ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທີ່ປຶກສາ ສຫລ ສາມາດເລີ້ມ ປະຕິບັດງານ ຢູ່ອີຣັກ ໃນ 6 ຫາ 8 ສັບປະດາ


US Iraq
please wait
Embed

No media source currently available

0:00 0:00:45 0:00

ບາດ​ກ້າວຂັ້ນຕໍ່ໄປ​ໃນ​ຄວາມ​ພະຍາຍາມ​ຂອງ​ສະຫະລັດ​ ​ເພື່ອ​ຊ່ອຍ
​ເຫຼືອອີຣັກ ຕໍ່ສູ້​ກັບພວກ​ກໍ່ການ​ຮ້າຍກຸ່ມລັດ​ອິສລາມ ​ແມ່ນ​ອາດ
​ສາມາດ​ເລີ້ມ​ຂຶ້ນ​ໄດ້​ ພາຍ​ໃນ 6 ຫາ 8 ສັບປະດາ​ ທີ່ທຳນຽບຫ້​າ
ແຈ​ກ່າວ​ວ່າ ພວມກະກຽມທີ່ຈະສົ່ງ​ເຈົ້າ​ໜ້າ​ທີ່​ທະຫານຈຳນວນ
450 ຄົນ ​ໄປ​ຍັງ ​ແຂວງ Anbar ​ເພື່ອໃຫ້​ຄຳ​ແນະນຳ​ປຶກສາ​ແລະ​
ຊ່ອຍ​ເຫຼືອກອງ​ກຳລັງ​ອີຣັກ.

ພວກ​ທີ່ປຶກສາ​ເຫຼົ່າ​ນີ້ ຈະ​ເລີ້ມປະຕິບັດ​ງານ​ຢູ່ທີ່​ຄ້າຍ Taqqadum ຊຶ່ງ​ຕັ້ງ​ຢູ່​ລະຫວ່າງເມືອງ Ramadi ​ແລະ​ເມືອງ Fallujah ສອງ​ຫົວ​ເມືອງ​ໃຫຍ່​ທີ່​ກຸ່ມລັດ​ອິສລາມ ໄດ້​ເຂົ້​າຍຶດຄອງ​ໃນ ເວລານີ້.

ໂຄສົກຂອງ​ທຳນຽບຫ້າ​ແຈ ທ່ານ ພັນ​ເອກ Steve Warren ​ໄດ້​ກ່າວ​ວ່າ ທີ່​ຄ້າຍ Taqqa
dum ກອງ​ກຳລັງ​ຂອງສະຫະລັດ ຈະ​ໃຫ້​ຄຳ​ປຶກສາແກ່ກອງພົນທີ 8 ຂອງ​ອີຣັກ ກ່ຽວກັບ​ວ່າ “ຈະໃຊ້ກຳລັງທະຫານ​ຂອງຕົນແນວໃດດີທີ່ສຸດ​” ​ແລະ​ການ​ປັບປຸງໃນດ້ານພະລາທິ​ການ​ແລະສືບລັບ.

ນອກນັ້ນພວກ​ເຂົາ​ເຈົ້າ​ຍັງ​ຈະໄດ້ດຳເນີນງານເພື່ອນຳເອົາພວກຊົນເຜົ່າທີ່ນັບຖືນິກາຍຊຸນນີ່ ໃນແຂວງ Anbar ປະຊາສຳພັນເຊື່ອມຕໍ່ກັບລັດຖະບານອີຣັກ ໃນຄວາມພະຍາຍາມເພື່ອ ຊ່ອຍນຳເອົາກຳລັງທະຫານບ້ານຊຸນນີ່ ເຂົ້າຮ່ວມສົມທົບກັບກຳລັງນິຍົມລັດຖະບານອີຣັກ ທີ່ກຳລັງຕໍ່ສູ້ກັບກຸ່ມລັດ​ອິສລາມ.

ທຳນຽບຂາວ ໄດ້ປະກາດກ່ຽວກັບການປະຕິບັດງານດັ່ງກ່າວ ໃນວັນພຸດວານນີ້ ໂດຍກ່າວ
ວ່າ ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ປຶກສາກັບນາຍົກລັດຖະມົນຕີ
ອີຣັກ ທ່ານ Haider al-Abadi ແລະການເຄື່ອນໄຫວດັ່ງກ່າວນີ້ ແມ່ນສອດຄ່ອງກັບການ
ຮ້ອງຂໍຄວາມຊ່ອຍເຫຼືອເພີ້ມຕື່ມຂອງທ່ານ Abadi.

ບັນດາເຈົ້າໜ້າທີ່ຈຸໃໝ່ນີ້ ຈະໄປສົມທົບກັບກອງກຳລັງທະຫານ 3,100 ຄົນ ທີ່ໄດ້ໃຫ້​ການ
ຝຶກແອບແລະໃຫ້ຄຳປຶກສາແກ່ກອງກຳລັງອີຣັກ ໃນຄ້າຍອື່ນໆໃນທົ່ວປະເທດຢູ່ແລ້ວ. ຈະບໍ່ມີກອງກຳລັງທະຫານສະຫະລັດ ປະຕິບັດງານສູ້ລົບທາງພາກພື້ນດິນ ແຕ່ຢ່າງໃດ ຊຶ່ງທ່ານ ໂອບາມາ ໄດ້ອອກຄຳສັ່ງ ບໍ່ໃຫ້ປະຕິບັດນັ້ນ.

US to Deploy 450 Additional Troops to Advise Iraqi Forces
please wait

No media source currently available

0:00 0:02:33 0:00

ຮອງທີ່ປຶກສາດ້ານຄວາມປອດໄພແຫ່ງຊາດສະຫະລັດ ທ່ານ Ben Rhodes ໄດ້ກ່າວວ່າ ໃນທີ່ສຸດ, ພວກເຈົ້າກໍ ອາດໄດ້ຍິນປະທານາທິບໍດີ ກ່າວໃນຫຼາຍໆຄັ້ງວ່າ ມັນຕ້ອງເປັນ ການແກ້ໄຂແບບທ້ອງຖິ່ນ ທີ່ຈະຍຶດເອົາດິນແດນຄືນ ແລະຮັກສາດິນແດນດັ່ງກ່າວໄວ້ ແລະນກອງກຳລັງສະຫະລັດ ບໍ່ສາມາດເຮັດຕາງອີຣັກໄດ້. ທ່ານຍັງໄດ້ກ່າວອີກວ່າ ແລະເວົ້າຕາມຕົງແລ້ວ, ອີຣັກ ຕ້ອງຢາກເປັນຜູ້ນຳໃນທີ່ນີ້ ດ້ວຍຕົວຂອງພວກເຂົາ
ເຈົ້າເອງ.

ນັກລັດຖະສາດອະວຸໂສຂອງບໍລິສັດ RAND ແລະອະດີດເຈົ້າໜ້າທີ່ທະຫານບົກ ທ່ານ Rick Brennan ໄດ້ບອກກັບ VOA ວ່າ ຄວາມພະຍາຍາມອັນໃໝ່ນີ້ ແມ່ນການເອົາ
ບາດກ້າວໃນທາງທີ່ຖືກຕ້ອງ ແຕ່ບໍ່ໄດ້ຮວມເອົາກຳລັງທີ່ພຽງພໍ ເພື່ອຈະໃຫ້ບັນລຸຜົນສຳ ເລັດ ຕໍ່ເປົ້າໝາຍຂອງປະທານາທິບໍດີ.

ທ່ານ Hadi al-Amiri, ຜູ້ນຳປະຕິບັດງານ ໃນເມືອງ Fallujah, ແຂວງ Anbar ມິຸຖນາ 1, 2015
ທ່ານ Hadi al-Amiri, ຜູ້ນຳປະຕິບັດງານ ໃນເມືອງ Fallujah, ແຂວງ Anbar ມິຸຖນາ 1, 2015
XS
SM
MD
LG