ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລັດຖະສະພາສະຫະລັດ ສືບສວນ ເລື່ອງການໂຈມຕີ ສະຖານທູດ ສະຫະລັດ ໃນລີເບຍ (ວີດິໂອ)


ພັນໂທ Andrew Wood ໃຫ້ການຕໍ່ ກອງປະຊຸມຮັບຟັງຄຳໃຫ້ການ ຂອງລັດຖະສະພາ ກ່ຽວກັບການໂຈມຕີ ເມື່ອວັນທີ່ 11 ກັນຍາ ຜ່ານມາ ທີ່ໄດ້ສັງຫານເອກອັກຄະລັດຖະທູດ Chris Stevens.
ພັນໂທ Andrew Wood ໃຫ້ການຕໍ່ ກອງປະຊຸມຮັບຟັງຄຳໃຫ້ການ ຂອງລັດຖະສະພາ ກ່ຽວກັບການໂຈມຕີ ເມື່ອວັນທີ່ 11 ກັນຍາ ຜ່ານມາ ທີ່ໄດ້ສັງຫານເອກອັກຄະລັດຖະທູດ Chris Stevens.
ອະດີດຫົວໜ້າໜ່ວຍຮັກສາຄວາມປອດໄພສະຫະລັດປະຈໍາ
ລີເບຍກ່າວວ່າ ສະຖານກົງສຸນສະຫະລັດຢູ່ເມືອງ Benghazi
ບໍ່ເຄີຍໄດ້ຮັບຢ່າງພຽງພໍໃນສິ່ງທີ່ທາງກົງສຸນຕ້ອງການ ເພື່ອ
ໃຊ້ໃນການປ້ອງກັນຕົນເອງນັ້ນ.

ພັນໂທ Andrew Wood ໄດ້ໃຫ້ການຕໍ່ການຮັບຟັງຄຳໃຫ້ການ
ຂອງລັດຖະສະພາສະຫະລັດໃນວັນພຸດວານນີ້ ກ່ຽວກັບການ
ໂຈມຕີເມື່ອວັນທີ່ 11 ເດືອນ ກັນຍາຜ່ານມາ ທີ່ສະຖານກົງສຸນ
ສະຫະລັດຊຶ່ງໄດ້ສັງຫານເອກອັກ ຄະລັດຖະທູດ Stevens
ແລະເຈົ້າໜ້າທີ່ອະເມຣິກັນອີກສາມຄົນນັ້ນ.

ພັກຣີພັບບລິກັນ ໄດ້ກ່າວຫາກະຊວງຕ່າງປະເທດສະຫະລັດວ່າ
ບໍ່ສາມາດ ຕອບສະໜອງ ຕໍ່ຄວາມຮຽກຮ້ອງຕ້ອງການຂອງເຈົ້າ
ໜ້າທີ່ຮັກສາຄວາມປອດໄພຢູ່ເມືອງ Benghazi ສໍາລັບການ
ຊ່ວຍຄຸ້ມກັນເພີ່ມຕື່ມນັ້ນ.

ພັນໂທ ວູດ ໄດ້ອະທິບາຍເຖິງພາລະກິດຮັກສາຄວາມປອດໄພທີ່ເມືອງ Benghazi ນັ້ນ
ວ່າ ໄດ້ດິ້ນຮົນ ແລະຂາດຕົກບົກພ່ອງ ມາຕະຫຼອດ ນັບແຕ່ທ່ານໄດ້ຖືກສົ່ງໃຫ້ໄປປະຈໍາ
ການຢູ່ລິເບຍ. ພັນໂທ ວູດ ກ່າວຕໍ່ໄປວ່າມີພະນັກງານຮັກສາຄວາມປອດໄພແກ່ເຈົ້າໜ້າ
ທີ່ການທູດສະຫະລັດ ແຕ່ພຽງຄົນດຽວທໍ່ນັ້ນທີ່ສະຖານກົງສຸນ ພຽງບໍ່ເທົ່າໃດເດືອນກ່ອນ
ຖືກໂຈມຕີ.

ທ່ານນາງ Charlene Lamb ຮອງລັດຖະມົນຕີ ຊ່ອຍວ່າການກະຊວງ ການຕ່າງປະເທດ
ສະຫະລັດ ຮັບຜິດຊອບເລື່ອງຄວາມປອດໄພທາງການທູດກ່າວຕໍ່ຄະນະຮັບຟັງຄໍາໃຫ້
ການສະພາຕໍ່າເມື່ອວັນພຸດວານນີ້ວ່າ ເມືອງ Banghazi ມີຈໍານວນເຈົ້າໜ້າທີ່ເໝາະສົມ
ແລ້ວ ໃນເວລາຖືກໂຈມຕີ ອິງຕາມການສືບລັບ ແລະຄວາມເຫັນພ້ອມນຳກັນລະຫວ່າງ
ເຈົ້າໜ້າທີ່ສະໜາມແລະເຈົ້າໜ້າທີ່ທີ່ກຸງວໍຊິງຕັນ.

ທ່ານ Darrell lssa ສະມາຊິກສະພາຕໍ່າພັກຣີພັບບລິກັນ ໂຕ້ແຍ້ງວ່າ ການປະເມີນຜົນ
ດັ່ງກ່າວບໍ່ເປັນຄວາມຈິງ ແລະບໍ່ມີເຫດຜົນພຽງພໍສຳລັບ ປະຊາຊົນອະເມຣິກັນ. ທ່ານກ່າວ
ວ່າ ມັນໃຊ້ເວລາພຽງບຶດດຽວເທົ່ານັ້ນທີ່ຈະບຸກໂຈມຕີສະຖານກົງສຸນ ແລະສັງຫານຄົນສີ່ຄົນ.

ເບິ່ງວີດິໂອກ່ຽວກັບເລື້ອງນີ້

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 18 ເມສາ 2024

XS
SM
MD
LG