ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອຸບັດ​ເຫດ ​ເຮືອບິນທະຫານ ​ສອງ​ລຳ​ຕົກ ເຮັດໃຫ້ ນັກບິນຄົນນຶ່ງ ເສຍຊີວິດ


ຄວັນພຸ່ງຂຶ້ນສູ່ທ້ອງຟ້າຈາກເຮືອບິນ Blue Angels F/A-18 ຕົກທີ່ເມືອງ Smyrna ລັດ Tennessee.
ຄວັນພຸ່ງຂຶ້ນສູ່ທ້ອງຟ້າຈາກເຮືອບິນ Blue Angels F/A-18 ຕົກທີ່ເມືອງ Smyrna ລັດ Tennessee.

ນັກ​ບິນ​ຄົນ​ນຶ່ງ​ໄດ້ເສຍຊີວິດ ໃນ​ອຸບັດ​ເຫດ​ເຮືອບິນ​ສອງ​ລຳ​ຕົກ ທີ່​ແຕກ​ຕ່າງ​ກັນ ​ໃນການສະ ແດງ​ຂອງທີມ​ເຮືອ​ບິນລົບທະ​ຫານ​ຊັ້ນຍອດ.

​ນັກ​ບິນ​ຄົນ​ນຶ່ງ​ຂອງ​ກອງທັບ​ເຮືອ Blue Angels ​ໄດ້​ເສຍ​ຊີວິດ​ໃນ​ວັນ​ພະຫັດ​ວານ​ນີ້​ ເວລາ​ ເຮືອບິນລົບ​ F/A-18 ຂອງ​ລາວ ​ໄດ້​ຕົກລະຫວ່າງ​ບິນ​ຂຶ້ນ​ຢູ່​ໃນ​ການເຝິກ​ຊ້ອມ​ໃນຕອນ
ບ່າຍບໍ່​ເທົ່າ​ໃດ​ມື້​ກ່ອນ​ກຳນົດ​ສະ​ແດງ​ການບິນ. ອຸບັດ​ເຫດດັ່ງກ່າວ ​ເກີດ​ຂຶ້ນ​ທີ່​ເມືອງ Smyrna ລັດ Tennessee ​ໃກ້ໆ​ກັບ​ເມືອງ Nashville. ​ເຮືອບິນ Blue Angels ອີກ​ຫ້າ ​ລໍາ​ໄດ້​ລົງ​ສູ່​ພື້ນ​ດິນ​ດ້ວຍ​ຄວາມ​ປອດ​ໄພ ​ຫລັງ​ຈາກ​ໄດ້​ເກີດ​ອຸບັດ​ເຫດ​ແລ້ວ.

​ເນື່ອງ​ຈາກອຸບັດ​ເຫດ​ຮ້າຍ​ແຮງນີ້ ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຝູງ​ບິນ Blue Angels ຈະ​ບໍ່​ ເຂົ້າ​ຮ່ວມໃນ​ການ​ສະ​ແດງ​ການບິນ​ອັນ​ຍິ່ງ​ໃຫຍ່​ ໃນ​ວັນ​ທ້າຍ​ສັບປະດາຈະ​ມາ​ເຖິງ​ນີ້.

​ໃນ​ຕອນ​ເຊົ້າ​ຂອງ​ມື້ວານນີ້ ​ເຮືອບິນ​ລຳ​ນຶ່ງ ຂອງຄະນະ Thunderbird ຈາກ​ກອງທັບອາ ກາດສະຫະລັດ ກໍ​ໄດ້ປະສົບ​ອຸບັດ​ເຫດ​ຕົກ​ຫລັງ​ຈາກ​ໄດ້​ບິນ​ຜ່່ານຢູ່ ພິທີມອບ​ໃບ​ປະລິນຍາ ​ຮຽນ​ຈົບ ທີ່​ປະທານາທິບໍດີ​ ສະຫະລັດ ທ່ານ Barack Obama ​ໄດ້​ກ່າວ​ຄຳ​ປາ​ໄສ ​ຢູ່​ທີ່ລັດ Colorado ນັ້ນ.

ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ນັກ​ບິນ​ປອດ​ໄພ​ຫລັງ​ຈາກ​ໄດ້ໂດດ​ຈ້ອງ​ອອກ​ຈາກ​ເຮືອບິນ. ຫລັງ​ຈາກ​ນັ້ນ​ຕໍ່​ມາ ປະທາ​ນາ​ທິບໍດີ Obama ​ໄດ້​ພົບ​ປະ​ກັບ​ນັກ​ບິນຄົນ​ນີ້​ເປັນ​ເວລາ​ສັ້ນໆ.

​ກອງທັບ​ເຮືອ ​ແລະ​ກອງທັບ​ອາກາດ ກຳລັງ​ທຳ​ການ​ສືບສວນ​ການກ່ຽວ​ກັບ​ອຸບັດເຫດ ​ເຮືອບິນ​ຕົກ​ທັງ​ສອງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Blue Angels Crash
please wait
Embed

No media source currently available

0:00 0:01:09 0:00

XS
SM
MD
LG