ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະພາຕໍ່າ ສຫລ ອະນຸດມັດ ເງິນຊ່ວຍເຫຼືອ ຜູ້ປະສົບໄພ Sandy


ບັນດາສະມາຊິກສະພາຕໍ່າ ລົງຄະແນນສຽງ ອະນຸມັດໃຫ້ຄວາມຊ່ວຍ ເຫລືອ ປະກັນໄພນໍ້າຖ້ວມ 9 ພັນ 700 ລ້ານໂດລາ
ບັນດາສະມາຊິກສະພາຕໍ່າ ລົງຄະແນນສຽງ ອະນຸມັດໃຫ້ຄວາມຊ່ວຍ ເຫລືອ ປະກັນໄພນໍ້າຖ້ວມ 9 ພັນ 700 ລ້ານໂດລາ
ສະມາຊິກສະພາ​ຕໍ່າສະຫະລັດ ​ໄດ້​ໃຫ້ການ​ອະນຸມັດ​ດ້ວຍ​ຄະ​
ແນນ​ສຽງ​ອັນ​ຖ້ວມລົ້ນ​ ​ໃນ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ ກ່ຽວ​ກັບ​
ການ​ປະກັນ​ໄພ​ນໍ້າ ຖ້ວມ ມູນ​ຄ່າ 9 ພັນ 700 ລ້ານ​ໂດ​ລາ ​ແກ່​
ຜູ້​ເຄາະ​ຮ້າຍຈາກ​ລົມພາຍຸ Sandy ທີ່​ໄດ້​ສ້າງ​ຄວາມ​ເສຍ​
ຫາຍ​ຢ່າງ​ໜັກ​ໃຫ້​ແກ່​ເຂດ​ແຄມຝັ່ງ​ທະ​ເລ ກໍ້າຕາ​ເວັນ​ອອກ
ຂອງ​ສະຫະລັດ.

ສະພາ​ຕໍ່າ ທີ່​ມີ​ສະມາຊິກ 435 ທ່ານ​ຂອງ​ສະຫະລັດ ​ໄດ້ຮັບ​ຜ່ານຮ່າງ​ກົດໝາຍ​ດັ່ງກ່າວໃນ​ວັນ​ສຸກ​ວານ​ນີ້​ ດ້ວຍ​ການ​ລົງ​ຄະ​ແນນ​ສຽງ 354 ຕໍ່ 67 ຫລັງ​ຈາກ​ໄດ້​ຮັບ​ການ​ຕິຕຽນ​ຢ່າງ​ໃຫຍ່​ໂດຍບັນດາ​ສະມາຊິກລັດຖະ ສະພາ ​ຈາກ​ບັນດາ​ລັດ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ຍ້ອນ​ລົມ​ພາຍຸ ຊຶ່ງໄດ້ສີ້​ນສຸດ​ສະ​ໄໝປະຊຸມ​ ໂດ​ຍປາສຈາກ​ການ​ລົງ​ຄະ​ແນນ​ສຽງເພື່ອໃຫ້ການ ​ຊ່ວຍ​ເຫ​ລື​ອ.

ສະພາ​ສູງສະຫະລັດ​ໄດ້​ຮັບ​ຜ່ານ​ເອົາ​ມາດ​ຕະການດັ່ງກ່າວຢ່າງ​ຮີບ​ດ່ວນ ດ້ວຍ​ການ​ລົງ​ຄະ​ແນນ ​ແບບ​ອອກສຽງ​ໂດຍ​ທາງ​ປາກ​ເປົ່າ. ບັດ​ນີ້​ ຮ່າງ ກົດໝາຍດັ່ງກ່າວ​ໄດ້​ຖືກ​ສົ່ງໄປ​ໃຫ້ປະທານາທິບໍດີ Barack Obama ​ເພື່ອ​ລົງ​ນາມ​ເປັນ​ກົດໝາຍ.

ພາຍຸ​ຂະ​ໜາດ​ແຮງ​ໄດ້ພັດ​ຖະຫລົ່ມ​ແຄມ​ຝັ່ງ​ທ​ະ​ເລ​ກໍ້າຕາ​ເວັນ​ອອກຂອງ ສະຫະລັດ ​ໃນ​ເດືອນ​ຕຸລາຜ່ານ​ມາ ຊຶ່ງ​ໄດ້​ທຳລາຍເຮືອນ​ຊານ​ຫຼາຍ​ພັນ​ຫລັງ ​ແລະ​ສ້າງ​ຄວາມ​ເສຍ​ຫາຍ​ຫລາຍ​ພັນ​ລ້ານ​ໂດ​ລາ. ພາຍຸ​ຫົວນີ້ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ 125 ​ເສຍ​ຊີວິດຢູ່​ໃນສະຫະລັດ.

ສະພາ​ຕໍ່າສະຫະລັດ ຈະ​ລົງ​ຄະ​ແນນ​ສຽງ​ອີກ​ເທື່ອ​ທີ​ສອງ ​ໃນວັນ​ທີ 15 ​ມັງກອນນີ້ ​ເພື່ອ​ໃຫ້ການ​ຊ່ວຍ​ເຫຼືອ​ເພີ້​ມ​ເຕີມ​ອີກ 51 ພັນ​ລ້ານ​ໂດ​ລາ​ແກ່ ພວກ​ປະສົບ​ໄພລົມພາຍຸ​.

​ໃນ​ບໍ່​ເທົ່າ​ໃດອາທິດຕໍ່ໜ້ານີ້ ບັນດາ​ສະມາຊິກ​ສະພາ​ຕໍ່າ​ຊຸດ​ໃໝ່ ທີ່​ຫາ​ກໍ ສາບານ​ໂຕ​ເຂົ້າ
ຮັບ​ຕຳ​ແໜ່​ງ​ໃນ​ວັນ​ພະຫັດ​ຜ່ານ​ມາ ຈະ​ປະ​ເຊີນ​ໜ້າ​ກັບ​ບັນຫາ​ໂຕ້​ຖຽງເກົ່າກ່ຽວ​ກັບໜີ້​ສິນ​ທີ່​ພວມ​ເພີ້ມທະວີ​ຂຶ້ນຂອງ​ປະ​ເທດຊາດ ຂໍ້ສະ​ເໜີ​ກ່ຽວ​ກັບກົດໝາຍຄົນ​ເຂົ້າ​ເມຶ​ອງ ​ແລະການ​ອະພິປາຍ​ກ່ຽວ​ກັບ ການຄວບຄຸມອາວຸດ​ທີ່​ເປັນ​ບັນຫາ​ຖົກ​ຖຽງ​ໂຕ້​ແຍ້​ງ.

ກ່ຽວຂ້ອງກັນ

XS
SM
MD
LG