ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ​ປະກາດ ​ໃຫ້ກຸ່ມ​ກະ​ບົດຊີ​ເຣຍ Jabhat al-Nusra ​ເປັນກຸ່ມ​ກໍ່​ການ​ຮ້າຍ (ສະໄລດ໌)​ ​


ທ່ານນາງ Victoria Nuland ໂຄສົກປະຈໍາກະຊວງການຕ່າງປະເທດສະຫະລັດ.
ທ່ານນາງ Victoria Nuland ໂຄສົກປະຈໍາກະຊວງການຕ່າງປະເທດສະຫະລັດ.
ສະຫະລັດ​ໄດ້​ປະກາດ ​ໃຫ້ກຸ່ມ​ກະ​ບົດຊີ​ເຣຍກຸ່ມ​ນຶ່ງ ​ເປັນ​ອົງການ​
ກໍ່​ການ​ຮ້າຍ​ ​ໃນ​ຂະນະ​ທີ່ບັນດາອໍານາດ​ຕາ​ເວັນຕົກ ພາກັນຊຸກຍູ້
ເພື່ອ​ປຸກລະດົມ​ການ​ສະໜັບສະໜຸນຈາກ​ນາໆ​ປະ​ເທດ ສໍາລັບ
ກຸ່ມ​ປະສົມໃໝ່ຂອງຝ່າຍ​ຄ້ານ​ໃນຊີ​ເຣຍ.

ກະຊວງການ​ຕ່າງປະ​ເທດ​ຂອງ​ສະຫະລັດ​ຍັງບໍ່​ທັນ​ໄດ້​ປະກາດ​
ຢ່າງ​ເປັນ​ທາງ​ການ​ເທື່ອ ​ໃນການ​ລະບຸ​ໃຫ້ກຸ່ມ​ກະ​ບົດຊີ​ເຣຍ
Jabhat al-Nusra ​ເປັນ​ກຸ່ມກໍ່​ການ​ຮ້າຍນັ້ນ ​ແຕ່​ເອ​ກະສາ​ນ
ຂອງ​ລັດຖະບານ​ສະບັບ​ນຶ່ງ ທີ່​ມີກໍານົດ​ຈະ​ພິມ​ເຜີຍ​ແຜ່​ໃນ​ວັນ​
ອັງຄານ​ມື້​ນີ້ ບົ່ງ​ຊື່​ກຸ່ມ​ດັ່ງກ່າວ​ວ່າ​ ເປັນ​ໂຕ​ແທນ​ຂອງ​ກຸ່ມກໍ່​ການ
​ຮ້າຍ al-Qaida ​ໃນອີຣັກ.

ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ປະຈໍາວັນ​ໃນ​ວັນ​ຈັນ​ວານ​ນີ້ ທ່ານ
​ນາງ Victoria Nuland ​ໂຄສົກກະຊວງການ​ຕ່າງປະ​ເທດ​ຂອງ​ສະຫະລັດກ່າວ​ວ່າ ສະຫະ​ ລັດໄດ້​ມີ​ຄວາມ​ເປັນ​ຫ່ວງ​ມາ​ກ່ອນ​ແລ້ວ​ວ່າ ​ກຸ່ມ Jabhat al-Nusra ນັ້ນ ​ແມ່ນ​ເປັນຫຼາຍ​ກວ່າ
ສາກ​ບັງ​ໜ້າ​ ຂອງກຸ່ມ​ກໍ່​ການ​ຮ້າຍ al-Qaida ທີ່​ໄດ້​ປະຕິບັດ​ການແຜ່​ລາມ​ເຂົ້າ​ໄປຮອດ
​ປະເທດ​ເພື່ອນບ້ານ ​ຊີ​ເຣຍ.

ການ​ລະບຸ​ກຸ່ມ​ໃດ​ນຶ່ງ​ວ່າ​ເປັນ​ອົງການ​ກໍ່​ການ​ຮ້າຍ​ນັ້ນ ​ແມ່ນ​ເປັນການ​ຫ້າມ​ປະຊາຊົນອາ​ເມຣິ
ກັນ ທໍາ​ທຸລະ​ກິດ​ກັບ​ກຸ່ມ​ດັ່ງກ່າວ.

ກຸ່ມ Jabhat al-Nusra ​ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດຊອບ​ສໍາລັບການວາງ​ລະ​ເບີດ​ສະລະ​ຊີບ
​ຫລາຍ​ບັ້ນ ໃນ​ຊີ​ເຣຍ.

​ເຈົ້າ​ໜ້າ​ທີ່ຈາກ​ ​ສະຫະພາບ​ຢູ​ໂຣບ​ແລະ​ສະຫະລັດ​ ຈະ​ພົບ​ປະກັນ​ໃນ​ວັນ​ພຸດມື້​ອື່ນ​ນີ້ ​
ຢູ່ປະ​ເທດ Morocco ​ເພື່ອ​ຮ່ວມ​ກອງ​ປະຊຸມຂອງກຸ່ມ​ທີ່​ເອີ້ນ​ວ່າ ​ເພື່ອນ​ມິດ​ຂອງ​ຊີ​ເຣຍ
ທີ່​ມີ​ຈຸດປະສົງເພື່ອ​ສະໜັບສະໜູນ ກຸ່ມ​ກະບົດ​ທີ່​ຕໍ່ຕ້ານ​ປະທານາທິບໍດີ Bashar al-Assad.
XS
SM
MD
LG