ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Amstrong ລາອອກ ຈາກຕຳແໜ່ງ ປະທານ ອົງການກຸສົນ ທີ່ທ່ານຕັ້ງ​ຂຶ້ນ


ທ່ານ Lance Armstrong ນັກຖີບລົດແຂ່ງສະຫະລັດ
ທ່ານ Lance Armstrong ນັກຖີບລົດແຂ່ງສະຫະລັດ
ທ່ານ Lance Armstrong ນັກຖີບລົດແຂ່ງສະຫະລັດ ຜູ້ອັບອາຍ
ໄດ້ສູນເສຍການໃຫ້ຄວາມອຸບປະຖໍາຂອງບໍລິສັດໃຫຍ່ໆໄປ
ຈໍານວນນຶ່ງ ຊຶ່ງເປັນມື້ດຽວກັບທີ່ທ່ານໄດ້ລາອອກຈາກຕໍາແໜ່ງ
ປະທານອົງການກຸສົນ ທີ່ທ່ານໄດ້ສ້າງຕັ້ງຂຶ້ນມາເພື່ອຫາລາຍໄດ້
ສໍາລັບການຄົ້ນຄວ້າໂຣກມະເຮັງ.

Nike ຊຶ່ງເປັນບໍລິສັດຜະລິດເຄຶ່ອງນຸ່ງກິລາ ປະກາດວ່າ ຕົນໄດ້
ປົດທ່ານ Armstrong ອອກຈາກໜ້າທີ່ໂຄສົກ ຍ້ອນໄດ້ພົບເຫັນ
ຫຼັກຖານທີ່ໂຕ້ແຍ້ງ ບໍ່ໄດ້ວ່າ ທ່ານໄດ້ໃຊ້ຢາເສີມພະລັງທີ່ຜິດ
ກົດໝາຍ ແລະໄດ້ຫຼອກລວງບໍລິ ສັດມາໄດ້ຫຼາຍປີ.

ບໍລິສັດຜະລິດເຫຼົ້າເບຍ Anheuser-Busch, ບໍລິສັດຜະລິດ
ເຄື່ອງດື່ມເສີມ ພະລັງ FSR ແລະບໍລິສັດເຮັດລົດຖີບ Trek
ກໍໄດ້ຍົກເລີກສັນຍາ ການໃຫ້ຄວາມສະໜັບສະໜຸນ ຂອງທ່ານ Armstrong.

ໃນຂະນະທີ່ບັນດາບໍລິສັດຜູ້ອຸບປະຖໍາເຫຼົ່ານີ້ໄດ້ຕັດສາຍສໍາພັນກັບນັກຖີບ ລົດຖີບຢູ່ນີ້
ທ່ານ Armstrong ກໍໄດ້ລາອອກຈາກຕໍາແໜ່ງປະທານຂອງ ອົງການການກຸສົນ Livestrong
ທີ່ທ່ານໄດ້ກໍ່ຕັ້ງຂຶ້ນມາເມື່ອ 15 ປີກ່ອນ ລຸນຫຼັງທີ່ລອດຊີວິດຈາກມະເຮັງໃນອັນທະ. ທ່ານ Arm-
strong ເວົ້າວ່າ ທ່ານຕອ້ງການຮັກສາຊື່ສຽງຂອງອົງການເອົາໄວ້ ຈາກຜົນກະທົບດ້ານລົບຕ່າງໆ
ກ່ຽວກັບເລຶ່ອງນອງນັນນັ້ນ.
XS
SM
MD
LG