ໃນ​ພາກສ່ວນ​ທີ່​ສຳຄັນໆ​ກ່ຽວກັບ​ຍຸດ​ທະ​ສາດດ້ານ​ປ້ອງ​ກັນ
ປະເທດ ຢູ່​ໃນ​ໂລກຂອງ​ສະຫະລັດ ທີ່​ປະທານາທິບໍດີ​ ບາຣັກ ​
ໂອ​ບາ​ມາ ໄດ້​ວາງ​ອອກ ​ເມື່ອ 2 ປີ​ກ່ອນ​ນັ້ນ ​ແມ່ນ​ການ​ຫັນປ່ຽນ
​ຈຸດເພ່ງ​ເລັງ​ທາງທະຫານ​ຂອງສະຫະລັດ​ ຈາກ​ພາກ​ຕາ​ເວັນ​
ອອກ​ກາງ​ໄປ​ຍັງ​ພາ​ກພື້ນ​ເອເຊຍ​ປາຊີຟິກ ​ບ່ອນ​ທີ່​ກຳລັງ​ຂອງ
​ສະຫະລັດ​ໄດ້​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຢ່າງໃຫຍ່ ຈາກ​ຈີນ​ແລະ
​ອຳນາດ​ທາງ​ທະຫານທີ່ໄດ້ຮັບການພັດທະນາຢ່າງ​ໄວ​ຂອງ​ຈີນ​
ນັ້ນ. ສິງ​ຈະ​ນຳເອົາລາຍ​ລະອຽດ​ກ່ຽວ​ກັບ​ເລື້ອງ​ນີ້​ ຈາກ​ລາຍ​
ງານ​ຂອງ Luis Ramirez ຜູ້​ສື່​ຂ່າວ​ວີ​ໂອ​ເອ ມາສະເໜີທ່ານ.

ລິງໂດຍກົງ

ບັນດາເຈົ້າໜ້າທີ່ ດ້ານທະຫານຂອງສະຫະລັດ ກ່າວວ່າ ການ
ຄອບງຳຂອງອາເມຣິກາໃນຂົງເຂດເອເຊຍປາຊີຟິກຍັງບໍ່ໄດ້ລົດ
ລົງ.

ແຕ່ການເຄື່ອນໄຫວຕ່າງໆຂອງຈີນຫວ່າງໄວໆມານີ້ ທີ່ຮວມ
ທັງການລະບຸເຂດອາກາດ ທີ່ຕ້ອງໃຫ້ບອກຊື່ຂອງເຮືອບິນທີ່
ຈະ​ບິນ​ຜ່ານ ຢູ່ເໜືອທະເລຈີນຕາເວັນອອກ ແລະເຫດການທີ່ເກືອບເກີດການຕຳກັນລະ
ຫວ່າງເຮືອລົບຈີນແລະເຮືອລົບສະຫະລັດນັ້ນສະແດງໃຫ້ເຫັນວ່າ ການຄອບງຳຂອງ​ສະ ຫະລັດ ກຳລັງຖືກທ້າທາຍ.

ເບິ່ງວີດີໂອພາສາລາວ ກ່ຽວກັບລາຍງານນີ້:



ລັດຖະບານທ່ານໂອບາມາ ກຳລັງດຳເນີນການ ເພື່ອສ້າງຄວາມກ້ຳເກິ່ງຄືນໃໝ່ ທີ່ຈະຫັນ
ປ່ຽນຈຸດເພ່ງເລັງຈາກສົງຄາມໃນອີຣັກແລະໃນອັຟການິສຖານ ໄປຍັງຂົງເຂດປາຊີຟິກ
ບ່ອນທີ່ຈີນໄດ້ເສີມສ້າງກຳລັງຂອງຕົນຢ່າງ​ໃຫຍ່ ຮວມທັງກຳປັ່ນບັນທຸກເຮືອບິນລຳໃໝ່
ແລະການພັດທະນາເທັກໂນໂລຈີດ້ານລູກສອນໄຟໄວກວ່າສຽງ.

ພົນເຮືອເອກ Samuel Locklear ຜູ້ບັນຊາການກຳລັງທັບສະຫະລັດໃນເຂດປາຊີຟິກ
ກ່າວວ່າ ການປະເຊີນໜ້າກັບກຳລັງຂອງຈີນຢູ່ໃນຂົງເຂດ ມີ​ແຕ່ຈະເພີ່ມຂຶ້ນເທົ່ານັ້ນ ແລະ
ທ່ານຮຽກຮ້ອງໃຫ້ນຳໃຊ້ວິທີ​ການ​ເຂົ້າ​ພົວພັນ​ແບບ​ທີ່ປະຕິບັດ​ໄດ້ ຊຶ່ງຮວມທັງການເສີມ
ຂະຫຍາຍສາຍພົວພັນ ລະຫວ່າງທະຫານຕໍ່ທະຫານກັບຈີນ ຊຶ່ງພົນເຮືອເອກ Samuel
Locklear ກ່າວວ່າ:

“ພວກເຮົາຈະຕ້ອງດຳເນີນການໃຫ້ດີຂຶ້ນໃນຄວາມສາມາດທີ່ພວກເຮົາຕິດຕໍ່
ພົວພັນຊຶ່ງກັນແລະກັນ ໃນວິທີທາງ ທີ່ອຳນວຍໃຫ້ພວກເຮົາບໍ່ໃຫ້ຄາດການ
ຜິດພາດ ທີ່ຈະບໍ່ນຳຜົນດີມາໃຫ້ ໃນສະພາບແວດລ້ອມດ້ານຄວາມປອດໄພ.”


ບັນດານັກວິເຄາະໃນດ້ານປ້ອງກັນປະເທດຕັ້ງຄຳຖາມຂຶ້ນມາວ່າ ການຫັນປ່ຽນຈຸດເພ່ງ
ເລັງນັ້ນ ຄວາມຈິງແລ້ວ ໝາຍຄວາມວ່າ ເປັນການເສີມສ້າງກຳລັງໃນຂົງເຂດປາຊີຟິກ
ໃຫ້ແຂງແຮງຂຶ້ນຫຼືບໍ? ທ່ານ Barry Pavel ນັກວິ​ເຄາະ​ປະຈໍາສະພາອັດລັງຕິກໃນກຸງ
ວໍຊິງຕັນ ​ເວົ້າ​ວ່າ:

ພວກເຮົາໄດ້ສົ່ງທະຫານມາຣິນ ຈຳນວນ 2500 ຄົນ ຫລືປະມານນັ້ນ ໄປຍັງ
ພາກເໜືອຂອງອອສເຕຣເລຍ ຊຶ່ງຈະໄປຢູ່ທີ່ນັ້ນ ​ແບບ​ເປັນ​ປະ​ຈໍາ ຊຶ່ງກໍບໍ່ເປັນ
ກຳລັງທີ່ໃຫຍ່ປານໃດ ໃນການປະເມິນຂອງຂ້າພະເຈົ້າ. ແລະມີກຳປັ່ນສອງລຳ
ຊຶ່ງຂ້າພະເຈົ້າຄຶດວ່າເປັນເຮືອລົບຍາມຝັ່ງ ທີ່​ເວົ້າ​ກັນວ່າ ເວລານີ້ ປະຈຳຢູ່ທີ່ ທ່າເຮືອໃນສິງກະໂປ ແລະນອກນັ້ນແລ້ວ ກໍບໍ່ມີຫຍັງຕື່ມອີກ.


ການສົ່ງກຳປັ່ນລົບຍາມຝັ່ງ ໄປປະຈຳຢູ່ສິງກະໂປ ທີ່ທ່ານ Chuck Hagel ລັດຖະມົນຕີ
ປ້ອງກັນປະເທດສະຫະລັດ ​ໄດ້​ໄປ​ເບິ່ງ ໃນລະຫວ່າງຢ້ຽມຢາມສິງກະ​ໂປ ໃນປີແລ້ວນີ້
ແມ່ນນຶ່ງໃນບັນດາຮ່ອງຮອຍ ທີ່ມອງເຫັນໄດ້ ໃນການເພ່ງເລັງ​ຄືນໃໝ່ໄປໃສ່ເອເຊຍນັ້ນ.

ສະຫະລັດໄດ້ປະກາດຂ່າວ ການສົ່ງກຳປັ່ນບັນທຸກເຮືອບິນ USS Ronald Reagan
ໄປປ່ຽນກຳປັ່ນບັນທຸກເຮືອບິນ George Washington ທີ່ເກາະ Yokosuk ຂອງຍີ່ປຸ່ນ
ຊຶ່ງເປັນການສັບປ່ຽນແບບນຶ່ງຕໍ່ນຶ່ງ ແຕ່ກອງທັບເຮືອສະຫະລັດກ່າວວ່າ ເປັນພາກສ່ວນ
ທີ່ສຳຄັນ ຂອງການສ້າງຄວາມກ້ຳເກິ່ງກັນຄືນໃໝ່.

ບັນດາເຈົ້າໜ້າທີ່ສະຫະລັດກຳລັງທຳການທົບທວນຄືນເບິ່ງ ຄວາມໝາຍໝັ້ນທາງທະຫານ
ຂອງເຂົາເຈົ້າ ຕໍ່ພວກປະເທດພັນທະມິດໃນພາກພື້ນ ແລະກ່າວວ່າ ເຂົາເຈົ້າສາມາດເພີ່ມ
ກຳປັ່ນລົບ ອຸບປະກອນ ແລະພົນທະຫານຂຶ້ນອີກໄດ້ ໃນອະນາຄົດ.

ໃນຂະນະທີ່ກອງທັບຂອງສະຫະລັດກຳລັງປະເຊີນ ກັບການລົດກຳລັງລົງຢ່າງຫຼວງຫຼາຍ
ທີ່ສຸດ ນັບແຕ່ສົງຄາມໂລກຄັ້ງທີສອງຍຸດຕິລົງນັ້ນ ບັນດານັກວິເຄາະກ່າວວ່າ ຍັງຈະຕ້ອງ
ລໍຖ້າເບິ່ງກັນຕໍ່ໄປວ່າ ການລົງທຶນທາງ​ທະຫານຂອງສະຫະລັດ ຈະໃຫຍ່ຫຼວງສໍ່າໃດໃນ
ອະນາຄົດ ຢູ່ໃນຂົງເຂດມະຫາສະໝຸດປາຊີຟິກນັ້ນ.

ລາຍງານວີດີໂອພາສາລາວ ກ່ຽວກັບການຫັນປ່ຽນ ຍຸທະສາດຂອງສະຫະລັດ ໄປຍັງເອເຊຍປາຊີຟິກ:

XS
SM
MD
LG