ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີໃຕ້ວ່າ ໂຄງການນີວເຄລຍ ຂອງ ເກົາຫລີເໜືອ ຈະບໍ່ ສໍາເລັດຜົນ (ສະໄລດ໌/ວີດິໂອ)


ທ່ານນາງ Park Geun-hye ປະທານາທິບໍດີເກົາຫລີໃຕ້ກ່າວຄຳປາໄສຕໍ່ກອງປະຊຸມຄົບຄະນະຂອງລັດຖະສະພາສະຫະລັດ ໃນວັນພຸດ ທີ 8 ພຶດສະພາ ທີ່ນະຄອນວໍຊິງຕັນ
ທ່ານນາງ Park Geun-hye ປະທານາທິບໍດີເກົາຫລີໃຕ້ກ່າວຄຳປາໄສຕໍ່ກອງປະຊຸມຄົບຄະນະຂອງລັດຖະສະພາສະຫະລັດ ໃນວັນພຸດ ທີ 8 ພຶດສະພາ ທີ່ນະຄອນວໍຊິງຕັນ
ປະທານາທິບໍດີເກົາຫລີໃຕ້ ທ່ານນາງ Park Geun-hye ເວົ້າວ່າ
ວິໄສທັດຂອງປະທານາທິບໍດີ Barack Obama ທີ່ຢາກໃຫ້ໂລກ
ປອດອາວຸດນີວເຄລຍ ຈະຕ້ອງເລີ້ມຕົ້ນຂຶ້ນຢູ່ແຫລມເກົາຫລີ ຊຶ່ງ
ເປັນບ່ອນທີ່ປະຊາຊົນເກົາຫລີໃຕ້ດໍາລົງຊີວິດຢູ່ກັບຄວາມຢ້ານ
ກົວວ່າ ຈະມີການໂຈມຕີດ້ວຍອາວຸດນີວເຄລຍຈາກເກົາຫລີເໜືອ.

ປະທານາທິບໍດີ Park ໄດ້ໃຫ້ຄວາມເຫັນດັ່ງກ່າວ ໃນໂອກາດ
ກ່າວຄຳປາໄສຕໍ່ກອງປະຊຸມຄົບຄະນະຂອງລັດຖະສະພາສະ
ຫະລັດ ໃນວັນພຸດວານນີ້ ທີ່ນະຄອນວໍຊິງຕັນ.

ປະທານາທິບໍດີ Park ກ່າວວ່າ “ສາທາລະນະລັດເກົາຫຼີ ຈະຮັບເອົາເກົາຫຼີເໜືອ ເປັນ ປະເທດທີ່ມີອາວຸດນີວເຄລຍ ບໍ່ໄດ້ເດັດຂາດ.”



ທ່ານນາງກ່າວວ່າ ເສັ້ນທາງໄປຫາສັນຕິພາບ ແລະຄວາມເປັນເອກກະພາບແມ່ນເລີ້ມຕົ້ນ
ດ້ວຍຄວາມໄວ້ເນື້ອເຊື່ອໃຈກັນ ແຕ່ວ່າທາງເກົາຫຼີເໜືອ ກໍຕ້ອງເຮັດໃນສິ່ງທີ່ເປັນພາກສ່ວນ
ຂອງຕົນກໍຄື ໃຫ້ເປັນປະເທດສະມາຊິກຂອງປະຊາຄົມນາງໆຊາດ ທີ່ມີຄວາມຮັບຜິດຊອບ
ໂດຍກ່າວຕື່ມວ່າ:

“ແບບແຜນແມ່ນເປັນທີ່ເຄີຍເຫັນກັນຫລາຍໂພດ ແລະກໍຜິດພາດ. ເກົາຫຼີເໜືອ
ໄດ້ທ້າທາຍເກາະຜິດທີ່ພາໃຫ້ເກີດວິກິດການ, ປະຊາຄົມສາກົນໄດ້ທໍາການລົງ
ໂທດ ຕໍ່ການເຮັດແນວນັ້ນ ໃນໄລຍະໃດນຶ່ງ ແຕ່ຕໍ່ມາ ປະຊາຄົມດັ່ງກ່າວ ກໍພະ
ຍາຍາມຫາທາງຜ່ອນຜັນ ໂດຍການສະເໜີໃຫ້ມີການຜ່ອນສັ້ນຜ່ອນຍາວ ແລະ
ການໃຫ້ລາງວັນ. ໃນຂະນະດຽວກັນ ກຸງພຽງຢາງກໍສວຍໃຊ້ເວລານັ້ນ ເພື່ອເສີມ
ສ້າງຄວາມສາມາດທາງດ້ານນີວເຄລຍຂອງຕົນ ແລະສະພາບຄວາມບໍ່ແນ່ນອນ ຈຶ່ງໄດ້ເກີດຂຶ້ນ. ມັນເຖິງເວລາແລ້ວ ທີ່ຈະຍຸຕິ ວົງຈອນ ແຫ່ງຄວາມບໍ່ດີອັນນີ້.”


ທ່ານນາງ Park ໄດ້ກ່າວຂອບໃຈລັດຖະສະພາສະຫະລັດທີ່ອາເມຣິກາໄດ້ໃຫ້ການສະ
ໜັບສະໜຸນ ໂດຍໄດ້ເອີ້ນ ມິດຕະພາບລະຫວ່າງສອງປະເທດວ່າ “ບໍ່ເປັນຮອງໃຜ” ໃນຂະ
ນະທີ່ເກົາຫຼີທັງສອງດໍາເນີນການປັບປຸງເສດຖະກິດຂອງຕົນແລະສ້າງເສັ້ນທາງກ້າວໄປສູ່
ການທ້ອນໂຮມປະເທດ ໃນແຫລມເກົາຫລີ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG