ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະພາຕໍ່າ ສະໜັບສະໜຸນ ແຜນການ ທີ່ຈະຕິດອາວຸດ ແລະ ເຝິກແອບ ພວກຕໍ່ຕ້ານ ຊີເຣຍ (ສະ​ໄລ​ດ໌/ວີໂອເອ)


ບັນດາ​ສະມາຊິກ​ສະພາ​ນິຕິບັນຍັດ​ສະຫະລັດ ກຳນົດ​ຈະ​ໃຫ້
ການ​ສະໜັບສະໜຸນ​ຢ່າງ​ເຕັມ​ສ່ວນ​ໃນ​ວັນ​ພະຫັດ​ມື້​ນີ້ ຕໍ່​ແຜນ
ການ​ທີ່​ຈະຕິດ​ອາວຸດ ​ແລະ​ເຝິກ​ແອບ​ພວກ​ຕໍ່ຕ້ານລັດຖະບານ
ຊີ​ເຣຍທີ່​ກຳລັງ​ພະຍາຍາມໂຄ່ນ​ລົ້ມ ​ປະທານາທິບໍດີ Bashar
al-Assad ​ແລະ​ເຮັດ​ໃຫ້​ພວກນັກ​ຕໍ່ສູ້​ກຸ່ມລັດ​ອິສລາມ​ໄດ້​ຮັບ
​ການ​ປາ​ໄຊ​ໄປ​ນັ້ນ.

ບັນດາ​ສະມາຊິກ​ສະພາ​ຕໍ່າ ທີ່​ຄອບ​ງຳ​ໂດຍ​ພັກ Republican
​ໃນ​ວັນພຸດ​ວານ​ນີ້ ​ໄດ້​ຮັບ​ຜ່ານ ​ຮ່າງກົດໝາຍ​ດັ່ງກ່າວ ດ້ວຍ​ຄະ
ແນນສຽງ​ 273 ຕໍ່ 156. ສະພາ​ສູງ ທີ່​ຄອບ​ງຳ​ໂດຍ​ພັກ​ເດ​ໂມ
ກຣັດ ຂອງ​ທ່ານ​ໂອ​ບາ​ມາ ຄາດ​ວ່າ​ຈະ​ຮັບ​ຜ່ານ​ຮ່າງກົດໝາຍ​ດັ່ງ
ກ່າວ ​ຢ່າງ​ງ່າຍດາຍ​ໃນ​ວັນ​ພະຫັດ​ມື້​ນີ້.

ການ​ຮັບ​ຜ່ານ​ທີ່​ຄາດ​ກັນ​ໄວ້​ນີ້ມີ​ຂຶ້ນ ​ເຖິງ​ແມ່ນ​ມີ​ຄວາມ​ເປັນ​ຫ່ວງ​ກັງວົນ​ຈາກ​ພວກ​ສະມາ
ຊິກ​ພັກ​ເດ​ໂມກຣັດບາງ​ທ່ານ​ທີ່​ວ່າ ສະຫະລັດ​ເຂົ້າ​ພົວ​ໃນ​ສົງຄາມ​ນຶ່ງ​ອີກ​ຢູ່ໃນ​ພາກ​ຕາ​ເວັນ
​ອອກ​ກາງ ​ແລະ​ພວກ​ສະມາຊິກພັກ Republican ບາງ​ທ່ານ​ທີ່​ເວົ້າ​ວ່າ ຄວາມ​ພະຍາຍາມ​ດັ່ງກ່າວ​ນີ້ ຈະ​ບໍ່​ພຽງພໍ ​ເພື່ອ​ເຮັດໃຫ້​ກຸ່ມຫົວຮຸນແຮງ​ດັ່ງກ່າວ​ໄດ້​ຮັບ​ການ​ປາ​ໄຊກໍ​ຕາມ.

Kerry Defends IS Strategy Before Wary US Lawmakers
please wait

No media source currently available

0:00 0:02:44 0:00

ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ກ່າວ​ຊົມ​ເຊີຍ​ການ​ລົງມະຕິ​ຂອງ​ສະພາ​ຕໍ່າ ໂດຍ​ກ່າວ​ວ່າ ການ
ປະກອບ​ອາວຸດ ​ແລະ​ໃຫ້ການ​ເຝິກ​ແອບ ​ແກ່​ພວກ​ຕໍ່ຕ້ານລັດຖະບານນັ້ນ ​ເປັນ​ພາກສ່ວນ​ສຳຄັນ​ໃນ​ແຜນການ​ຮອບ ດ້ານ​ຂອງ​ທ່ານ ​ເພື່ອ​ເຮັດໃຫ້​ພວກ​ຫົວ​ຮຸນ​ແຮງ​ຈັດ​ ໄດ້​ຮັບ​ການ​ປາ​ໄຊທີ່​ຄວບ​ຄຸມ​ພາກສ່ວນ​ໃຫຍ່ໆຂອງ​ອີຣັກ​ແລະ​ຂອງ​ຊີ​ເຣຍນັ້ນ.

usislamicstate18september14
please wait

No media source currently available

0:00 0:00:50 0:00

XS
SM
MD
LG