ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພວກແຮັກເກີ້ ຣັດເຊຍ ເຈາະຂໍ້ມູນ ອີແມລ ທຳນຽບຫ້າແຈ


ແຜນທີ່ຣັດເຊຍ
ແຜນທີ່ຣັດເຊຍ

ສື່ມວນຊົນໃນສະຫະລັດ ລາຍງານວ່າ ພວກແຮັກເກີ້ທີ່ມີຖານ
ປະຕິບັດງານ ຢູ່ຣັດເຊຍ ໄດ້ເຈາະທະລຸເຂົ້າໄປ ໃນຕາໜ່າງອີ
ແມລ ຫົວໜ້າເສນາທິການຮ່ວມ ຂອງທຳນຽບຫ້າແຈ ຊຶ່ງເຮັດ
ໃຫ້ລະບົບດັ່ງກ່າວ ຕ້ອງໄດ້ອັດລົງເປັນເວລາ 2 ອາທິດ.

ອົງການຂ່າວຕ່າງໆໄດ້ອ້າງຄຳເວົ້າຂອງທຳນຽບຫ້າແຈ ທີ່ໃຫ້
ການຢືນຢັນກ່ຽວ ກັບການໂຈມຕີເຈາະຂໍ້ມູນຄັ້ງນີ້.

ໂທລະພາບ NBC ຊຶ່ງອອກຂ່າວເປັນສະຖານີທຳອິດນັ້ນກ່າວ
ວ່າ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ການໂຈມຕີນີ້ ໄດ້ຮັບການ
ສະໜັບສະໜຸນຈາກລັດຖະບານຣັດເຊຍຫລືບໍ່? ຫລືເປັນພຽງ
ການກະທຳຂອງສ່ວນບຸກຄົນເທົ່ານັ້ນ.

ການໂຈມຕີເຈາະຂໍ້ມູນນີ້ ມີຂຶ້ນປະມານວັນທີ 25 ກໍລະກົດ ແລະມີຜົນກະທົບ ຕໍ່ພວກທະ ຫານແລະພົນລະເຮືອນ ປະມານ 4,000 ຄົນ. ໂທລະພາບ NBC ອ້າງຄຳເວົ້າຂອງແຫຼ່ງ ຂ່າວທີ່ບໍ່ປະສົງອອກຊື່ ທີ່ກ່າວວ່າ ບໍ່ມີຂໍ້ມູນລັບໃດໆໄດ້ຖືກລັກຂະໂມຍໄປຫຼືຕົກຢູ່ໃນອັນ ຕະລາຍ ແຕ່ທຳນຽບຫ້າແຈ ໄດ້ອັດລະບົບອີແມລ ຂອງຫົວໜ້າເສນາທິການຮ່ວມ ໃນລະ ຫວ່າງ ທີ່ມີການສືບສວນກ່ຽວກັບການໂຈມຕີນັ້ນ.

ເມື່ອໄວໆມານີ້ ເຈົ້າໜ້າທີ່ສະຫະລັດໄດ້ໃຫ້ການຢືນຢັນວ່າ ຂໍ້ມູນສ່ວນຕົວຂອງພະນັກງານ ລັດຖະບານກາງ ພ້ອມທັງພະນັກງານສັນຍາຈ້າງແລະອື່ນໆອີກ ປະມານ 21 ລ້ານຄົນໄດ້ ຕົກຢູ່ໃນອັນຕະລາຍ ໃນການໂຈມຕີເຈາະຂໍ້ມູນທາງອິນເຕີແນັດ 2 ຄັ້ງ ທີ່ສົງໄສວ່າ ມີຕົ້ນ
ຕໍມາຈາກປະເທດຈີນ.

XS
SM
MD
LG