ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດຊ່ວຍເຫລືອ ອາຫານຫວ່າງ ໃຫ້ແກ່ ເດັກນັກຮຽນ ໃນ 6 ແຂວງຂອງລາວ


ເອກອັກຄະລັດຖະທູດສະຫະລັດປະຈໍາ ສປປ ລາວ, ທ່ານນາງ Karen B. Stewart, ກັບລັດຖະມົນຕີຊ່ວຍ ວ່າການກະຊວງ ກະຊວງສຶກສາທິການແລະກິລາ, ທ່ານ Lytou Bouapao, ໄປຢ້ຽມຢາມບ້ານນາບອນ ໃນເຂດທຸກຍາກຂອງ
ແຂວງສາລະວັນ, ເພື່ອເບິ່ງການຈັດຕັ້ງປະຕິບັດໂຄງການຊ່ວຍເຫລືອອາຫານຫວ່າງ
ແກ່ເດັກນັກຮຽນລາວ
ເອກອັກຄະລັດຖະທູດສະຫະລັດປະຈໍາ ສປປ ລາວ, ທ່ານນາງ Karen B. Stewart, ກັບລັດຖະມົນຕີຊ່ວຍ ວ່າການກະຊວງ ກະຊວງສຶກສາທິການແລະກິລາ, ທ່ານ Lytou Bouapao, ໄປຢ້ຽມຢາມບ້ານນາບອນ ໃນເຂດທຸກຍາກຂອງ ແຂວງສາລະວັນ, ເພື່ອເບິ່ງການຈັດຕັ້ງປະຕິບັດໂຄງການຊ່ວຍເຫລືອອາຫານຫວ່າງ ແກ່ເດັກນັກຮຽນລາວ

ຄະນະຜູ້​ແທນ​ຈາກສະຖານທູດອາເມຣິກາ ປະ​ຈໍາ ສປປ ລາວ, ຈາກກະຊວງສຶກສາທິການ ແລະກິລາ ແລະອົງການອາຫານໂລກ ຂອງສະຫະປະຊາຊາດ ​ໄປຢ້ຽມຢາມແຂວງສາລະວັນ ​ເປັນ​ເວລາ 3 ວັນ ​ໃນ​ທ້າຍ​ເດືອນ​ເມສາ​ຜ່ານ​ມາ​ນີ້ ເພື່ອຕິດຕາມເບິ່ງການຈັດ​ຕັ້ງ​ປະຕິບັດໂຄງ ການອາຫານເສີມຂອງອົງການອາຫານໂລກ ທີ່​ໄດ້​ຮັບ​ທຶນ​ຊ່ວຍ​ເຫລືອ ຈາກ​ລັດຖະບານ​ສະຫະລັດ​ອາ​ເມຣິກາ. ວັນນະ​ສອນ​ມີ​ລາຍ​ງານ​ມາສະ​ເໜີ​ທ່ານ​.

ທ່ານນາງເອກອັກຄະລັດຖະທູດສະຫະລັດ Karen Stewart, ຊ່ວຍເຮັດອາຫານຫວ່າງ ລ້ຽງເດັກນ້ອຍ ນັກຮຽນໂຮງຮຽນນາບອນ, ແຂວງສາລະວັນ, ເດືອນເມສາ 2012.
ທ່ານນາງເອກອັກຄະລັດຖະທູດສະຫະລັດ Karen Stewart, ຊ່ວຍເຮັດອາຫານຫວ່າງ ລ້ຽງເດັກນ້ອຍ ນັກຮຽນໂຮງຮຽນນາບອນ, ແຂວງສາລະວັນ, ເດືອນເມສາ 2012.

ການລົງຢ້ຽມຢາມໃນຄັ້ງນີ້ ຊຶ່ງ​ໄດ້​ເລີ້ມ​ຕົ້ນ​
ຂຶ້ນໃນ​ວັນ​ທີ 25 ​ເມສາ ຜ່ານ​ມາ​ນັ້ນ ແມ່ນ
ສືບເນື່ອງມາຈາກການໃຫ້ການຊ່ວຍເຫລືອ
​ໃນ​ມູນ​ຄ່າເຖິງ 10 ລ້ານໂດລາສະຫະລັດ
ໂດຍລັດຖະບານສະຫະລັດອາເມຣິກາ ໃຫ້
ແກ່ໂຄງການອາຫານເສີມຂອງອົງການອາ
ຫານໂລກ ​ເພື່ອຊ່ວຍສະໜອງອາຫານ
ຫວ່າງພາກເຊົ້າ ໃນແຕ່ລະມື້ ໃຫ້ແກ່ເດັກ
ນັກຮຽນ 150,000 ຄົນ ຢູ່ໃນຫົກແຂວງ
ຢູ່ ສປປ ລາວ.

ບົດ​ຖະ​ແຫລ​ງຂ່າວ​ຮ່ວມກ່າວ​ວ່າ ໃນການ
ເດີນທາງ​ໄປ​ສັງ​ເກດ​ການຄັ້ງນີ້ ເອກອັກຄະ
ລັດຖະທູດສະຫະລັດອາເມຣິກາ ທ່ານນາງ
​ແຄ​ເຣິນ ບີ. ສະຈວດ, ລັດຖະມົນຕີຊ່ວຍວ່າ
ການກະຊວງສຶກສາທິການ ແລະ ກິລາ,
ທ່ານ ລີຕູ້ ບົວປາວ, ແລະ ທ່ານນາງ ເອຣີ
ຄູໂດ, ຕົວແທນຕາງຫນ້າອົງການອາຫານ
ໂລກ ປະຈຳ ສປປ ລາວ, ພ້ອມຄະນະ ໄດ້ ຢ້ຽມຢາມບ້ານນາບອນ, ເມືອງເຫລົ່າງາມ ແລະ
ບ້ານນາ, ເມືອງຕຸ້ມລານ ​ແລະ​ໄດ້ຮ່ວມປະກອບສ່ວນ​ໃນການກະກຽມ ແລະ ແຈກຢາຍອາ
ຫານ ໃຫ້ເດັກນັກຮຽນ ແລະ​ໄດ້​ເຫັນ​ດ້ວຍ​ຕົນ​ເອງ ຜົນຕອບຮັບທີ່ດີຂອງໂຄງການດັ່ງກ່າວ.

ພວກແມ່ຄົວບ້ານນາບອນ ພາກັນເຮັດອາຫານ ຫວ່າງພາກເຊົ້າ ສໍາລັບລ້ຽງເດັກນ້ອຍນັກຮຽນ.
ພວກແມ່ຄົວບ້ານນາບອນ ພາກັນເຮັດອາຫານ ຫວ່າງພາກເຊົ້າ ສໍາລັບລ້ຽງເດັກນ້ອຍນັກຮຽນ.

ການຢ້ຽມຢາມໃນຄັ້ງນີ້ ແມ່ນເປັນສ່ວນ
ນຶ່ງຂອງການຮ່ວມມືຂອງສະຖານທູດ
ອາເມຣິກາ ແລະ ອົງການອາຫານໂລກ
ໃນການສ້າງຄວາມຕື່ນ​ໂຕ​ແລະຮັບຮູ້
ກ່ຽວກັບບັນຫາການຂາດໂພຊະນາການ
ໃນ ສປປ ລາວ. ການຂາດໂພຊະນາການ
​ແມ່ນເປັນປັດໄຈທີ່ສຳຄັນທີ່​ສຸດ ທີ່ພາ​ໃຫ້​
ມີການເສຍຊີວິດຂອງເດັກນ້ອຍ ຢູ່ພາຍໃນ
ປະເທດ ແລະຍັງສາມາດ​ສ້າງ​ຄວາມ​ເສຍ​
ຫາຍໄລຍະຍາວ ໃຫ້​ແກ່​ສະໝອງ​ແລະ
ຮ່າງກາຍຂອງ​ເດັກ ຕັ້ງແຕ່ຕອນຍັງນ້ອຍ. ອົງການອາຫານໂລກ ແລະ ສະຖານທູດອາເມ
ຣິກາ ​ແມ່ນມີຄວາມໝາຍ​ໝັ້ນທີ່ຈະປະຕິບັດງານຮ່ວມ ກັນກັບຄູ່ຮ່ວມງານອື່ນໆ ​ເພື່ອບົ່ງ​ຊີ້
ແລະຊອກຫາແນວທາງທີ່ມີປະສິດທິພາບ ໃນການແກ້ໄຂບັນຫາການຂາດໂພຊະນາການນັ້ນ.

ເອກອັກຄະລັດຖະທູດສະຫະລັດ Karen B. Stewart ຊ່ວຍຢາຍ ອາຫານໃຫ້ເດັກນ້ອຍນັກຮຽນໂຮງຮຽນປະຖົມບ້ານນາບອນ. ນັບຕັ້ງ ແຕ່ໄດ້ຮັບການຊ່ວຍເຫລືອອາຫານຫວ່າງ ພາຍໃຕ້ໂຄງການຊ່ວຍ ເຫລືອຂອງສະຫະລັດ ອັດຕາການໄປໂຮງຮຽນຂອງເດັກນ້ອຍແມ່ນ ສູງຂຶ້ນນັບມື້ ແລະເວລານີ້ແມ່ນເກືອບຮອດ 100% ແລ້ວ.
ເອກອັກຄະລັດຖະທູດສະຫະລັດ Karen B. Stewart ຊ່ວຍຢາຍ ອາຫານໃຫ້ເດັກນ້ອຍນັກຮຽນໂຮງຮຽນປະຖົມບ້ານນາບອນ. ນັບຕັ້ງ ແຕ່ໄດ້ຮັບການຊ່ວຍເຫລືອອາຫານຫວ່າງ ພາຍໃຕ້ໂຄງການຊ່ວຍ ເຫລືອຂອງສະຫະລັດ ອັດຕາການໄປໂຮງຮຽນຂອງເດັກນ້ອຍແມ່ນ ສູງຂຶ້ນນັບມື້ ແລະເວລານີ້ແມ່ນເກືອບຮອດ 100% ແລ້ວ.

ໃນຊຸມປີຜ່ານມາ ໂຄງການອາ
ຫານເສີມຂອງອົງການອາຫານ
ໂລກໄດ້ພິສູດໃຫ້ເຫັນວ່າ ເປັນ
​ເຄື່ອງມືທີ່ມີປະສິດທິພາບໃນ
ການປັບປຸງໂພຊະນາການ ແລະ
ຄວາມສຳເລັດທາງດ້ານການ
ສຶກສາຂອງເດັກນ້ອຍລາວ. ກະ
ຊວງກະສິກຳຂອງສະຫະລັດອາ
ເມຣິກາ ​ແມ່ນເປັນຜູ້ໃຫ້ທຶນລາຍ
ໃຫຍ່ທີ່ສຸດ ​ແກ່ໂຄງການນີ້ ໂດຍ
ຜ່ານທຶນສົ່ງເສີມອາຫານຕ່າງ
ປະເທດ ​ເພື່ອການສຶກສາແລະ
ໂພຊະນາການເດັກ ແມັກກາເວີນ
- ໂດລ (McGovern-Dole
International Food for Ed
-ucation and Child Nutrition). ​ໃນ​ໂອກາດ​ນີ້ ທ່ານ​ນາງ Karen B. Stewart ​ເອກ​ອັກ
ຄະ​ລັດຖະທູດ​ສະຫະລັດ ກ່າວ​ວ່າ:

“ໃນນາມປະຊາຊົນອາເມຣິກັນ ຂ້າພະເຈົ້າດີໃຈຫລາຍທີ່ການສະໜັບສະ​ໜຸນຊ່ວຍເຫລືອ
ໃນຄັ້ງນີ້ ມີສ່ວນຊ່ວຍ​ໃຫ້ເດັກນ້ອຍລາວຫລາຍ ພັນຄົນ ໃຫ້ໄດ້ຮັບສານອາຫານທີ່ຈຳເປັນ
ເພື່ອໃຫ້ພວກເຂົາໄດ້ສືບຕໍ່ຮໍ່າຮຽນໜັງສື ແລະບັນລຸ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ເຂົາ​ເຈົ້າ​
ໄດ້ຢ່າງເຕັມສ່ວນ.”

ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການແລະກິລາ ທ່ານ ລີຕູ້ ບົວປາວ ກໍໄດ້ຊ່ວຍແຈກ ຢາຍອາຫານໃຫ້ເດັກນັກຮຽນນໍາ, ເດືອນເມສາ 2012.
ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການແລະກິລາ ທ່ານ ລີຕູ້ ບົວປາວ ກໍໄດ້ຊ່ວຍແຈກ ຢາຍອາຫານໃຫ້ເດັກນັກຮຽນນໍາ, ເດືອນເມສາ 2012.

ການຊ່ວຍເຫລືອມູນ​ຄ່າ 10 ລ້ານ
ໂດລາຂອງສະຫະລັດ ແມ່ນໃນ
ຮູບແບບຂອງເຂົ້າ ຈຳນວນ
1,600 ໂຕນ, ວິຕາມິນພ້ອມ​ກັບ
​ແປ້ງປຸງແຕ່ງ Supercereal ທີ່
ເສີມແຮ່ທາດ ຈຳນວນ 556 ໂຕນ
ແລະນໍ້າມັນພືດ ຈຳນວນ 110
ໂຕນ. ນໍ້າມັນ ແລະ ແປ້ງປຸງແຕ່ງ
Supercereal ນັ້ນ ຈະຖືກນຳໃຊ້
ໂດຍແມ່ຄົວປະຈຳໝູ່ບ້ານໃນການ
ກະກຽມອາຫານຫວ່າງພາກເຊົ້າ​
ໃຫ້​ພວກ​ເດັກນ້ອຍກິນ ເພື່ອບໍ່
ໃຫ້ເດັກນັກຮຽນຫິວ. ສ່ວນເຂົ້າ
ສານ​ນັ້ນ ຈະຖືກ​ແບ່ງປັນ​ແລະ
ມອບໃຫ້ນັກຮຽນຜູ້ທີ່ອາໄສຢູ່
ຫ່າງໄກຈາກໂຮງຮຽນ ເອົາກັບ
ບ້ານ ​ເພື່ອເປັນສິ່ງຈູງໃຈໃຫ້ແກ່
ຄອບຄົວຂອງເດັກນັກຮຽນ ເພື່ອໃຫ້ແນ່ໃຈວ່າເດັກຈະບໍ່​ອຶດຫິວ​ແລະເຂົ້າມາຮໍ່າຮຽນ ເປັນ
ປົກກະຕິ.

ທ່ານນາງເອກອັຄະລັດຖະທູດສະຫະລັດ Karen B. Stewart, ກັບລັດຖະມົນຕີຊ່ວຍວ່າການກະ ຊວງສຶກສາທິການແລະກິລາ, ທ່ານລີຕູ້ ບົວປາວ, ອ່ານນິທານ ເປັນພາສາອັງກິດແລະພາສາລາວ ໃຫ້ເດັກນ້ອຍຟັງ ຫລັງຈາກກິນອາຫານຫວ່າງ ພາກເຊົ້າແລ້ວ.
ທ່ານນາງເອກອັຄະລັດຖະທູດສະຫະລັດ Karen B. Stewart, ກັບລັດຖະມົນຕີຊ່ວຍວ່າການກະ ຊວງສຶກສາທິການແລະກິລາ, ທ່ານລີຕູ້ ບົວປາວ, ອ່ານນິທານ ເປັນພາສາອັງກິດແລະພາສາລາວ ໃຫ້ເດັກນ້ອຍຟັງ ຫລັງຈາກກິນອາຫານຫວ່າງ ພາກເຊົ້າແລ້ວ.

​ເງິນ​ຊ່ວຍ​ເຫລືອລ້າ​ສ່ວນ​ນຶ່ງຂອງ
ສະຫະລັດອາເມຣິກາ ຈຳນວນ
1 ລ້ານໂດລາສະຫະລັດ ​ແມ່ນຈະ
ໄດ້ຖືກນໍາໃຊ້ເຂົ້າໃນການເຝິກອົບ
ຮົມ ແລະສະໜັບສະໜຸນແກ່ກະ
ຊວງສຶກສາທິການ ແລະກິລາ
ຂອງປະເທດລາວ ເຊິ່ງເປັນສ່ວນ
ນຶ່ງຂອງການຫັນປ່ຽນ​ໄປ​ສູ່​ການ
ຈັດ​ຕັ້ງ​ປະຕິບັດ ​ໂຄງການສະ
ຫນອງອາຫານ​ໃຫ້​ແກ່ໂຮງຮຽນ
​ໃນ​ທົ່ວ​ປະ​ເທດ.

XS
SM
MD
LG