ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຄາດວ່າ ຈະມີການປະທ້ວງ ຕໍ່ຕ້ານສະຫະລັດ ເພີ້ມຂຶ້ນ (ສະໄລດ໌ກັບວີດີໂອ)


ຜູ້ປະທ້ວງຊາວອີຈິບຄົນນຶ່ງ ຍົກມືຂຶ້ນເປັນຮູບໂຕ V ອັນເປັນສັນຍາລັກຂອງໄຊຊະນະ ຢູ່ໃກ້ໆກັບລົດຕຳຫຼວດທີ່ພວມຖືກໄຟໄໝ້ ໃນລະຫວ່າງການປະທະກັນ ບໍ່ໄກສະຖານທູດສະ ຫະລັດໃນກຸງໄຄໂຣ (13 ກັນຍາ 2012)
ຜູ້ປະທ້ວງຊາວອີຈິບຄົນນຶ່ງ ຍົກມືຂຶ້ນເປັນຮູບໂຕ V ອັນເປັນສັນຍາລັກຂອງໄຊຊະນະ ຢູ່ໃກ້ໆກັບລົດຕຳຫຼວດທີ່ພວມຖືກໄຟໄໝ້ ໃນລະຫວ່າງການປະທະກັນ ບໍ່ໄກສະຖານທູດສະ ຫະລັດໃນກຸງໄຄໂຣ (13 ກັນຍາ 2012)
ສະຫະລັດໄດ້ເພີ້ມການຮັກສາຄວາມປອດໄພຢູ່ຕາມສະຖານທູດ
ແຫ່ງຕ່າງໆຂອງຕົນ ໃນທົ່ວໂລກ ຂະນະທີ່ພວກເຈົ້າໜ້າທີ່ ພວມ
ກຽມຮັບມື ກັບການເດີນຂະບວນທີ່ແຮງຂຶ້ນກວ່າເກົ່າໃນພາກຕາ
ເວັນອອກກາງ ເພື່ອປະທ້ວງຮູບເງົາຕໍ່ຕ້ານສາສະໜາອິສລາມທີ່ ສ້າງໂດຍຄົນອາເມຣິກັນນັ້ນ.

ເປັນທີ່ຄາດກັນວ່າ ຝູງຊົນຈະໄປເຕົ້າໂຮມກັນຫຼັງຈາກພິທີສູດມົນ
ໃນວັນສຸກມື້ນີ້. ໃນຕອນເຊົ້າມືດມື້ນີ້ຕຳຫຼວດອີຈິບໄດ້ໃຊ້ລະເບີດ ນໍ້າຕາຂັບໄລ່ພວກປະທ້ວງ ທີ່ໂຮມຊຸມນຸມກັນຢູ່ໃກ້ໆສະຖານທູດ
ສະຫະລັດ ໃນນະຄອນຫຼວງໄຄໂຣ ເປັນມື້ທີສີ່ລຽນຕິດ.

ການເດີນຂະບວນ ທີ່ເລີ້ມຂຶ້ນໃນຕົ້ນອາທິດນີ້ ຢູ່ທີ່ປະເທດອີຈິບ
ແລະລີເບຍໄດ້ແຜ່ລາມໄປຍັງເຂດອື່ນໆຮວມທັງປະເທດເຢເມນ
ອີຣ່ານ ອີຣັກ ແລະບັງກລາແດັສ ໃນວັນພະຫັດວານນີ້.



ຂະນະດຽວກັນ ເຈົ້າໜ້າທີ່ລີເບຍໄດ້ຈັບ 4 ຄົນທີ່ພົວພັນກັບການໂຈມຕີສະຖານກົງສຸນສະ ຫະລັດທີ່ເມືອງ Benghazi ຊຶ່ງເປັນເຫດໃຫ້ ອກອັກຄະລັດຖະທູດສະຫະລັດປະຈຳລີເບຍ
ທ່ານ Christopher Stevens ພ້ອມດ້ວຍພະນັກງານຂອງທ່ານອີກ 3 ຄົນເສຍຊີວິດ. ເຈົ້າ ໜ້າທີ່ຍັງບໍ່ທັນໃຫ້ລາຍລະອຽດໃດໆກ່ຽວກັບການຈັບກຸມນີ້ເທື່ອ.

ບັນດາໜ່ວຍສືບລັບຕ່່າງໆຂອງສະຫະລັດ ພວມທຳການກວດກາເບິ່ງການກ່າວຫາກ່ຽວ ກັບການພົວພັນຂອງກຸ່ມຫົວຮຸນແຮງທີ່ເປັນເຄືອຂ່າຍຂອງພວກກໍ່ການຮ້າຍຂ້າມຊາດອາລ ກາອີດາ. ແຕ່ໜ່ວຍສືບລັບເຫຼົ່ານີ້ ເວົ້າວ່າ ຍັງບໍ່ພົບຫຼັກຖານທີ່ແໜ້ນໜາ ກ່ຽວກັບເລື່ອງນີ້ ເທື່ອ.

XS
SM
MD
LG