ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະມາຊິກລັດຖະສະພາ ສຫລ ເລີ້ມເຈລະຈາກັນ ເລື້ອງງົບປະມານ (ວີດີໂອ)


US Lawmakers Begin Work on Long-term Budget Compromises
please wait

No media source currently available

0:00 0:01:02 0:00
ລິງໂດຍກົງ

ສະມາຊິກສະພານິຕິບັນຍັດ ສຫລ ເລີ້ມໂອ້ລົມກັນ ເພື່ອແກ້ໄຂ ຍັນຫາເລື້ອງງົບປະມານ

ບັນດາ​ສະມາຊິກ​ສະພາ​ນິຕິບັນຍັດ​ຂອງສະຫະລັດ​ກຳລັງ​ດຳ​ເນີນ
​ການ​ຕໍ່​ໄປ​ຈາກ​ວິ​ກິດ​ການຂອງ​ການ​ຢຸດ​ການ​ປະຕິບັດ​ງານ​ຂອງ​
ລັດຖະບານ​ລົງ ​ໄປ​ສູ່​ການ​ໂອ້​ລົມ​ສົນທະນາກັນ​ທີ່​ມີ​ວັດຖຸ​ປະສົງ
ເພື່ອ​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ກັນ​ດ້ານ​ງົບປະມານ​ຢ່າງ​ເລິກ​ເຊິ່ງ
ລະຫວ່າງ​ພວກສະມາຊິກ​ສັງກັດ​ພັກ​ເດ​ໂມ​ແກຣັດ​ແລະ​ພັກ Re
publican ນັ້ນ.

​ໄດ້​ມີ​ການຈັດ​ຕັ້ງ​ຄະນະ​ຜູ້​ແທນ​ລັດຖະສະພາ​ຈຸ​ນຶ່ງ​ຂຶ້ນ​ເພື່ອ​ແກ້
​ໄຂ​ບັນຫາ​ຕ່າງໆ ​ເຊັ່ນ: ຂະໜາດ​ຂອງ​ລັດຖະບານ​ແລະ​ລະດັບ​
ການ​ເກັບ​ພາສີ​ຂອງ​ລັດຖະບານ​ກາງ. ການ​ໂອ້​ລົມກັນ​ນີ້​ແມ່ນ​
ຖືກ​ກໍານົດໃຫ້ມີຂຶ້ນ ​ຢູ່​ໃນ​ຮ່າງກົດໝາຍປະນີປະນອມ​ກັນ​ໃນ​ນາທີ​ສຸດ​ທ້າຍທີ່ໄດ້​ເຮັດໃຫ້
ການ​ຢຸດ​ການ​ປະຕິບັດ​ງານ​ຂອງ​ລັດຖະບານ​ລົງ​ຍຸດຕິລົງໃນ​ສັບປະດາ​ນີ້.

ຄະນະ​ສະມາຊິກ​ເຫຼົ່າ​ນີ້ ທີ່​ໄດ້​ເລີ້ມ​ປະຕິບັດ​ງານ​ຂອງ​ຕົນ ​ໃນ​ວັນ​ພະຫັດ​ວານ​ນີ້ ມີ​ໝາຍ
ກຳນົດ​ທີ່​ໃຫ້​ບັນລຸ​ການ​ປະ​ນີປະນອມ​ກັນ​ແບບ​ໃດ​ແບບ​ນຶ່ງ​ກ່ຽວ​ກັບ​ແຜນການ​ງົບປະ
ມານ ພາຍ​ໃນ​ວັນ​ທີ 13 ​ເດືອນ​ທັນວາ​ປີ​ນີ້.

ນອກ​ນັ້ນ ​ໃນວັນພະຫັດ​ວານ​ນີ້ ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ ກ່າວ
​ວ່າ ບໍ່​ມີ​ໃຜ​ເປັນ​ຜູ້​ຊະນະໃນ​ຮ່າງ​ຍັດຕິ​ທີ່​ລັດຖະພາ​ໄດ້​ຮັບ​ຜ່ານ​ໄປ ເພື່ອ​ອະນຸມັດ​ເງິນ​ໃຫ້​ລັດຖະບານ​ດຳ​ເນີນ​ງານ​ຕໍ່ໄປ ​ແລະ​ຫຼີກ​ລ່ຽງ​ຄວາມ​ເປັນໄປ​ໄດ້​ທີ່​ລັດຖະບານ​ບໍ່​ສາມາດ
​ຊຳລະ​ໜີ້​ສິນຂອງ​ຕົນ​ໄດ້​ນັ້ນ.

​ໃນ​ການ​ກ່າວ​ຖ້ອຍ​ຖະ​ແຫຼ​ງທີ່​ທຳນຽບຂາວ​ໃນ​ວັນ​ພະຫັດ​ວານ​ນີ້ ທ່ານໂອ​ບາ​ມາ ກ່າວ
​ວ່າ ຄວາມເຄ່ງ​ຕຶງທີ່​ໄດ້​ກໍ່​ໃຫ້​ເກີດ​ການ​ຢຸດ​ງານ​ຂອງ​ລັດຖະບານ​ລົງ​ເປັນ​ບາງ​ສ່ວນ​ເປັນ
​ເວລາ 16 ມື້​ນັ້ນ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍຢ່າງ​ບໍ່​ຈຳ​ເປັນ ຕໍ່ເສດຖະກິດ​ຂອງ​ສະຫະລັດ.

ທ່ານ​ໂອ​ບາ​ມາ​ກ່າວ​ຕໍ່​ໄປ​ວ່າ ປະຊາຊົນ​ອາ​ເມຣິກັນ​ແມ່ນ​ເບື່ອ​ໜ່າຍ​ທີ່​ສຸດກັບ​ລັດຖະບານ
​ກຸງ​ວໍ​ຊິງ​ຕັນ ​ແລະ​ມັນ​ສົມຄວນ​ແກ່​ເວລາແລ້ວ ທີ່ຈະ​ໄດ້​ຮັບຄວາມໄວ້​ໃຈ​ຂອງ​ປະຊາຊົນ
ຄືນມາ.









XS
SM
MD
LG