ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດ ສະ​ເໜີມອບ ລາງວັນ​ ນຶ່ງ​ລ້ານ​ດອລລ່າ ​ເພື່ອ​ທັບ​ມ້າງ ​ແກ໊ງຄ້າສັດ​ປ່າ​ຂ້າມ​ຊາດ​ ໃນລາວ


ທ່ານ Daniel Clune ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ, ໃນກອງປະຊຸມໃຫ້ສໍາພາດຂ່າວ, ວຽງຈັນ, ວັນທີ 6 ມີນາ 2014. (ຮູບຈາກສະຖານີໂທລະພາບລາວ)
ທ່ານ Daniel Clune ເອກອັກຄະລັດຖະທູດສະຫະລັດ ປະຈຳ ສປປ ລາວ, ໃນກອງປະຊຸມໃຫ້ສໍາພາດຂ່າວ, ວຽງຈັນ, ວັນທີ 6 ມີນາ 2014. (ຮູບຈາກສະຖານີໂທລະພາບລາວ)
ໜັງສືພິມ Vientiane Times ຂອງ ສປປ ລາວ ລາຍ​ງານວ່າ
ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ ສປປ ລາວ ທ່ານ
Daniel Clune ​ໄດ້​ເນ້ນ​ຢໍ້າ​ເງິນ​ລາງວັນ​ດັ່ງກ່າວ ​ໃນກອງ​ປະ
ຊຸມ​ໃຫ້​ສໍາພາດຂ່າວ ຮ່ວມ​ກັນຂອງ​ບັນດາ​ນັກ​ການ​ທູດ​ຕ່າງ
ປະເທດ ​ເມື່ອ​ວັນ​ພະຫັດ​ແລ້ວ​ນີ້ ຢູ່​ນະຄອນຫລວງວຽງ​ຈັນ
ໃນພິທີທີ່ຈັດຂຶ້ນ ເພື່ອເປັນຂີດໝາຍ ວັນສັດປ່າສາກົນ​ ເທື່ອ
ທຳອິດໃນປະເທດລາວ.

ຫົວໜ້າ​ແກ໊ງຄ້າ​ສັດປ່າ​ດັ່ງກ່າວ ທີ່​ຊື່​ທ້າວ ວິ​ໄຊ ​ແກ້ວ​ສະຫວ່າງ ​ເປັນ​ຜູ້​ອໍານວຍ​ການ​
ບໍລິສັດ​ການ​ຄ້າ ຂາ​ເຂົ້າ-ຂາ​ອອກ ຈໍາກັດ ​ແລະ​ເວລາ​ນີ້ ຜູ້ກ່ຽວ​ຍັງ​ລີ້​ຊ່ອນ​ໂຕ​ຢູ່​ໃນ​ປະ​
ເທດ​ລາວ ອິງ​ຕາມ​ຄໍາ​ຢືນຢັນ​ຂອງ​ທ່ານ Clune ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ທີ່
ກ່າວ​ວ່າ:

“ພວກ​ເຮົາ​ໄດ້​ສະ​ເໜີ​ໃຫ້​ລາງວັນ​ນີ້ ​ເມື່ອ​ເດືອນ​ພະຈິກ​ຜ່ານ​ມາ ​ແລະ​ເວລາ​ນີ້ ພວກ​
ເຮົາ​ກໍ​ຢູ່​ໃນ​ລະຫວ່າງ​ຂັ້ນ​ຕອນ ​ເກັບ​ກໍາ​ຂໍ້​ມູນ​ທີ່​ມີ​ຄົນ​ແຈ້ງ​ມາ​ ​ເພື່ອສະ​ໜອງ​ຕອບ​ຕໍ່​
ລາງວັນ​ດັງກ່າວ.”


ເອກ​ອັກຄະ​ລັດຖະທູດ​ເຢຍລະ​ມັນ ປະ​ຈໍາ ສປ​ປ ລາວ ທ່ານ Robert von Rimscha
ທີ່​ໄປ​ຮ່ວມ​ຖະ​ແຫລ​ງຂ່າວ ບໍ່​ໄດ້​ຢືນຢັນວ່າ​ທ້າວ​ວິ​ໄຊ ຍັງ​ຢູ່​ໃນ​ປະ​ເທດ​ລາວ ​ແຕ່​ໄດ້​ຊີ້​ໄປ​
ໃສ່​ລາຍ​ງານຂ່າວ​ໂທລະພາບທາງ ອອນ​ລາຍ ​ທີ່​ອອກເມື່ອ​ວັນ​ອາທິດກ່ອນ ຂອງອົງການ​
ຂ່າວ Der Spiegel ຂອງ​ເຢຍລະ​ມັນ ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ນັກ​ຂ່າວ​ສືບສວນຂອງ​ຕົນ
ທ້າວ Karl Ammann ສໍາພາດ​ທ້າວວິ​ໄຊ​ ຂະນະ​ທີ່​ຜູ້ກ່ຽວ​ກໍາລັງ​ຕົ້ມ​ກະດູກ​ສິງແລະ​ເສືອ
ຢູ່ບ່ອນ​ທີ່​ເຂົາ​ລີ້​ຊ່ອນ​ໂຕ​ຢູ່ ​ໃນ​ເຂດ​ເມືອງ​ປາກ​ເຊ.

ທ່ານ Clune ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ກ່າວ​ວ່າ ຕາ​ນ່າງ​ຂອງ​ທ້າວ​ວິ​ໄຊ ​ເປັນ​
ແກ໊ງອາ​ຊະ​ຍາ​ກໍາ​ຂ້າມ​ຊາດ ທີ່​ອໍານວຍ​ຄວາມ​ສະດວກ​ໃຫ້ແກ່ການຄ້າ​ສັດປ່າ ​ແລະ​ການ​
ຂ້າ​ສັດປ່າ​ທີ່ໃກ້​ຈະ​ສູນພັນ ​ເຊັ່ນ​ຊ້າງ ​ໂຕ​ແຮດ ​ແລະ​ອື່ນໆ ​ແລ້ວ​ກໍ​ເອົາ​ເງິນ​ກໍາ​ໄລ​ທີ່​ໄດ້​ມາ​
ນັ້ນ ​ໄປ​ເປັນ​ທຶນ​ດໍາ​ເນີນ​ກິດຈະ​ກໍາ​ຜິດ​ກົດໝາຍ​ອື່ນໆ. ທ່ານ​ກ່າວ​ຕື່ມ​ວ່າ ພວກ​ສາຂາ​ໃນ​
ຕ່າງປະ​ເທດ​ຂອງ​ຕາ​ນ່າງ​ໄຊ​ສະຫວ່າງ ຂອງ​ທ້າວ​ວິ​ໄຊ ລັກລອບ​ເອົາ​ສັດປ່າ​ ຈາກ​ອາ​ຟຣິ
ກາ​ແລະ​ເອ​ເຊຍ ​ເຂົ້າ​ໄປ​ໃນ​ປະ​ເທດ​ລາວ ​ແລ້ວ​ສົ່ງຜະລິດ​ຕະພັນ​ຈາກ​ສັດປ່າ​ເຫລົ່າ​ນັ້ນ ​
ໄປ​ຍັງ​ຫວຽດນາມ​ ກັບ​ກໍາປູ​ເຈຍ ​ແລະ​ປະ​ເທດ​ອື່ນ​ໆ ​ໂຮມ​ທັງ​ສະຫະລັດ ທີ່​ເປັນຕະຫລາດ​
ຂາຍຍ່ອຍ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ ຕໍ່​ຈາກປະ​ເທດ​ຈີນ ສໍາລັບ​ການ​ຄ້າ​ງາ​ຊ້າງ.

ທ່ານ Clune ​ກ່າວ​ສະຫລູ​ບວ່າ “​ເງິນ​ລາງວັນ​ ສໍາລັບຕາ​ນ່າງ​ໄຊ​ສະຫວ່າງ​ນີ້ ​ແມ່ນ​ມີ​
ເປົ້າ​ໝາຍ​ເພື່ອ​ໃຫ້​ໄດ້ມາ​ຊຶ່ງຂໍ້​ມູນ ​ທີ່​ຈະຊ່ວຍ​ລັດຖະ ບານ​ລາວ ​ແລະລັດຖະບານ
​ປະ​ເທດ​ອື່ນ​ໆ ສາມາດ​ດໍາ​ເນີນ​ການ​ເພື່ອ ທັບ​ມ້າງຕາ​ນ່າງ​ອັນ​ນີ້. ​ແລະ​ພວກ​ເຮົາ​
ຍິນ​ດີ​ຮັບ​ເອົາ​ການ​ຮ່ວມ​ມື​ຈາກ ລັດຖະບານ​ອື່ນໆ ​ໃນ​ການ​ຕ້ານ​ຢັນ​ກັບ​ອາ​ຊະ​ຍາ​
ກໍາ​ຂ້າມ​ຊາດ ​ທີ່​ມີ​ການຈັດ​ຕັ້ງ​ກັນ​ຢ່າງ​ດີ ຮວມທັງ​ການ​ຄ້າ​ສັດປ່າ​ນໍາ​ນັ້ນ.”


The US$1 million reward to dismantle a transnational wildlife trafficking syndicate in Laos, known as the Xaysavang Network, was underscored by the US Ambassador to Laos, Daniel Clune, at a press conference of foreign diplomats held in Vientiane last Thursday, marking the first observance of World Wildlife Day in Laos, according to Lao media.
The “linchpin”, a Lao national named Vixay Keosavang who is the director of Xaysavang Trading Export Import Company Limited, was recently seen in Laos.
US Ambassador Daniel Clune said “The Xaysavang reward offer is intended to produce information that will help the government in Laos and other governments to take action in dismantling the network. And we welcome the cooperation of other governments to counter transnational organized crime including wildlife trade.”
He added “We offered the reward in November and we are in the process of gathering information that we received in response to that reward.” He also said Vixay is still in Laos.
Attending the conference, German Ambassador to Laos Robert von Rimscha cited a major German news organization, Der Spiegel, which claims it has access to Vixay and that a middleman confirmed that he was recently in Pakse.
Von Rimscha did not confirm the information, but the referred TV programme posted online last Sunday shows investigative journalist Karl Ammann meeting the wanted man inside his compound, boiling lion and tiger bones.
Clune noted that the network is a transnational crime syndicate that facilitates wildlife trafficking and killing of endangered elephants, rhinos and other species, and utilizes the profit from wildlife products to fund other illicit activities. The group's associates, he added, smuggle wildlife from Africa and Asia into Laos and illegally export the products to Vietnam and China, among other destinations.
The US is reportedly the second-largest retail market of illegal ivory trade after China.
XS
SM
MD
LG