ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕະຫລາດແຮງງານ ຂອງສະຫະລັດ ດີຂຶ້ນ (ວີດິໂອ)


ສະຫະລັດ​ກ່າວ​ວ່າ ຕະຫລາດ​ແຮງ​ງານ​ຂອງ​ຕົນ​ດີ​ຂຶ້ນ​ໃນ​ເດືອນ​ກໍລະກົດ ​ເຖິງ​ແມ່ນ​ວ່າ​ອັດຕາ​
ການ​ວ່າງ​ງານ​ທົ່ວ​ປະ​ເທດ ມີ​ໂຕ​ເລກ​ສູງ​ຂຶ້ນ​ກໍ​ຕາມ.

ລັດຖະບານ​ລາຍ​ງານ​ໃນ​ວັນ​ສຸກວານ​ນີ້​ວ່າ ບໍລິສັດ​ຕ່າງໆ​ໄດ້​ວ່າ​ຈ້າງ​ພະນັກງານ ຕື່ມ​ອີກ 163
ພັນ​ຄົນໃນ​ເດືອນ​ແລ້ວ​ນີ້ ຊຶ່ງ​ແມ່ນ​ຫລາຍ​ທີ່​ສຸດ​ ນັບ​ແຕ່​ເດືອນກຸມພາ ​ເປັນ​ຕົ້ນ​ມາ.

​ແຕ່​ເຖິງ​ແມ່ນ ພວກ​ຄົນ​ວ່າງ​ງານ​ໄດ້​ມີ​ວຽກ​ເຮັດ​ຫລາຍ​ຂຶ້ນ​ກໍ​ຕາມ ​ແຕ່​ອັດຕາ​ການ​ວ່າງ​ງານ
​ຂອງ​ປະ​ເທດ ກໍ​ຍັງ​ຖີບ​ຂຶ້ນ​ຂຶ້ນ​ເປັນ 8.3% ​ໃນ​ເດືອນ​ກໍລະກົດ​ ຈາກ 8.2% ຂອງ​ສອງ​ເດືອນ
​ກ່ອນ​ໜ້າ​ນັ້ນ. ບັດ​ນີ້ ອັດຕາ​ການ​ວ່າງ​ງານ​ຂອງ​ສະຫະລັດ ​ແມ່ນ​ໄດ້​ຢູ່​ໃນ​ລະດັບ​ສູງ​ກ່າວ 8%
ມາ​ໄດ້ 42 ​ເດືອນ​ລຽນຕິດ​ແລ້ວ ຂະນະ​ທີ່​ປະ​ເທດ​ຊາດ​ພະຍາ​ມດິ້ນຮົນ ​ເພື່ອ​ໃຫ້​ຟື້ນ​ໂຕ​ຄືນ​
ຈາກ​ສະພາວະ​ເສດຖະ ກິດ​ຫົດ​ໂຕຢ່າງ​ຮ້າຍ​ແຮງ​ທີ່​ສຸດ ນັບ​ແຕ່​ຊຸມ​ປີ 1930 ​ເປັນ​ຕົ້ນ​ມາ.

ລັດຖະບານ​ກ່າວ​ວ່າ ​ເກືອບ 13 ລ້ານ​ຄົນ ຍັງ​ບໍ່​ມີ​ວຽກ​ເຮັດ. ອັດຕາ​ການ​ຂະຫຍາຍ​ໂຕ​ຂອງ​
ເສດຖະກິດ​ຂອງ​ສະຫະລັດ ອັນ​ເປັນ​ເສດຖະກິດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ນັ້ນ ​ໄດ້​ຊັກ​ຊ້າ​ລົງ​ໃນ
​ຊ່ວງ​ເດືອນ​ເມສາ ຫາ ມິຖຸນາ ມາ​ເປັນ​ພຽງ 1.5% ຈາກ​ອັດຕາ​ການ​ເຕີບ​ໂຕ​ທີ່​ໄວ​ກ່ວາ ​ເມື່ອ​
ຕົ້ນ​ປີ​ນັ້ນ.

ການປ່ຽນແປງໃນຈໍານວນວຽກງານ ທີ່ສ້າງຂຶ້ນໃນສະຫະລັດ(ຫລັກ 1000):

XS
SM
MD
LG