ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳລັງ ສະໜັບສະໜູນ ລັດຖະບານ ຊີເຣຍ ຍັງຕັ້ງຄ້າຍ ຢູ່ເຂດ ຫຼຸດຜ່ອນ ການຂັດແຍ້ງ


ແຜນທີ່ຂອງເມືອງ al-Tanf ປະເທດ Syria
ແຜນທີ່ຂອງເມືອງ al-Tanf ປະເທດ Syria

ຊີ​ເຣຍ ປະນາມ​ການ​ໂຈມ​ຕີ​ຂອງແນວໂຮມ​ທີ່ຢູ່​ພາຍ​ໃຕ້​ການ​ນຳພາ​ຂອງສະຫະລັດ
ໃສ່ທີ່​ຕັ້ງທາງທະຫານ ຂອງ​ລັດຖະບານ ທີ່​ບັນດາ​ເຈົ້າ​ໜ້າ​ທີ່​ຊີ​ເຣຍ ກ່າວ​ວ່າ​ ໄດ້​ສັງ
ຫານ​ຫລາຍ​ຄົນ ​ແລະ​ເຮັດ​ໃຫ້​ອຸ​ປະກອນ​ເສຍ​ຫາຍຈຳນວນ​ນຶ່ງ.

ບັນດາ​ເຈົ້າ​ໜ້າ​ທີ່​ຊີ​ເຣຍກ່າວໃນ​ວັນ​ສຸກ​ມື້​ນີ້​ວ່າ ການ​ໂຈມ​ຕີທາງ​ອາກາດ ​ໃກ້​ກັບ​ຊາຍ​
ແດນຈໍ​ແດັນ ແມ່ນເປັນ​ອຸບປະສັກ​ຂັດຂວາງ​ຕໍ່ຄວາມ​ພະ​ຍາ​ຍາມຂອງກອງ​ທັບ​ຊີ​ເຣຍ
​ແລະ​ບັນດາ​ພັນທະ​ມິດໃນ​ການສູ້​ລົບ​ກັບກຸ່ມລັດ​ອິສລາມ.

ຣັດ​ເຊຍ​ ຊຶ່ງ​ເປັນ​ພັນທະ​ມິດ​ທີ່​ໃກ້​ຊິດ​ກັບ​ລັດຖະບານ​ຊີ​ເຣຍ ຮ້ອງ​ການ​ໂຈມ​ຕີທາງ​ອາ
ກາດ ​ຕໍ່​ທີ່​ຕັ້ງທາງ​ທະຫານຂອງ​ລັດຖະບານ​ວ່າ ​ເປັນ​ທີ່ “ຮັບ​ເອົາ​ບໍ່​ໄດ້.”

​ໃນ​ວັນ​ພະຫັດ​ວານ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ກ່າວ​ວ່າ ​ເຮືອບິນຂອງ​ແນວ​ໂຮມ​ໄດ້
​ໂຈມ​ຕີ​ກຳລັງ ທີ່​ສະໜັບສະໜູນ ລັດຖະບານ​ຊີ​ເຣຍ ທີ່​ຍັງ​ສືບ​ຕໍ່ ​ລ່ວງ​ລະເມີດ ​ໃນ​ເຂດ
​ຫລຸດຜ່ອນ​ບັນຫາ​ຂັດ​ແຍ້​ງ ທີ່​ໄດ້​ຕັ້ງ​ທີ່ໝັ້ນຂຶ້ນ​ ອ້ອມ​ແອ້ມ​ຄ້າຍ​ທະຫານ ບ່ອນທີ່​ກຳລັງ
​ພິເສດພວມ​ເຝິກ​ແອບ​ທະຫານ​ບ້ານ​ຊີ​ເຣຍ.

ໂຄສົກກອງ​ບັນຊາ​ການ​ທະຫານ​ສະຫະລັດ ​ໃນ​ເຂດ​ພາກ​ຕາ​ເວັນ​ອອກກາງ ພັນຕີ
Josh Jacques ກ່າວ​ຕໍ່​ວີ​ໂອ​ເອວ່າ ກຳລັງ​ສະໜັບສະໜູນ​ລັດຖະບານ​ຊີ​ເຣຍ ​ໄດ້​ສົ່ງ
ຂະ​ບວນລົດໄປທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ຂອງ​ຄ້າຍ al-Tanf ທີ່​ປະ​ກອບ​ດ້ວຍ
ລົດດຸດ ລົດ​ຖັງ ລັດ​ຫຸ້ມ​ເກາະ ລົດ​ປືນ​ໃຫຍ່​ແລະ​ລົດ​ນາຍ​ຊ່າງເທັກ​ນິກ ​ແລະໄດ້​ເລີ້ມ​
ກະກຽມ​ບ່ອນ​ສູ້​ລົບ​ໃຫ້​ແກ່​ລົດ​ຖັງ​ເຂົາ​ເຈົ້າ.

ພັນ​ຕີ Jacques ກ່າວ​ວ່າ ​ແນວ​ໂຮມ​ໄດ້​ສົ່ງ​ເຮືອບິນ ບິນຜ່ານ​ເຂດ​ນ່ານຟ້າ​ເປັນ​
ເວລາ​ຫຼາຍຊົ່ວ​ໂມງ​ແລະ​ຍິງ​ລູກ​ສອນ​ໄຟ​ລົງ​ໃສ່​ພື້ນດິນ ​ເພື່ອ​ເປັນ​ການ​ເຕືອນ​ໃກ້ໆ
ກັບ​ກຳລັງ​ສະໜັບສະໜູນ​ລັດຖະບານ​ຊີ​ເຣຍ​ແຕ່​ພວກ​ເຂົາ​ເຈົ້າຍັງ​ສືບ​ຕໍ່​ສ້າງ​ທີ່​ໝັ້ນ
ຕໍ່​ໄປ.

​ທ່ານ​ກ່າວ​ເພີ້​ມອີກ​ວ່າ ແນວ​ໂຮມ​ຍັງ​ໃຊ້ສາຍ​ດ່ວນ ສຳລັບ​ເຂດ​ຫລຸດຜ່ອນ​ບັນຫາ
ຂັດ​ແຍ້​ງ ທີ່​ສ້າງ​ຕັ້ງຂຶ້ນລະຫວ່າງ ສະຫະລັດ ​ແລະຣັດ​ເຊຍ ​ເພື່ອ​ໃຫ້ຮູ້ວ່າ ຖ້າ
ຣັດ​ເຊຍ​ຫາກສາມາດ​ເຮັດ​ໃຫ້​ເຂົາ​ເຈົ້າຖອນອອກ​ໄປ​ຈາກ​ເຂດ​ດັ່ງກ່າວ ​ແຕ່​ເປັນ​ທີ່
ປາກົດ​ວ່າຄວາມ​ພະຍາຍາມ​ຫລາຍ​ເທື່ອ​ຂອງຣັດ​ເຊຍ ກໍ​ບໍ່​ໄດ້​ເຮັດ​ໃຫ້​ມີ​ການ​ປ່ຽນ​
ແປງທີ່​ຕັ້ງຂອງກຳລັງດັ່ງກ່າວ​ແຕ່​ຢ່າງ​ໃດ.

ພັນ​ຕີ Jacques ກ່າວ​ຕໍ່ ວີ​ໂອ​ເອວ່າ “ຫລັງ​ຈາ​ກນັ້ນ ພວກ​ເຮົາກໍ​ບໍ່​ສາມາດ​ເຮັດ
ຫຍັງ​ໄດ້ອີກ. ​ເຂົາ​ເຈົ້າ​ໄດ້​ມີ​ທຸກ​ໂອກາດ​ທີ່​ຈະ​ໜີ​ອອກໄປຈາກ​ເຂດ​ດັ່ງກ່າວ.”

ອ່ານຂ່າວນີ້ເພິ້ມເປັນພາສາອັງກິດ

XS
SM
MD
LG