ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ McGovern ອະດີດຜູ້ແທນສະພາສູງ ເຖິງແກ່ມໍລະນະກໍາ (ສະໄລດ໌)


ທ່ານ George McGovern ອະດີດຜູ້ແທນສະພາສູງ ແລະຜູ້ສະໝັກລົງແຂ່ງຂັນເອົາຕໍາແໜ່ງປະທານາທິບໍດີສະຫະລັດ ຕອນຢູ່ທີ່ພັກອາໄສທີ່ຈັດສະເພາະໃຫ້ແກ່ ບັນດາຄົນເຈັບທີ່ຢູ່ໃນຂັ້ນສຸດທ້າຍ ໃນເດືອນກັນຍາ, 2012 ຜ່ານມາ
ທ່ານ George McGovern ອະດີດຜູ້ແທນສະພາສູງ ແລະຜູ້ສະໝັກລົງແຂ່ງຂັນເອົາຕໍາແໜ່ງປະທານາທິບໍດີສະຫະລັດ ຕອນຢູ່ທີ່ພັກອາໄສທີ່ຈັດສະເພາະໃຫ້ແກ່ ບັນດາຄົນເຈັບທີ່ຢູ່ໃນຂັ້ນສຸດທ້າຍ ໃນເດືອນກັນຍາ, 2012 ຜ່ານມາ
ທ່ານ George McGovern ອະດີດຜູ້ແທນສະພາສູງ ແລະຜູ້
ສະໝັກລົງແຂ່ງຂັນເອົາຕໍາ ແໜ່ງປະທານາທິບໍດີສະຫະລັດ ໄດ້
ເຖິງແກ່ມໍລະນະກໍາ ໂດຍຮວມອາຍຸໄດ້ 90 ປີ.

ທ່ານ McGovern ໄດ້ເສຍຊີວິດໃນວັນອາທິດວານນີ້ ທີ່ສະຖານ
ທີ່ພັກອາໄສທີ່ຈັດສະເພາະໃຫ້ແກ່ບັນດາຄົນເຈັບທີ່ຢູ່ໃນຂັ້ນສຸດ
ທ້າຍໃນລັດ Dakota ຊຶ່ງເປັນລັດບ້ານເກີດເມືອງນອນຂອງທ່ານ.

ຜູ້ແທນສະພາສັງກັດພັກເດໂມແຄຣດທ່ານນີ້ ໄດ້ຮັບໃຊ້ຢູ່ໃນລັດ
ຖະສະພາສະຫະລັດ ເປັນ ເວລານານກວ່າສອງທົດສະວັດເລີ້ມ
ແຕ່ປີ 1957 ເປັນຕົ້ນມາ ໂດຍທໍາອິດນັ້ນ ທ່ານໄດ້ ເປັນສະມາຊິກສະພາຜູ້ແທນຕໍ່າຜູ້ນຶ່ງ ແລະຈາກນັ້ນກໍມາເປັນສະມາຊິກສະພາຜູ້ແທນສູງ ໃນປີ 1963.

ໃນປີ 1972 ນັ້ນ ທ່ານໄດ້ລົງສະໝັກເລືອກຕັ້ງ ໂດຍເປັນຄູ່ແຂ່ງຂອງປະທານາທິບໍດີ Richard Nixon ໃນເວທີຕໍ່ຕ້ານສົງຄາມຫວຽດນາມ.

ລຸນຫລັງທີ່ໄດ້ລາອອກຈາກສະພາສູງໃນປີ 1981 ທ່ານ McGovern ໄດ້ເປັນອາຈານ ສອນ, ນາຍຄູ ແລະທູດລະດັບໂລກຂອງສະຫະປະຊາຊາດວ່າດ້ວຍໄພອຶດຫີວ. ໃນປີ 2000 ທ່ານໄດ້ຮັບຫລຽນອິດສະລະຂອງປະທານາທິບໍດີ ຫລື Presidential Medal of Freedom ຊຶ່ງເປັນຫລຽນກາຄໍາຊອບພົນລະເຮືອນສູງສຸດ ໂດຍແມ່ນອະດີດປະທານາທິ ບໍດີ Bill Clinton ເປັນຜູ້ມອບໃຫ້.

ເບິ່ງສະໄລດ໌ກ່ຽວກັບມື້ລາງທ່ານ George McGovern

XS
SM
MD
LG