ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະມາຊິກສະພາສູງ ສຫລ ເຄື່ອນໄຫວຢ້ຽມຢາມ ດ້ານການຄ້າ ທີ່ຄິວບາ


ສະມາຊິກສະພາສູງ Amy Klobuchar, ສັງກັດພັກເດໂມແກຣັດ ຈາກລັດ Minnesota, ກ່າວຕໍ່ສະມາຄົນນັກຂ່າວ ທີ່ນະຄອນຫຼວງ
ວໍຊິງຕັນ, ວັນທີ 8 ມັງກອນ 2015.
ສະມາຊິກສະພາສູງ Amy Klobuchar, ສັງກັດພັກເດໂມແກຣັດ ຈາກລັດ Minnesota, ກ່າວຕໍ່ສະມາຄົນນັກຂ່າວ ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 8 ມັງກອນ 2015.

ນຶ່ງ​ມື້ຫຼັງ​ຈາກ​ສະຫະລັດ​ປະກາດ​ວ່າ ຕົນຈະ​ຜ່ອນຜັນ​ການ​ຈຳກັດ
​ຮັດ​ແຄບສິນຄ້ານຳເຂົ້າ​ຈາກ​ຄິວ​ບາ ສະມາຊິກ​ສະພາ​ສູງ​ສະຫະ
ລັດ 2 ທ່ານ ​ໄດ້​ເລີ້ມ​ທຳ​ການ​ປະກອບ​ພາລະກິດ​ດ້ານ​ການ​ຄ້າ​
ເປັນ​ເວລາ 4 ມື້ ທີ່​ປະ​ເທ​ດ​ເກາະດອນ​ດັ່ງກ່າວ.

ສະມາຊິກ​ສະພາ​ສູງ ທ່ານ​ນາງ Claire McCaskill ສັງກັດ​ພັກ
​ເດ​ໂມ​ແກຣັດ ຈາກ​ລັດ Missouri ​ແລະ​ທ່ານ​ນາງ Amy Klo
buchar ຈາກ​ລັດ Minnesota ​ໄດ້​ເດີນທາງ​ໄປ​ຍັງ​ຄິວ​ບາ​ໃນ
​ວັນ​ເສົາ​ວານ​ນີ້ ​ເພື່ອ​ບຸກ​ເບີກ​ໂອກາດໃໝ່ໆ ໃນ​ການເປີດ​ກວ້າງ​
ກັບ​ຄິວ​ບາ.

ສະຫະລັດ​ໄດ້​ປະກາດ​ໃຫ້​ຮູ້​ ໃນ​ວັນ​ສຸກ​ຜ່ານ​ມາ​ວ່າ ຕົນ​ໄດ້​ອະນຸ
ມັດ​ໃຫ້​ພວກທຸລະ​ກິດ​ເອກະ​ຊົນ​ຂະໜາດ​ນ້ອຍ​ຂອງ​ຄິວ​ບາ​ ຂາຍ​
ສິນຄ້າ ​ແລະ​ການ​ບໍລິການ​ຕ່າງໆ​ໃຫ້​ສະຫະລັດ​ໄດ້ ນອກຈາກ​
ພວກ​ຜະລິດ​ຕະພັນ​ ດ້ານເຂົ້າປາ​ອາຫານ ​ແລະການ​ກະ​ເສດ ​ເຫຼົ້າ
ຜະລິດ​ຕະພັນ​ຢາສູບ ​ແລະ​ສິນຄ້າ​ປະ​ເພດ​ແຜ່ນ​ແພ​ບາງ​ຢ່າງ.

ສະມາຊິກ​ສະພາ​ສູງ McCaskill ກ່າວ​ວ່າ ທ່ານ​ນາງ​ມີ​ຄວາມ​ສົນ​ໃຈ​ ​ຢາກ​ຮູ້​ຈັກ​ວ່າ ພວກ​ກະ​ເດ​ຕະກອນ​ລັດ Missouri ສາມາດ​ຂາຍ​ຫຍັງ​ ​ໃຫ້​ແກ່ຊາວ​ຄິວ​ບາ ໄດ້​ແດ່.

ຂະນະ​ດຽວ​ກັນ ທ່ານ​ນາງ Klobuchar ​ໄດ້​ເວົ້າ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ອື່ນໆ ທີ່​ສະຫະລັດ​ແລະ​ຄິວ​ບາ​ສາມາດ​ມອງ​ເຫັນ​ໄດ້ ຫລັງ​ຈາກ​ການ​ຍົກ​ເລີກ​ການ​ຈຳກັດ​ຮັດ​ແຄບ​ຕ່າງໆ​ແລ້ວ​ ຊຶ່ງຮວມທັງ​ການເປີດ​ສະຖານທູດ​ສະຫະລັດ​ທີ່​ຄິວ​ບາ​ນັ້ນນຳ. ​

ກະເສດຕະກອນສະຫະລັດ ເຫັນດີໃຫ້ຍົກເລີກ ການຫ້າມຄ້າຂາຍກັບຄິວບາ:

US Farmers Support End to Cuba Embargo
please wait

No media source currently available

0:00 0:03:11 0:00

. ​

XS
SM
MD
LG