ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານໂອບາມາຕ້ອນຮັບ ປະທານາທິບໍດີປາແລສໄຕນ໌


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຕ້ອນຮັບ
ປະທານາທິບໍ ດີປາແລສໄຕນ໌ ທ່ານ MAHMOUD
ABBASສູ່ທຳນຽບຂາວ ໃນວັນພຸດມື້ນີ້ ເພື່ອເຈລະຈາ
ຫາລື ກ່ຽວກັບການສ້າງຄວາມກ້າວໜ້າ ໃຫ້ແກ່ຂັ້ນຕອນ
ການສ້າງສັນຕິພາບ ໃນພາກຕາເວັນອອກກາງ.

ທ່ານ ABBAS ກ່າວວ່າ ທ່ານມີແຜນການທີ່ຈະຮ້ອງຂໍໃຫ້
ປະທານາທິບໍ ດີໂອບາມາ ທຳການຕັດສິນໃຈແບບກ້າຫານ
ເພື່ອນຳພາພາກຕາເວັນອອກກາງ ໄປສູ່ສັນຕິພາບ.
ພວກເຈົ້າໜ້າທີ່ອະວຸໂສຂອງປາແລສໄຕນ໌ກ່າວວ່າ
ປະທານາທິ ບໍດີ ABBAS ຈະຮ້ອງຂໍໃຫ້ທ່ານໂອບາມາ ກົດດັນອິສະຣາແອລ
ເພື່ອຊ່ອຍໃຫ້ ການເຈລະຈາທາງອ້ອມ ຮອບປັດຈຸບັນ ປະສົບກັບຄວາມສຳເລັດ.

ນອກນັ້ນ ຍັງເປັນທີ່ຄາດກັນວ່າ ປະທານາທິບໍດີໂອບາມາຈະພະຍາຍາມ ຫາທາງຫຼຸດຜ່ອນ
ຄວາມເຄັ່ງຕຶງ ລຸນຫຼັງໜ່ວຍກ້າຕາຍຂອງອິສະຣາແອລ ບຸກຂຶ້ນ ໄປເທິງຝູງກຳປັ່ນຂົນ
ການຊ່ອຍເຫຼືອ ທີ່ພະຍາຍາມຈະບຸກຜ່ານການປິດລ້ອມ ເຂດກາຊາ ຂອງອິສະຣາແອລ
ໃນສັບປະດາແລ້ວ. ມີຊາວເຕີກກີ 8 ຄົນ ແລະ ຊາວອະເມຣິກັນເຊື້ອສາຍເຕີກກີຄົນນຶ່ງ
ເສຍຊີວິດ ໃນ​ເຫດການດັ່ງກ່າວ.

ເຈົ້າໜ້າທີ່ຄົນນຶ່ງຂອງສະຫະລັດກ່າວວ່າ ປະທານາທິບໍດີໂອບາມາຈະໂອ້ ລົມກັບທ່ານ
ABBAS ກ່ຽວກັບການເອົາບາດກ້າວຕ່າງໆ ເພື່ອປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນ
ໃນເຂດກາຊາໃຫ້ດີຂຶ້ນ ​ແລະ​ວ່ານອກ​ນັ້ນ​ແລ້ວ ທ່ານໂອບາ ມາ ຈະສົນທະນາຫາລືກ່ຽວກັບ
ການໃຫ້ຄວາມສະໜັບສະໜຸນຂອງສະຫະລັດ ຕໍ່ ໂຄງການສະເພາະຕ່າງໆຈຳນວນນຶ່ງ
ເພື່ອຊຸກຍູ້ການພັດທະນາເສດຖະກິດ ແລະການດຳຣົງຊີວິດທີ່ມີຄຸນນະພາບດີຂຶ້ນ.

XS
SM
MD
LG