ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ​ແລະ ສປປ ລາວ ​​​ພົບ​ປະ​ສອງ​ຝ່າຍ ​ຄັ້ງ​ທີ 7 ​ທີ່ນະຄອນ​ວຽງ​ຈັນ


ລັດຖະມົນຕີຊ່ວຍວ່າການກະຊວງຕ່າງປະເທດ Daniel Russel ແລະຮອງລັດຖະມົນຕີການຕ່າງປະເທດຂອງ ສປປ ລາວ ທ່ານແສງເພັດ ຮຸ່ງບຸນຍວງ ໃນລະຫວ່າງ ການພົບປະສອງຝ່າຍ ໃນວັນທີ 6 ພຶດສະພາ ທີ່ວຽງຈັນ
ລັດຖະມົນຕີຊ່ວຍວ່າການກະຊວງຕ່າງປະເທດ Daniel Russel ແລະຮອງລັດຖະມົນຕີການຕ່າງປະເທດຂອງ ສປປ ລາວ ທ່ານແສງເພັດ ຮຸ່ງບຸນຍວງ ໃນລະຫວ່າງ ການພົບປະສອງຝ່າຍ ໃນວັນທີ 6 ພຶດສະພາ ທີ່ວຽງຈັນ

ສະຫະລັດ ​ແລະ ສປປ ລາວ ​ໄດ້​ຈັດການ​ພົບ​ປະ​ສອງ​ຝ່າຍ​ຄັ້ງ​ທີ 7 ຂຶ້ນ​ ໃນ​ວັນ​ສຸກທີ 6 ພຶດ ສະພາວານ​ນີ້ ທີ່ນະຄອນ​ວຽງ​ຈັນ ອີງ​ຕາມ​ລາຍ​ງານ​ຂ່າວ​ຂອງ​ສະຖານ​ທູດ​.

ຄະນະ​ຜູ້​ແທນຂອງ​ສະຫະລັດ ທີ່ນຳ​ໂດຍລັດຖະມົນຕີຊ່ວຍ​ວ່າການ​ກະ​ຊວງ​ການ​ຕ່າງປະ ເທດ ທ່ານ Daniel Russel ພ້ອມ​ດ້ວຍ​ບັນດາ​ເຈົ້າ​ໜ້າ​ທີ່​ຈາກກະຊວງການ​ຕ່າງປະ​ເທດ ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ​ອົງການ​ພັດທະນາ​ສາກົນ​ຂອງ​ສະຫະລັດ.

​ໃນ​ລະຫວ່າງ​ການ​ປຶກສາ​ຫາລືກັນນັ້ນ ທ່ານ​ Russel ​ແລະ​ຮອງ​ລັດຖະມົນຕີ​ຕ່າງປະເທດ ຂອງ ສປປ ລາວ ທ່ານ​ແສງ​ເພັດ ຮຸ່ງບຸນ​ຍວງ ​ເຫັນ​ດີ​ວ່າ ສາຍ​ພົວພັນ​ລະຫວ່າງສະຫະລັດ ແລະ​ ສປປ ລາວ ມີ​ຄວາມ​ເຂັ້ມ​ແຂງຂຶ້ນ ​ຫຼາຍກວ່າ​ທີ່ເປັນ​ມາ. ​ເຈົ້າ​ໜ້າ​ທີ່​ທັງສອງ​ຝ່າ​ຍ ​ໄດ້​ຫາລື​ ກ່ຽວ​ກັບຄວາມ​ໝາຍ​ສຳຄັນ ​ໃ​ນ​ການ​ມາ​ຢ້ຽມຢາມ ຂອງ ປະທານາທິບໍດີ Barack Obama ​ໃນ​ເດືອນ​ກັນຍາ ປີນີ້ ຊຶ່ງ​ຈະ​ເປັນ​ການ​ຢ້ຽ​ມຢາມ ສປປ ລາວ ຄັ້ງ​ທຳ​ອິດ​ຂອງ​ປະ ທານາທິບໍດີ​ສະຫະລັດ. ພ້ອມ​ກັນນັ້ນ ຍັງ​ໄດ້​ປຶກສາ​ຫາລື ​ກ່ຽວ​ກັບ ​ການເປັນ​ປະທານ​ອາ​ຊຽນຂອງ ສປປ ລາວ ​ແລະ​ກາລະ​ໂອກາດທີ່ ສປປ ລາວ ຈະ​ໄດ້​ຮັບ​ໃນການ​ຕ້ອນຮັບ​ບັນ ດາ​ຜູ້ນຳ​ລະດັບ​ໂລກ​ ມາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸ່ມ​ອາ​ຊຽນ ​ແລະ​ເອ​ເຊຍ​ຕາເວັນ​ອອກ​ໃນ​ປີ​ນີ້.

ລັດຖະມົນຕີ​ຊ່ວຍ Russel ​ໄດ້​ຢືນຢັນ​ອີກ​ຄັ້ງນຶ່ງ​ເຖິງ​ຄວາມ​ຕັ້ງ​ໃຈ​ຂອງ​ສະຫະລັດໃນການ ຊ່ວຍ​ເຫລືອ ສປປ ລາວ ເພື່ອເກັບ​ກູ້​ລະ​ເບີດ ທີ່​ບໍ່​ທັນ​ແຕກ ​ແລະ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ທີ​ມ​ເກັບ​ກູ້ລະ​ເບີດ​ບໍ່ທັນ​ແຕກ ​ໃນ​ການ​ປະ​ຕິ​ບັດ​ພາລະກິດ ​ທີ່​ສຳຄັນ​ດັ່ງກ່າວ. ທ່ານ​ໄດ້​ຢ້ຳ​ເຖິງ ຄວາມ​ກ້າວໜ້າ​ທີ່ ສປປ ລາວໄດ້​ຮັບໃນ​ການ​ສຳຫຼວດ ຈັດ​ຕັ້ງ​ປະ​ຕິ​ບັດແລະ​ເກັບ​ກູ້​ລະເບີດ ທີ່​ບໍ່​ທັນ​ແຕກແລະ​ຍັງ​ໄດ້​ກ່າວ​ວ່າ ສະຫະລັດ ມີ​ຄວາມ​ກະ​ຕືລື​ລົ້ນ​ຊ່ວຍ​ເຫຼືອ ສປປ ລາວໃນ​ການ​ຊຸກຍູ້ຂັ້ນຕອນ​ດັ່ງກ່າວເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ອີກ​ຕໍ່​ໄປແລະທັງ​ຊ່ວຍ​ໃຫ້ ສປປ ລາວ ມີ​ການ​ຂະຫຍາຍຕົວ​ດ້ານ​ເສດຖະກິດ. ​ເຈົ້າ​ໜ້າ​ທີ່​ສະຫະລັດ ​ແລະ ສປປ ລາວຍັງ​ທົບ​ທວນຄືນ​ຄວາມ​ກ້າວໜ້າ ໃນການຈັດ​ຕັ້ງ​ປະຕິບັດ​ ການ​ຂຸດ​ຄົ້ນ ສິ່ງ​ເສດ​ເຫຼືອ​ຂອງ​ບັນດາ​ນາຍ​ທະຫານ​ອາ​ເມຣິກາ ທີ່​ຫາຍ​ສາບ​ສູນ​ໄປ​ໃນ​ສົງຄາມ​ຫວຽດນາມ.

​ເຈົ້າ​ໜ້າ​ທີ່​ສະຫະລັດ ​ແລະ ສປປ ລາວ ​ເຫັນ​ດີ​ນຳ​ກັນ​ ກັບ​ເປົ້າ​ໝາຍ​ຂອງ​ແຜນ​ງານ​ການ ໃຫ້ຄວາ​ມຊ່ວຍ​ເຫຼືອພັດທະນາ ​ຂອງ​ສະຫະລັດຮອບດ້ານ ​ໃນ ສປປ ລາວ ​ໃນ​ມໍ່ໆ​ນີ້ທີ່​ມີ ​ມູນ​ຄ່າ​ເກືອບ​ ເຖິງ 50 ລ້ານ​ໂດ​ລາ​ສະຫະລັດ. ຮອງ​ລັດຖະມົນຕີ​ແສງ​ເພັດ ​ໄດ້​ສະ​ແດງ ຄວາມຂອບ​ໃຈ​ຕໍ່ສະຫະລັດ ທີ່ີ​ໃຫ້ການ​ສະໜັບສະໜູນ​ ເປົ້​າໝາຍການ​ພັດທະນາ​ແບບ​ ຍືນ​ຍົງ​ຂອງ ສປປ ລາວ ​ເປັນ​ຕົ້ນ​ຂະແໜງ​ການ​ໂພ​ຊະນາ​ການ ສາທາລະ​ນະ​ສຸກ ສຶກສາ ການ​ຄ້າ ​ແລະ​ຍຸດ​ຕິ​ທຳ. ທ່ານ​ຍັງ​ໄດ້​ຫາລື​ ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດການ​ຊ່ວຍ​ເຫລືອ​ຂອງ​ ສະຫະລັດ​ ​ໃຫ້​ແກ່​ປີ​ການ​ເປັນ​ເຈົ້າ​ພາບ​ອາ​ຊຽນຂອງ ສປປ ລາວ ຊຶ່ງ​ລວມມີ​ການ​ສະໜັບ ສະ​ໜູນ​ຝຶກ​ອົບ​ຮົມ​ໃຫ້​ແກ່​ເຈົ້າ​ໜ້າ​ທີ່ ​ໃນ​ບັນດາ​ຂະແໜງ​ການ​ວຽກ​ງານ​ນະ​ໂຍບາຍ​ທີ່​ກ່ຽວ ຂ້ອງ. ການ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດ​ຍອດແລະ​ການ​ຮຽນ​ພາສາ​ອັງ ກິດ.

​ເຈົ້າ​ໜ້າ​ທີ​ສະຫະລັດ ​ແລະ ສປປ ລາວ ຍັງ​ໄດ້​ທົບທວນຄືນ​ບັນດາ​ການ​ພັດ​ທະນາ​ໃນ​ລະ ດັບ​ຂົງ​ເຂດ​ແລະ​ສາ​ກົນ​ຢ່າງ​ກວ້າງ​ຂວາງ. ທ່ານ​ລັດຖະມົນຕີ​ຊ່ວຍ Russel ​ໄດ້​ໃຫ້​ຄວາມ ​ສຳຄັນ ໃນຄວາມ​ຕັ້ງ​ໃຈ​ຂອງ​ສະຫະລັດຕໍ່​ການ​ພົວພັນແບບຄວາມ​ສ້າງສັນ ​ແລະ​ເປັນ​ປະ​ ໂຫຍ​ດກັບ ສປປ ລາວ ກໍ​ຄື​ອາ​ຊຽນ ຊຶ່ງ​ບົ່ງ​ບອກ​ຄວາມ​ໝາຍ​ອັນ​ສຳຄັນ​ຂອງ​ສະຫະລັດຢູ່ ​ໃນ​ຂົງ​ເ​ຂດ​ເອ​ເຊຍ​ປາ​ຊິ​ຟິກ.

XS
SM
MD
LG