ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້​ບັນຊາ​ການຄົນນຶ່ງ ຂອງ​ LRA ຢູ່ພາຍໃຕ້ ຄວາມຄຸ້ມຄອງ ຂອງທະຫານ ອູການດາ ແລ້ວ


UGANDA LRA VO
please wait
Embed

No media source currently available

0:00 0:00:51 0:00

ສະຖານທູດ ສະຫະລັດ ​ໃນ ອູ​ການ​ດາ ກ່າວ​ວ່າ ຜູ້​ບັນຊາ​ການ​
ອະວຸໂສຄົນນຶ່ງ ຂອງກອງທັບ​ຕໍ່ຕ້ານ ຂອງພະເຈົ້າຫລື Lord’s
Resistance Army ເວລາ​ນີ້​ໄດ້​ຢູ່​ພາຍ​ໃຕ້​ການ​ຄູ້​ມຄອງ​ຂອງ
ທະຫານອູ​ການ​ດາຜູ້​ທີ່​ເປັນ​ພາກສ່ວນນຶ່ງຂອງກຳ​ລັງ​ອາຟຣິກາ
ທີ່​ຕາມ​ລ່າຫາ​ບັນດາ​ນັກ​ລົບຂອງກຸ່ມດັ່ງກ່າວ.

ສະຖານທູດ ກ່າວ​ວ່າ ກຳລັງ​ພິ​ເສດ​ຂອງສະຫະລັດ ​ໄດ້​ມອບໂຕ
ທ່ານ Dominic Ongwen ​ໃຫ້ແກ່ກຳລັງອູການດາ ໃນ​ຕອນ
​ເຊົ້າ​ວັນ​ພຸດ​ມື້ນີ້ ຢູ່ທີ່ສາທາລະນະ​ລັດອາ​ຟຣິກາກາງ ບ່ອນ​ທີ່​ທ່ານ
​ໄດ້​ເຂົ້າ​ມອບ​ໂຕ​ໃນ​ວັນ​ທີ 6 ​ເດືອນ​ມັງກອນຜ່ານ ມານີ້.

​ໂຄສົກ​ກອງທັບອູ​ການ​ດາຄົນ​ນຶ່ງ ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ທ່ານ Ongwen ຈະ​ຖືກ​
ສົ່ງ​ໄປ​ຫາ​ສານ​ອາຍາ​ນາໆ​ຊາດ ຫຼື ICC ທີ່​ນະຄອນ Hague. ສານ ICC ​ໄດ້​ກ່າວ​ຫາ​ຜູ້
ກ່ຽວວ່າ ກໍ່ອາຊະຍາ​ກຳສົງຄາມ ​ແລະ​ກໍ່ໂທດກຳ​ຕ້ານ​ມະນຸດຊາດ.

ທະຫານອູ​ການ​ດາ ແມ່ນປະກອບເປັນກຳລັງທີ່ໃຫຍ່ທີ່ສຸດ ຢູ່ໃນກຳລັງ​ສະຫະພາບ​ອາ​ຟຣິ
ກາ ທີ່​ຍັງຮວມທັງ ຊູ​ດານ​ໃຕ້ ສາທາ​ລະນະ​ລັດ ປະຊາທິປະ​ໄຕ​ຄອງໂກ ​ແລະສາທາລະນະ
ລັດອາຟຣິກາກາງ.

ບັນດາທີ່​ປຶ​ກສາ ສະຫະລັດ ​ໄດ້​ປະຕິບັດ​ງານ​ກັບກຳລັງ​ອາ​ຟຣິກາ ​ແລະ ສະຖານທູດສະ
ຫະລັດ ກ່າວໃນ​ວັນ​ພຸດ​ມື້​ນີ້ວ່າ ການຍົກຍ້າຍທ່ານ Ogwen ອອກ​ຈາກ​ສະໜາມ​ລົບນັ້ນ“​
ເປັນ​ສັນຍາ​ລັກທີ່ສະແດງ​ໃຫ້​ເຫັນເຖິງຜົນ​ສຳ​ເລັດ​ໃນການ​ຮ່ວມມື ຂອງ​ພວກ​ເຮົາ.”

XS
SM
MD
LG