ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບັນຫາ ເກົາຫຼີເໜືອ ແມ່ນເລື່ອງທີ່ສຳຄັນສຸດ ສຳລັບ ລັດຖະມົນຕີການຕ່າງປະເທດ ສະຫະລັດ


ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ (ຂວາ) ສົນທະນາ
ກັບລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson, 19 ມີນາ, 2017, ປັກກິ່ງ, ຈີນ.
ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ (ຂວາ) ສົນທະນາ ກັບລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson, 19 ມີນາ, 2017, ປັກກິ່ງ, ຈີນ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ກ່າວວ່າ ສະຫະລັດ
ແລະ ຈີນ ຮູ້ສຶກເຖິງຄວາມໝາຍຂອງຄວາມຮີບຮ້ອນ ກ່ຽວກັບເກົາຫຼີເໜືອ, ເຊິ່ງວັນອາທິດ
ວານນີ້ໄດ້ທົດລອງຈະຫຼວດກຳລັງແຮງທີ່ພວກເຂົາເອີ້ນວ່າ “ການເກີດໃໝ່” ຂອງອຸດສາ ຫະກຳຈະຫຼວດຂອງພວກເຂົາ.

ຄວາມກັງວົນ ກ່ຽວກັບ ເກົາຫຼີເໜືອ ແລະ ການປະພຶດຂົ່ມຂູ່ທີ່ນັບມື້ນັບຫຼາຍຂຶ້ນຂອງພວກ
ເຂົານັ້ນ ໄດ້ຄອບງຳການປຶກສາຫາລືຕ່າງໆໃນລະຫວ່າງ ການເດີນທາງໄປຢ້ຽມຢາມ
ພາກພື້ນເປັນຄັ້ງທຳອິດ, ເຊິ່ງ ລວມມີການຢຸດແວ່ປະເທດ ຍີ່ປຸ່ນ ເກົາຫຼີໃຕ້ ແລະ ຈີນ ເປັນ
ແຫ່ງ ສຸດທ້າຍ.

ລັດຖະບານຂອງທ່ານ ດໍໂນລ ທຣຳ ກຳລັງຫາທາງໃໝ່ ເພື່ອດຳເນີນການ ກ່ຽວກັບ ບັນຫາ ດັ່ງກ່າວ ແລະ ຫາທາງທີ່ຈະເຮັດວຽກຮ່ວມກັນກັບ ຈີນ ຢ່າງເຫັນໄດ້ຊັດ ກ່ຽວກັບ ຈຸດທີ່ຈະກໍ່ໃຫ້ລະເບີດຄວາມຮຸນແຮງໃນພາກພື້ນຂຶ້ນ.

ທ່ານ Tillerson ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວຮ່ວມກັບລັດຖະມົນຕີການຕ່າງປະ
ເທດ ຈີນ ວ່າ “ພວກເຮົາໄດ້ສັນຍາກັບຕົນເອງໄວ້ວ່າ ຈະເຮັດທຸກໆຢ່າງທີ່ສາມາດເຮັດ
ໄດ້ ເພື່ອປ້ອງກັນທຸກໆປະເພດຂອງຄວາມຂັດແຍ້ງບໍ່ໃຫ້ເກີດຂຶ້ນ. ແລະ ພວກເຮົາເຫັນ
ວ່າມັນມີຫຼາຍບາດກ້າວຢູ່ຕໍ່ໜ້າພວກເຮົາ ທີ່ສາມາດປະຕິບັດໄດ້.”

ທ່ານ Tillerson ແລະ ທ່ານ Wang ຕ່າງກໍບໍ່ໄດ້ອະທິບາຍເພີ່ມຕື່ມວ່າ ຂັ້ນຕອນໃດແມ່ນ
ພວມຖືກພິຈາລະນາຢູ່ ແລະ ມັນກໍຍັງບໍ່ມີຄວາມຊັດເຈນເທື່ອວ່າ ວໍຊິງຕັນ ແລະ ປັກກິ່ງ ໄດ້ເຫັນພ້ອມກັນ ກ່ຽວກັບ ບັນຫານັ້ນ ຫຼື ບໍ່.

ກ່ອນທີ່ທ່ານ Tillerson ຈະເດີນທາງຮອດ ປັກກິ່ງປະທານາທິ ບໍດີ ດໍໂນລ ທຣຳ ໄດ້ກ່າວ
ວິຈານ ຈີນ ວ່າ ບໍ່ໄດ້ປະກອບສ່ວນຫຼາຍພໍ.

ທ່ານ ທຣຳ ໄດ້ກ່າວໃນ Twitter ວ່າ “ເກົາຫຼີເໜືອ ແມ່ນກຳລັງປະພຶດຢ່າງຊົ່ວຮ້າຍ.
ພວກເຂົາໄດ້ກໍ່ກວນ ສະຫະລັດ ມາຫຼາຍປີແລ້ວ. ຈີນ ບໍ່ໄດ້ຊ່ວຍຫຍັງຫຼາຍເລີຍ.”

ແຕ່ທ່ານ Wang ໄດ້ກ່າວຕໍ່ທ່ານ Tillerson ວ່າ ມັນແມ່ນຄວາມຮັບຜິດຊອບຂອງໝົດ
ທຸກຄົນເພື່ອ “ປະຕິບັດການວາງມາດຕະການລົງໂທດ ແລະ ພະຍາຍາມເລີ່ມການ
ເຈລະຈາ.”

ກ່ອນໜ້ານັ້ນ ໃນນະຄອນຫຼວງ ໂຕກຽວ, ທ່ານ Tillerson ໄດ້ປະກາດວ່າ ຄວາມພະຍາ ຍາມດ້ານການທູດ ແລະ ອື່ນໆໃນ 20 ປີທີ່ຜ່ານມາ ເພື່ອຍຸຕິໂຄງການນິວເຄລຍຂອງ
ເກົາຫຼີເໜືອ ນັ້ນໄດ້ປະສົບຄວາມລົ້ມແຫຼວ.

ໃນນະຄອນຫຼວງ ໂຊລ, ທ່ານໄດ້ກ່າວວ່າ ທາງເລືອກຕ່າງໆແມ່ນໄດ້ມີການປຶກສາຫາລື
ກັນແລ້ວ, ລວມທັງມາດຕະການທາງທະຫານນຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Looks for New Way Forward on North Korea
please wait

No media source currently available

0:00 0:02:23 0:00

Tillerson: Trump Places High Value on Communication with China
please wait

No media source currently available

0:00 0:00:31 0:00


XS
SM
MD
LG