ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາ ຈະສືບສວນ ການໂຈມຕີ ກົງສຸນສະຫະລັດ ໃນລີເບຍ


ພາຍໃນສະຖານກົງສຸງສະຫະລັດທີ່ເມືອງ Benghazi ປະເທດລິເບຍ ທີ່ຖືກໂຈມຕີເພພັງ
ພາຍໃນສະຖານກົງສຸງສະຫະລັດທີ່ເມືອງ Benghazi ປະເທດລິເບຍ ທີ່ຖືກໂຈມຕີເພພັງ
ບັນດາ​ສະມາຊິກລັດຖະ​ສະພາ​ສະຫະລັດ​ຕຽມ​ພ້ອມ​ທີ່​ຈະ​ທໍາ​ການ​ຮັບ​ຟັງຄຳ ​ໃຫ້ການ​ກ່ຽວ​ກັບການ​ໂຈມ​ຕີ​ສະຖານກົງ​ສຸນສະຫະລັດ​ທີ່​ເມືອງ​ Benghazi ປະ​ເທດ​ລິ​ເບຍ ທີ່​ຍັງຜົນ​ໃຫ້​ເອກ​ອັກຄະ​ລັດຖະທູດສະຫະລັດ ​ແລະຊາວ​ອ​າ​ເມ​ຣິກັນ​ອີກ​ສາມຄົນ​ເສຍ​ຊີວິດ.

ກ່ອນ​ໜ້າການ​ຮັບ​ຟັງ​ຄຳ​ໃຫ້ການ​ດັ່ງກ່າວ ​ເມື່ອ​ວັນ​ພຸດ​ມື້​ນີ້ ​ໂດຍ​ຄະນະ​ກໍາມະການຂອງ​ສະພາຕໍ່າ ຊຶ່ງ​ນໍາ​ໂດຍ​ພັກຣີພັບບລິ​ກັນ ທີ່ກໍາ​ກັບ​ດູ​ແລ ​ແລະ​ການ​ປະຕິ​ຮູບ​ຂອງ​ລັດຖະບານນັ້ນ ບັນດາ​ເຈົ້າໜ້າ​ທີ່​ອາວຸ​ໂສ​ກະຊວງ​ຕ່າງ ປະ​ເທດກໍ​ໄດ້​ມອບລາຍ​ລະອຽດ​ກ່ຽວ​ກັບການ​ໂຈມຕີ​ເມື່ອ​ວັນ​ທີ່ 11 ກັນຍາ ແກ່​ນັກ​ຂ່າວ.

ບັນດາ​ເຈົ້າໜ້າ​ທີ່​ ທີ່​ບໍ່​ຂໍ​ເປີດ​ເຜີຍ​ຊື່ ເວົ້າ​ວ່າ ບໍ່​ມີ​ຫຍັງ​ທີ່​ຜິດ​ປົກກະຕິ​ເລີຍຢູ່​ທີ່​ສະຖານ​ກົງສຸນກ່ອນການ​ໂຈມ​ຕີ ​ແລະ​ວ່າ ​ພວກ​ເຂົາ​ເຈົ້າກໍ​ບໍ່​ໄດ້ກ່າວ​ສະ​ລຸບວ່າການໂຈມ​ຕີທີ່​ວ່າ​ນີ້ແມ່ນ​ເກີດ​ຈາກ​ການ​ປະ​ທ້ວງ​ຕໍ່ຕ້ານວິ​ດີ​ໂອໝິ່ນປະ​ ໝາດສາ​ສະໜາ​ອີສລາມ​ນັ້ນ​ແຕ່​ຢ່າງ​ໃດ.

​ໃນ​ເບື້ອງ​ຕົ້ນ​ນັ້ນ ລັດຖະບານ​ໄດ້​ເຊື່ອມ​ໂຍງເຫດການ​ໂຈມ​ຕີ​ດັ່ງກ່າວ​ໃສ່​ກັບການ​ປະ​ທ້ວງ ​ແຕ່​ໄລຍະ​ຕໍ່​ມາ​ເຈົ້າໜ້າ​ທີ່​ລັດຖະບານ​ເວົ້າ​ວ່າ ມັນ​ເປັນ ການ​ໂຈມ​ຕີ​ທີ່​ໄດ້​ວາງ​ແຜນ​ໄວ້​ລ່ວງ​ໜ້າ​ແລ້ວ. ​ຂະນະ​ນີ້​ກະຊວງ​ຕ່າງປະ ​ເທດ​ສະຫະລັດ ​ກໍາລັງ​ທໍາ​ການ​ສືບສວນ​ສອບ​ສວນ​ກ່ຽວ​ກັບ​ເຫດຮ້າຍດັ່ງກ່າວນີ້ຢູ່.
XS
SM
MD
LG