ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ ລັດຖະບານກາງ ສະຫະລັດ ກວດຄົ້ນ ບ້ານພັກ ພວກທີ່ມາທ່ອງທ່ຽວ ເພື່ອຄອດລູກ


ເຈົ້າໜ້າທີ່ລັດຖະບານກາງ ກຳລັງກວດຄົ້ນ ສະຖານທີ່ພັກເຊົາ
ຂອງພວກຖືພາ ເພື່ອມາຄອດລູກ ຢູ່ ສຫລ.
ເຈົ້າໜ້າທີ່ລັດຖະບານກາງ ກຳລັງກວດຄົ້ນ ສະຖານທີ່ພັກເຊົາ ຂອງພວກຖືພາ ເພື່ອມາຄອດລູກ ຢູ່ ສຫລ.

ເຈົ້າໜ້າທີ່ລັດຖະບານ​ກາງ​ ໄດ້​ບຸກເຂົ້າໄປກວດ​ຄົ້ນສະຖານທີ່
ຕ່າງໆ​ສິບກວ່າ​ແຫ່ງ ​ໃນ​ວັນ​ອັງຄານ​ວານ​ນີ້ ​ທີ່​ລັດ California
ທາງພາກ​ຕາ​ເວັນ​ຕົກ​ຂອງສະຫະລັດ​ເພື່ອ​ທັບ​ມ້າງຕໍ່​ອັນ​ທີ່​ຮ້ອງ​
ວ່າ ແຜນການ “ມາທ່ອງທ່ຽວເພື່ອຄອດລູກ” ໂດຍໃຫ້ບໍລິກາ​ນ
ສ່ວນໃຫຍ່​ ແກ່ພວກແມ່ຍິງ​ຖືພາຈາກ​ຈີນ ​ທີ່​ຕ້ອງການຢາກ​ໃຫ້
​ລູກ​ຂອງ​ເຂົາ​ເຈົ້າ​ ມາ​ເກີດ​ເປັນ​ສັນຊາດອາ​ເມຣິກາ.

ອີງຕາມເຈົ້າໜ້າທີ່ແລ້ວ ສະຖານ​ທີ່​ໆຮູ້​ກັນ​ວ່າ “​ໂຮງ​ແຮມ​ແມ່
ມານ” ນັ້ນ ໄດ້ຖືກກວດຄົ້ນ ຢ່າງ​ກະທັນຫັນໃນຄັ້ງນີ້ ແມ່ນມີ
ຮວມທັງຢ່າງ​ໜ້ອຍຕຶກ​ຫໍພັກຫຼື apartment ​ແຫ່ງນຶ່ງທີ່ພວກ​
ແມ່ຍິງ​ມີ​ລາຍ​ງານ​ວ່າ ໄດ້ຈ່າຍ​ເງິນ​ເຖິງ 50,000 ​ໂດ​ລາ​ເພື່ອ
ເປັນຄ່າ​ບ່ອນ​ພັກ​ພາ​ອາ​ໄສ ​ເດີນທາງແລະບໍ​ລິ​ການ​ຕ່າງໆ.

ບໍ່​ໄດ້​ມີ​ການ​ຈັບ​ກຸມ​ແຕ່​ປະການໃດ​ຈາກການບຸກເຂົ້າໄປກວດຄົນ ​ໃນວັນ​ອັງຄານ​ວານ​ນີ້
​ແຕ່​ເຈົ້າ​ໜ້າ​ທີ່​ກວດ​ຄົນ​ເຂົ້າ​ເມືອງ ​ແລະ​ຫ້ອງການ​ພາສີ ກ່າວ​ວ່າ ການ​ສືບສວນ​ໄດ້​ຊອກ
​ຫາ​ຫລັກ​ຖານທີ່​ອາດ​ເປັນ​ຄວາມ​ຜິດຕ່າງໆຮວມທັງການສໍ້ໂກງ ໃນເລື້ອງວີ​ຊາແລະພາສີ
ນຳດ້ວຍ.

ບັນດາ​ຜູ້​ຊ່ຽວຊານດ້ານ​ຄົນ​ເຂົ້າ​ເມືອງ ກ່າວ​ວ່າ ບໍ່​ມີ​ຫຍັງ​ຮ້າຍ​ແຮງ​ຜິດ​ກົດໝາຍ ກ່ຽວ​ກັບ​
ການ​ຄາດໝາຍ​ທີ່​ຈະ​ເປັນແມ່ ທີ່​ເຂົ້າ​ມາ​ຈາກ​ຕ່າງປະ​ເທດ​ເພື່ອ​ຄອດ​ລູກ ຢູ່​ໃນສະຫະລັດ. ພາຍ​ໃຕ້​ລັດຖະທຳ​ມະນູນສະຫະລັດ ບໍ່​ວ່າ​ເດັກນ້ອຍ​ໃດ​ໆທີ່​ເກີດ​ຢູ່​ໃນດິນ​ຂອງສະຫະລັດ
ນັ້ນ ​ເປັນ​ສັນຊາດອາ​ເມຣິກາ ຢ່າງ​ອັດຕະ​ໂນ​ມັດ.

ບັນດາ​ຜູ້​ສືບສວນ​ກ່າວ​ວ່າ ທຸລະ​ກິດ​ພົວພັນ​ກັບການ “ທ່ອງ​ທ່ຽວ​ເພື່ອຄອດ​ລູກ” ​ໄດ້​ໃຫ້​
ຄຳໝັ້ນ​ສັນຍາ​ແກ່​ລູກ​ຄ້າ​ວ່າ ​ເຂົາ​ເຈົ້າ​ຈະ​ໄດ້​ຮັບນໍ້​າເບີ​ບັດສັງຄົມສົງເຄາະ ​ແລະ​ໜັງສື
ຜ່ານ​ແດນສະຫະລັດ ​ແກ່​ພວກ​ເດັກນ້ອຍ ​ກ່ອນ​ຈະເດີນທາງ​ ກັບ​ຄືນ​ໄປ ປະ​ເທດ​ຈີນ. ​
ເວລາ​ໃດ​ທີ່​ພວກ​ເດັກນ້ອຍອາຍຸຮອດ 21 ປີ​ແລ້ວເຂົາ​ເຈົ້າ​ສາ​ມາດ​ຂໍ​ວີ​ຊາໃຫ້​ແກ່ສະມາ
ຊິກ​ຄອບຄົວເຂົາ​ເຈົ້າ ທີ່ອາໄສຢູ່ໃນຕ່າງ​ປະ​ເທດໄດ້.

US MATERNITY HOTELS VOSOT
please wait

No media source currently available

0:00 0:01:18 0:00

XS
SM
MD
LG