ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການໂຈມຕີ ທາງອາກາດ ຂອງແນວໂຮມ ສັງຫານ ຫົວໜ້າ ການເງິນລັດອິສລາມ


ພັນເອກ Steve Warren ໂຄສົກຄົນໃໝ່ ຂອງແນວໂຮມ ທີ່ນຳພາໂດຍສະຫະລັດ ຖະແຫຼງຕໍ່ບັນດານັກຂ່າວ.
ພັນເອກ Steve Warren ໂຄສົກຄົນໃໝ່ ຂອງແນວໂຮມ ທີ່ນຳພາໂດຍສະຫະລັດ ຖະແຫຼງຕໍ່ບັນດານັກຂ່າວ.

ທຳນຽບຫ້າ​ແຈກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງແນວ​ໂຮມ
ພາຍ​ໃຕ້ການນຳພາ​ຂອງສະຫະລັດຫວ່າງ​ມໍ່ໆ​ມາ​ນີ້ ​ໃນ​ຊີ​ເຣຍ
​ແລະ​ອີຣັກ ​ໄດ້​ສັງຫານ​ບັນດາ​ຜູ້ນຳ​ອະ​ວຸ​ໂສ​ຂອງ​ກຸ່ມລັດອິສລາມ
ສາມ​ຄົນ ຮວມທັງຫົວໜ້າ​ການ​ເງິນ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງດັ່ງ​ກ່າວ.

​ໂຄສົກຂອງ​ແນວ​ໂຮມ ທ່ານ Steve Warren ກ່າວໃນ​ວັນ​ພະ
ຫັດ​ວານ​ນີ້​ວ່າ ທ້າວ Abu Salah ​ເປັນ​ຜູ້​ຮັບຜິ​ດຊອບ ກ່ຽວ​ກັບ
ການ​ປະສານ​ງານ​ໃນກິດຈະ ການ​ຂູ່​ເຂັນບັງຄັບຂອງກຸ່ມ. ທ່ານ
Warren ຮ້ອງທ້າວ Salah ວ່່າ​ເປັນ​ໜຶ່ງ​ໃນບັນດາ​ຜູ້ນຳກຸ່ມລັດ
​ອິສລາມ ທີ່​ມີ​ປະສົບພະ​ການຫຼາຍທີ່​ສຸດ ​ແລະ​ກ່າວ​ວ່າ ການ​ເສຍ
​ຊີ​ວິດ​ຂອງ​ຜູ້ກ່ຽວ ຈະ​ລົບ​ກວນ​ດ້ານ​ການ​ເງິນຂອງ​ກຸ່ມ​ດັ່ງກ່າວ​.

​ນອກ​ນັ້ນ ໂຄສົກ​ຍັງ​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ແນວ​ໂຮມ ​ໄດ້​ສັງຫານພວກ​
ນັກ​ລົບ​ລັດອິສລາມ 350 ຄົນ​ຢູ່​ໃນ​ເມືອງ Ramadi ຂອງ​ອີຣັກ. ກຳລັງ​ອີຣັກ ​ໄດ້​ຍຶດ​ເອົາ
​ບາງສ່ວນ​ຂອງ​ເມືອງ​ດັ່ງກ່າວ​ຄືນ​ມາ​ໄດ້ໃນ​ອາທິດ​ທີ່​ຜ່ານ​ມາ ​ແຕ່​ວ່າກຸ່ມລັດ​ອິສລາມ​ຍັງ
​ຄວບ​ຄຸມ​ສ່ວນ​ໃຫຍ່ຂອງ​ເມືອ​ງນີ້ຢູ່.

​ໃນ​ວັນ​ພະຫັດວານ​ນີ້​ເຊັ່ນດຽວ​ກັນ ​ເຈົ້າ​ໜ້າ​ທີ່ອະວຸ​ໂສຂອງ​ກະຊວງ​ການ​ເງິນສະ ຫະລັດ
ຄົນ​ໜຶ່ງ ກ່າວ​ວ່າ ກຸ່ມລັດ​ອິສລາມ ແມ່ນອົງ​ການຈັດ​ຕັ້ງ​ທີ່​ຮັ່ງມີ ຊຶ່ງການ​ເງິນ​ຂອງ​ເຂົາ​ເຈົ້າ
​ຍາກ​ທີ່​ຈະ​ລົບ​ກວນ​ໄດ້.

ທ່ານ Adam Szubin ຈາກ​ຫ້ອງການ​ສືບ​ລັບ​ກ່ຽວ​ກັບ​ການກໍ່​ການ​ຮ້າຍ ​ແລະ​ ​ການ​ເງິນ
ກ່າວ​ທີ່​ນະຄອນ​ລອນ​ດອນ​ ບ່ອນ​ທີ່​ທ່ານ​ໄດ້​ລາຍ​ງານ​ເຖິງ​ຄວາ​ມຮັ່ງມີ​ຂອງກຸ່ມ​ລັດ​ອິສ
ລາມວ່າ ມີຫລາຍ​ກວ່າ 500 ລ້ານ​ໂດ​ລາ​ໃນ​ການ​ຂາຍ​ນ້ຳມັນ​ຢູ່​ໃນ​ຕະຫລາດ​ມືດ ມີ​ການ
​ລັກຂະ​ໂມ​ຍຫລາຍ​ກວ່າ 1 ພັນ​ລ້ານ​ໄປ​ຈາກ​ບ່ອນ​ເກັບ​ເງິນ​ທະນາຄານ ​ຢູ່​ໃນ​ຊີ​ເຣຍ ​ແລະ
​ອີຣັກ ​ແລະຫລາຍໆ​ລ້ານຄົນຈາກ​ການ​ຂູ່​ເຂັນເອົາ​ເງິນ​ຈາກ​ປະຊາຊົນ​ຊາວອີຣັກ ​ແລະ​ຊີ​
ເຣຍ.

ທ່ານ​ Szubin ກ່າວ​ວ່າ ສະຫະ​ປະຊາ​ຊາດ ກຳລັງ​ປະຕິບັດ​ງານ​ຢ່າງ​ໃກ້​ຊິດ​ກັບ ບັນດາ
​ປະ​ເທດ​ພາຄີ​ຂອງແນວ​ໂຮມ ​ແລະ​ລັດຖະບານ​ອີຣັກ ​ເພື່ອບໍ່​ໃຫ້​ກຸ່ມ​ລັດ​ອິສ ລາມ​ໄດ້​ຮັບ
​ເງິນ ​ແລະຕັດ​ຄວາມ​ສຳພັນ​ຄວາມ​ສຳພັນ​ຂອງ​ເຂົາ​ເຈົ້າ ກັບ​ກຸ່ມ​ການ​ເງິນຢູ່​ໃນ​ທົ່ວ​ໂລກ.
ທ່ານ​ກ່າວ​ວ່າ ພວກ​ກໍ່​ການ​ຮ້າ​ຍຕ້ອງການ​ເຂົ້າ​ຫາລະ​ບົບທະ ນາຄານຂອງໂລກ ​ເພື່ອ​ຂົນ​
ຍ້າຍ​ເງິນ ​ໂອນເງິນ ​ແລະ​ນຳ​ເຂົ້າ​ສິນຄ້າ​ຕ່າງໆ.​

US Islamic State
please wait
Embed

No media source currently available

0:00 0:01:22 0:00

XS
SM
MD
LG