ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຕຽມສະໜັບສະໜູນ ເຝິກແອບ ແລະປະກອບອາວຸດ ການປະຕິບັດງານ ຢູ່ ລີເບຍ


ສະມາຊິກກຳລັງທະຫານຄົນນຶ່ງ ຢືນຍາມຢູ່ທາງເຂົ້າຫ້ອງການ ລັດຖະບານສາມັກຄີຊາດລີເບຍ.
ສະມາຊິກກຳລັງທະຫານຄົນນຶ່ງ ຢືນຍາມຢູ່ທາງເຂົ້າຫ້ອງການ ລັດຖະບານສາມັກຄີຊາດລີເບຍ.

ຜູ້​ບັນຊາ​ການ​ກອງກຳລັງ​ສະຫະລັດ ໃນ​ອາຟຮິ​ກາ ຫລື AFRICACOM ກ່າວ​ໃນ​ວັນ​ອັງ ຄານວານ​ນີ້​ວ່າ ກອງທັບ​ສະຫະລັດ “​ຕຽມ​ໃຫ້ການ​ສະໜັບສະໜູນ” ເຝິກ​ແອບ ​ແລະ​ອຸບ ປະກອນ ​ໃນ​ປະຕິ​ບັດ​ງານ​ເພື່ອ​ຕໍ່ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ​ຫລາຍ​ພັນ​ຄົນ ​ໃນ​ລີ ​ເບຍ ​ເວລາ​ໃດ​ທີ່​ລັດຖະບານ​ລີ​ເບຍ​ພ້​ອມ​ແລ້ວ.”

ຜູ້​ບັນຊາ​ການກຳລັງ​ສະຫະລັດ​ໃນ​ອາ​ຟຣິກາ ນາຍ​ພົນ Rodriquez ກ່າວ​ເພີ້ມ ອີກ​ວ່າ ການ​ເມືອງ​ພາຍ​ໃນ​ຂອງ​ລີ​ເບຍ ​ເຮັດ​ໃຫ້​ບໍ່​ເປັນ​ທີ່​ແຈ້ງ​ຂາວວ່າ ກຳລັງ​ປະກອບ​ອາວຸດກຸ່ມ ​ໃດພວມ​ສູ້​ລົບ​ຄຽງບ່າ​ຄຽງ​ໄຫລ່​ ກັບລັດຖະ​ບາ​ນແຫ່ງ​ຄວາມ​ປອງ ດອງຊາດ​ລີ​ເບຍ ຫລື GNA ຊຶ່ງປະ​ປ່ອຍ​ໃຫ້ສະຫະລັດ “​ເພິ່ງ​ພາຢ່າງ​ແທ້​ຈິງ” ຕໍ່​ລັດຖະບານ​ຊົ່ວຄາວ​ຂອງ​ລີເບຍ ​ເພື່ອ​ລົງ​ຄວາມ​ເຫັນ​ວ່າ "​ພວກ​ໃດ​ຢູ່​ກັບ​ເຂົາ​ເຈົ້າ ​ແລະພວກ​ໃດ​ພວມ​ເຄື່ອນ​ໄຫວ​ໄປ​ຢູ່​ກັບ ເຂົາ​ເຈົ້າ."

​ທ່ານ​ກ່າວ​ວ່າ ພວກ​ທະຫານ​ບ້ານ​ເຫຼົ່ານີ້ມີ​ທ່າ​ທາງ​ວ່າ​ຈະ​ເປັນ​ກະ​ແຈ​ອັນ​ສຳຄັນທີ່​ຈະ​ສະ ກັດ​ກັ້ນການ​ແຜ່​ຂະຫຍາຍຂອງ​ກຸ່ມ​ລັດ​ອິສລາມ ​ເວລາ​ໃດກຳລັງ​ເພື່ອນ​ມິດໄດ້​ມີ​ການ​ລະ ບຸແລະ​ໃຫ້ການ​ຊ່ວຍ​ເຫລືອ ​ແຕ່ພວກ​ເຮົາ​ຍັງ​ບໍ່​ທັນ​ໄປ​ເຖິງ​ຈຸດ​ນັ້ນ​ເທຶ່ອ.

ທະຫານລີເບຍຄົນນຶ່ງ ຢືນຍາມຢູ່ປະຕູເຂົ້າເມືອງ 110 ກິໂລແມັດ (68 ໄມລ) ຈາກເມືອງ Sirte ປະເທດ Libya.
ທະຫານລີເບຍຄົນນຶ່ງ ຢືນຍາມຢູ່ປະຕູເຂົ້າເມືອງ 110 ກິໂລແມັດ (68 ໄມລ) ຈາກເມືອງ Sirte ປະເທດ Libya.

ລີເບຍ ຍັງ​ຢູ່ພາຍ​ໃຕ້​ການ​ຫ້າມຂາຍ​ອາວຸດ​ຂອງ​ສະຫະປະຊາ​ຊາດ ເພື່ອ​ປ້ອງກັນບໍ່​ໃຫ້ອາ ວຸດຮ້າຍ​ແຮງຕົກ​ໄປ​ຢູ່​ໃນ​ກຳມື​ຂອງພວກ​ກໍ່​ການ​ຮ້າຍ ​ແລະ​ພວກທະຫານ ບ້ານ ທີ່​ຊອກ​ສະ​ແຫວ​ງຫາອຳນາດນັ້ນ.

​ເຖິງ​ຢ່າງ​ໃດ​ກໍ​ດີ ຖະ​ແຫລ​ງການ​ຮ່ວມທີ່​ໄດ້ນຳ​ອອກ​ເຜີຍ​ແຜ່ ຫລັງ​ຈາກກອງ​ປະຊຸມນາໆ ​ຊາດ ໃນ​ວັນ​ຈັນ​ຜ່ານ​ມາ ​ທີ່​ນະຄອນ Vienna ​ແລ້ວ ກໍ​ໄດ້ມີ​ການ​ໃຫ້​ສັນຍານ​ວ່າ ບັນດາ​ ປະ​ເທດ​ມະຫາ​ອຳນາດ ຮວມທັງສະຫະລັດ ​ແມ່ນ​ພ້ອມ​ແລ້ວ​ທີ່​ຈະ​ສະໜອງ​ອາວຸດ ​ແລະ ​ໃຫ້ການ​ສະໜັບສະໜູນ​ຕໍ່ລັດຖະບານ​ລີ​ເບຍເພື່ອ​ຕໍ່ສູ້​ກັບ​ກຸ່ມລັດ​ອິສລາມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG