ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ໃຫ້ການຊ່ອຍເຫຼືອ 6 ລ້ານໂດລາ ເພື່ອປັບປຸງສຸຂະພາບ ແມ່ຍິງແລະເດັກ ຢູ່ລາວ


ເຈົ້າໜ້າທີ່ສະຖານທູດສະຫະລັດຄົນໜຶ່ງ ກຳລັງຫລິ້ນກັບ ເດັກນ້ອຍ ໃນຊົນນະບົດ ສປປ ລາວ.
ເຈົ້າໜ້າທີ່ສະຖານທູດສະຫະລັດຄົນໜຶ່ງ ກຳລັງຫລິ້ນກັບ ເດັກນ້ອຍ ໃນຊົນນະບົດ ສປປ ລາວ.

ລັດຖະບານສະຫະລັດ ໄດ້ປະກາດມອບທຶນຊ່ວຍເຫລືອຈຳນວນ
6 ລ້ານໂດລາ ແກ່ໂຄງການໂພຊະນາການໃນວັນທີ 28 ມັງກອນ
ຜ່ານ​ມານີ້ ເຊິ່ງໂຄງການດັ່ງກ່າວຖືກຈັດຕັ້ງປະຕິບັດໂດຍອົງການ
ຊ່ວຍເຫລືອເດັກຫຼື Save the Children ເພື່ອປັບປຸງສຸຂະພາບ
ຂອງແມ່ຍິງແລະເດັກນ້ອຍໃນ ສປປ ລາວອີງ​ຕາມ​ລາຍ​ງານ​ເຟສ
ບຸກ ຂອງ​ສະຖານທູດ​ສະຫະລັດ.

ລາຍ​ງານ​ເວົ້າວ່າ ​ໃນ​ໄລຍະ 3 ປີຕໍ່ໜ້າ​ນີ້ອົງການພັດທະນາສາກົນຂອງປະເທດສະຫະລັດ
ຫລື USAID ຈະຊ່ວຍຫລຸດຜ່ອນ ອັດຕາການຂາດສານອາຫານໃນເດັກ ແລະປັບປຸງໂພ
ຊະນາການຂອງຄົວເຮືອນ ລວມໄປເຖິງ ກິດຈະກຳນໍ້າສະອາດ ສຸຂາພິບານແລະສຸຂະອະ
ນາໄມໃນຊຸມຊົນ.

ທ່ານ Jonathan Stivers ຮອງຜູ້ບໍລິຫານ ສຳລັບຂົງເຂດ​ເອ​ເຊຍ ຂອງໂຄງການພັດທະ
ນາສາກົນສະຫະລັດກ່າວວ່າ “ການສ້າງຄວາມເຂັ້ມແຂງພາຍໃນຊຸມຊົນທ້ອງຖິ່ນເພື່ອໃຫ້
ເຂົາເຈົ້າເປັນຜູ້ນໍາໃນການປັບປຸງສະພາບການສໍາລັບຄອບຄົວຂອງເຂົາເຈົ້າ ເປັນຈຸດສຸມ ທີ່ສໍາຄັນ ຂອງໂຄງການໃຫມ່ຂອງພວກເຮົາ.

ພວກເຮົາມີຄວາມຍິນດີ ທີ່ຈະສະໜັບສະໜູນຄວາມພະຍາຍາມເພື່ອໃຫ້ເດັກນ້ອຍໄດ້ມີສຸ
ຂະພາບທີ່ດີ ມີໂອກາດ ໃນການຮ່ຳຮຽນ ແລະເຂົ້າເຖິງ ສັກກະຍະພາບ ຂອງການເປັນຜູ້ ໃຫຍ່ທີ່ມີປະສິດທິພາບ”.

ການປະກາດໂຄງການໃໝ່ນີ້ ມີຂຶ້ນໃນລະຫວ່າງການມາຢ້ຽມຢາມ ສປປ ລາວ ຄັ້ງທຳອິດ
ຂອງທ່ານ Stivers. ​ໃນ​ລະຫວ່າງ​ການ​ຢ້ຽມຢາມ ​ເພິ່ນ​ໄດ້​ໄປ​ຢ້ຽມ​ໝູ່ບ້ານ ຢູ່ແຂວງຫລວງ
ພະບາງ ເພື່ອໄປເບິ່ງສະພາບກິດຈະກຳ ດ້ານສາທາລະນະສຸກ ແລະການສຶກສາທີ່ນັ້ນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG