ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄ້າຍທະຫານ ສຫລ ທີ່ອັຟກາ​ນິສຖານ ຍັງສືບຕໍ່ ຈູດຂີ້ເຫຍື້ອ ຢູ່ຂຸມກາງແຈ້ງ ທີ່ອັນຕະລາຍ ຕໍ່ສຸຂະພາບ


ແຜນທີ່ ອັຟກາ​ນິສຖານ
ແຜນທີ່ ອັຟກາ​ນິສຖານ
ຄະນະ​ສື​ບສວນຂອງ​ລັດຖະບານ​ກາງສະຫະລັດ ກ່າວ​ວ່າ ​ຄ້າຍ
​ທະຫານແຫ່ງ​ນຶ່ງໃນອັຟກາ​ນິສຖານ ​ໃນ​ເຂດພາກ​ໃຕ້​ທີ່​ຫ່າງ​ໄກນັ້ນ
ຍັງ​ສືບ​ຕໍ່​ຈູດ​ເຜົາ​ຂີ້​ເຫຍື້ອຢູ່​ໃນ​ຂຸມ​ກາງ​ແຈ້ງ ​ເຖິງ​ແມ່ນ​ສະຫະລັດ​
ໄດ້​ສ້າງ​ເຕົາ​ເຜົາ​ໄຟຟ້າ 4 ​ໜ່ວຍ​ ທີ່​ມີມູນ​ຄ່າ 11 ລ້ານ 5 ​ແສນ
ໂດລ່າ​ ​ໃຫ້​ແລ້ວກໍ​ຕາມ.

ທ່ານ John Sopko ​ເຈົ້າ​ໜ້າ​ທີ່ກວດກາ​ພິ​ເສດ​ ສໍາລັບ​ໂຄງການ​
ບູລະນະ​ສ້າງສາອັຟກາ​ນິສຖານຄືນໃໝ່​ນັ້ນ ​ ກ່າວ​ໃນ​ວັນ​ພະຫັດ
​ມື້​ນີ້​ວ່າ ການ​ຈູດເຜົາຂີ້​ເຫຍື້​ອຢູ່​ໃນ​ຂຸມ​ເປີດ​ກວ້າງ​ກາງ​ແຈ້ງ​ນັ້ນ ​
ແມ່ນມີ​ຄວາມ​ສາມາດ​ບົ່ມ​ຊ້ອນ ທີ່​ຈະ​ເປັນ​ອັນຕະລາຍ​ຕໍ່​ສຸຂະພາບ
ຂອງ​ຜູ້​ຄົນຈໍານວນ 13,500 ຄົນ ​ທີ່ເຮັດ​ວຽກຢູ່​ໃນຄ້າຍ Leather-
neck ຊຶ່ງ​ເປັນຖານ​ທັບໃຫຍ່​ແຫ່ງ​ນຶ່ງຂອງສະຫະລັດ​ ໃນ​ແຂວງ Helmand ນັ້ນ.

ທ່ານ Sopko ​ໄດ້​ຂຽນ​ຈົດໝາຍ​ເຖິງ ນາຍ​ພົນ​ຂັ້ນ​ສູງ​ຂອງສະຫະລັດ 2 ທ່ານ ວ່າ​:

“ຄວັນພິດຈາກ​ການ​ຈູດເຜົາຂີ້​ເຫຍື້​ອ​ໃນ​ແຕ່​ລະ​ມື້ນັ້ນ ຈະເພີ່ມ​ໄພ​ຄຸກ​ຄາມ​ຕໍ່​ສຸຂະ​ພາບ​
ໃນ​ໄລຍະ​ຍາ​ວ ຂອງພະນັກງານ​ໃນ​ຄ້າຍ​ທະຫານແຫ່ງ​ນັ້ນ ຊຶ່ງຮວມທັງ​ທໍາລາຍ​ການ​
ທໍາ​ງານຂອງ​ປອດ ​ແລະເຮັດ​ໃຫ້ໂຣກ​ຊໍ້າ​ເຮືອ​ທັງຫຼາຍຮ້າຍ​ແຮງ​ຂຶ້ນ ນັບ​ຕັ້ງ​ແຕ່ໂຣກ
ຫືດ​ໄປຈົນ​ເຖິງໂຣກທີ່​ຂັດຂວາງ​ການ​ທໍາ​ງານ​ຂອງປອດ​ ​ແບບ​ຊໍ້າ​ເຮື້ອ.”


ທ່ານ​ກ່າວຕຶ່ມ​ວ່າ ຈະ​ບໍ່​ມີ​ຄວາມ​ຈໍາ​ເປັນ​ທີ່​ຈະ​ຕ້ອງໃຊ້ຂຸ​ມ​ຈູດ​ເຜົາ​ຂີ້​ເຫຍື້ອ​ເລີຍ ຖ້າ​ຫາກວ່າ
ຄ້າຍດັ່ງກ່າ​ວ ​ໃຊ້​ເຕົາ​ເຜົາໄຟຟ້າ.
XS
SM
MD
LG