ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳສະຫະລັດ ແລະມາເລເຊຍ ມ່ວນຊື່ນ ໃນການຫຼິ້ນ golf ນຳກັນ


ປ. ໂອບາມາ ແລະນາຍົກລັດຖະມົນຕີ Najib Razak ແຫ່ງມາເລເຊຍ ພາກັນຍ່າງອອກຈາກເດີ່ນຕີ golf ທີ່ຖານທັບທະຫານມາຣິນ ໃນອ່າວ Kaneohe ທີ່ລັດ ຮາວາຍ
ວັນທີ 24 ທັນວາ 2014.
ປ. ໂອບາມາ ແລະນາຍົກລັດຖະມົນຕີ Najib Razak ແຫ່ງມາເລເຊຍ ພາກັນຍ່າງອອກຈາກເດີ່ນຕີ golf ທີ່ຖານທັບທະຫານມາຣິນ ໃນອ່າວ Kaneohe ທີ່ລັດ ຮາວາຍ ວັນທີ 24 ທັນວາ 2014.

ປະທານາທິບໍດີ ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະລັດ ​ໄດ້​ຫຼິ້ນ golf
​ໃນ​ວັນ​ພຸດ​ວານ​ນີ້​ກັບ​ຄູ່​ແຂ່ງ​ໃໝ່​ແລະ​ມີ​ກຽດ ນັ້ນກໍຄື ​ທ່ານ Na
jib Razak ນາຍົກ​ລັດຖະມົນຕີມາ​ເລ​ເຊຍ ທີ່​ກຳລັງ​ມາ​ພັກຜ່ອນ
ຢູ່​ລັດ​ຮາ​ວາຍ​ຂອງ​ສະຫະລັດຊຶ່ງ​ເປັນ​ລັດ​ບ້ານ​ເກີດ​ເມືອງ​ນອນ​
ຂອງ​ປະທານາທິບໍດີ​ສະຫະລັດ​ນັ້ນ.

ບັນດາ​ຜູ້ນຳ​ຂອງ​ສອງ​ປະ​ເທດ​ໄດ້​ຫຼິ້ນ golf ນຳ​ກັນ​ຮອບ​ນຶ່ງ​ກ່ອນ​
ວັນ​ຄຣິສມັສ ທີ່​ຖານ​ທັບ​ທະຫານ​ມາຣິນ ​ໃນ​ອ່າວ Kaneohe
ພ້ອມ​ກັບພວກ​ຊ່ອຍ​ວຽກ​ທ່ານ​ໂອ​ບາ​ມາ 2 ຄົນ.

ທຳນຽບຂາວ​ອອກ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ​ໂດຍ​ກ່າວ​ວ່າ ຜູ້ນຳ​
ທັງ​ສອງ “ສວຍ​ໂອກາດ​ນີ້ ​ເພື່ອ​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ຄວາມ​ສຳພັນ​
ທີ່​ກຳລັງ​ເຕີບ​ໂຕ ​ແລະ​ອົບ​ອຸ່ນ​ຂຶ້ນລະຫວ່າງ​ສະຫະລັດ​ແລະ​ມາ​ເລ​ເຊຍ”
ແລະ​ວ່າ ປະທານາທິບໍດີ​ຫວັງ​ວ່າ ຈະ​ດຳ​ເນີນ​ງານ​ຮ່ວມ​ກັນ​ກັບ​ທ່ານ Najhib ​ໃນ​ປີ​ຕໍ່ໜ້າ ​ເວລາ​ມາ​ເລ​ເຊຍ ຂຶ້ນ​ເປັນ​ປະທານວຽນ​ ຂອງ​ກຸ່ມ​ອາ​ຊຽນນັ້ນ.

ປະທານາທິບໍດີ ​ໂອ​ບາ​ມາ ​ໄດ້​ໄປ​ຢ້ຽມຢາມ​ມາ​ເລ​ເຊຍ ​ໃນ​ຕົ້ນ​ປີ​ນິ້ ຊຶ່ງ​ເປັນ​ປະທານາທິບໍດີ​ສະຫະລັດ​ຄົນ​ທຳ​ອິດ​ທີ່​ພວມ​ດຳລົງ​ຕຳ​ແໜ່​ງຢູ່ ​ໄປ​ຢ້ຽມຢາມ​ປະ​ເທດ​ດັ່ງກ່າວ ໃນ​ຮອບ
ເກືອບ 50 ປີຜ່ານມາ.

usobamamalaysia25december14
please wait

No media source currently available

0:00 0:00:37 0:00

XS
SM
MD
LG