ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ແນວໂຮມ ຫາລືກັນ ກ່ຽວກັບ ຄວາມກ້າວໜ້າ ໃນການຕໍ່ສູ້ ກັບ ກຸ່ມລັດອິສລາມ


ນາຍົກລັດຖະມົນຕີອັງກິດ ທ່ານ David Cameron (ຊ້າຍ) ຈັບມືກັບນາຍົກລັດຖະມົນຕີອີຣັກ ທ່ານ Haider al-Abadi ຢູ່ນອກທຳນຽບນາຍົກອັງກິດ (22 ມັງກອນ 2015)
ນາຍົກລັດຖະມົນຕີອັງກິດ ທ່ານ David Cameron (ຊ້າຍ) ຈັບມືກັບນາຍົກລັດຖະມົນຕີອີຣັກ ທ່ານ Haider al-Abadi ຢູ່ນອກທຳນຽບນາຍົກອັງກິດ (22 ມັງກອນ 2015)

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry
ແລະລັດຖະມົນຕີກະຊວງຕ່າງປະເທດອັງກິດ ທ່ານ Philip
Hammond ເປັນເຈົ້າພາບຈັດກອງປະຊຸມ ທີ່ນະຄອນຫລວງ
ລອນດອນໃນວັນພະຫັດມື້ນີ້ ເພື່ອປຶກສາຫາລືກ່ຽວກັບຄວາມ
ກ້າວໜ້າ ແລະຍຸດທະສາດຂອງແນວໂຮມນາໆຊາດ ທີ່ກຳລັງ
ດຳເນີນງານ ເພື່ອເອົາຊະນະກຸ່ມລັດອິສລາມ.

ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງກະຊວງການຕ່າງປະເທດສະ
ຫະລັດ ກ່າວວ່າ ມີ ສະມາຊິກຂອງແນວໂຮມປະມານ 20 ປະ
ເທດ ເຂົ້າຮ່ວມໃນການເຈລະຈາຫາລືດັ່ງກ່າວຮວມທັງລັດຖະ ມົນຕີການຕ່າງປະເທດຝຣັ່ງ ທ່ານ Laurent Fabius ແລະ
ນາຍົກລັດຖະມົນຕີອີຣັກ ທ່ານ Haider al-Abadi.

ບັນດາລັດຖະມົນຕີເຫຼົ່ານີ້ ໄດ້ພົບປະກັນເທື່ອສຸດທ້າຍໃນເດືອນທັນວາ ເວລາພວກທ່ານ ໄດ້ຕັດສິນໃຈກ່ຽວກັບແຜນການ 5 ຂໍ້ ທີ່ພົວພັນກັບການເສີມສ້າງກຳລັງອີຣັກ ຍຸດຕິການ ຫລັ່ງໄຫລຂອງພວກນັກລົບຕ່າງປະເທດ ຕັດການສະໜັບສະໜຸນທາງການເງິນ ຕໍ່ກຸ່ມຫົວ ຮຸນແຮງ ທຳການຕອບໂຕ້ ທາງດ້ານແນວຄິດ ແລະແກ້ໄຂຄວາມຕ້ອງການ ທາງດ້ານມະ ນຸດສະທຳ.

ເຈົ້າໜ້າທີ່ກ່າວວ່າ ການໂຈມຕີທາງອາກາດ ພາຍໃຕ້ການນຳພາຂອງສະຫະລັດໄດ້ຍຸດຕິ ການບຸກຄືບໜ້າຂອງພວກຫົວຮຸນຮງ ໂດຍໄດ້ສັງຫານພວກນັກລົບຫຼາຍພັນຄົນ ແລະກົດ ດັນພວກເຂົາໃຫ້ຢູ່ໃນທ່າຕັ້ງຮັບຫຼາຍກວ່າ.

ISLAMIC STATE SOT
please wait
Embed

No media source currently available

0:00 0:00:38 0:00

ເຈົ້າໜ້າທີ່ກ່າວວ່າ ແຜນການໃນຂັ້ນຕໍ່ໄປແມ່ນເພັ່ງເລັງໃສ່ກອງກຳລັງອີຣັກໂດຍສະເພາະ ການດຳເນີນຄວາມພະຍາຍາມໃນການເຝິກແອບແລະຕິດອາວຸດ ໃຫ້ແກ່ຫຼາຍໆກອງພັນ ໃໝ່ຂອງທະຫານອີຣັກ ໃນມູນຄ່າ 1 ພັນ 600 ລ້ານໂດລາ.

ບັນຫາດັ່ງກ່າວນີ້ແມ່ນບູລິມະສິດສຳຫຼັບທ່ານ Abadi ທີ່ໄດ້ກ່າວຕໍ່ອົງການຂ່າວເອພີກ່ອນ ໜ້າກອງປະຊຸມວ່າ ທະຫານຂອງທ່ານຕ້ອງການການເຝິກແອບ ແລະຕິດອາວຸດໂດຍໄວ ແລະໄຊຊະນະຈະບໍ່ສາມາດບັນລຸໄດ້ ໂດຍປາດສະຈາກການສູ້ລົບກັນທາງພາກພື້ນດິນ.

Obama Talks Tough on Terrorism, But Analysts See Elusive Victory
please wait

No media source currently available

0:00 0:02:52 0:00

XS
SM
MD
LG