ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້ນຳສະຫະລັດ ແລະເກົາຫຼີໃຕ້ ຢ້ຽມຢາມ Detroit


ປະທານາທິບໍດີເກົາຫຼີໃຕ້ ທ່ານ Lee Myung-bak ກ່າວຄຳປາໄສ ຕໍ່ກອງປະຊຸມຄົບຄະນະຂອງລັດຖະສະພາ ສະຫະລັດ ທີ່ກຸງວໍຊິງຕັນ (13 ຕຸລາ 2011)
ປະທານາທິບໍດີເກົາຫຼີໃຕ້ ທ່ານ Lee Myung-bak ກ່າວຄຳປາໄສ ຕໍ່ກອງປະຊຸມຄົບຄະນະຂອງລັດຖະສະພາ ສະຫະລັດ ທີ່ກຸງວໍຊິງຕັນ (13 ຕຸລາ 2011)

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາ ແລະປະທານາທິບໍດີເກົາຫຼີໃຕ້ທ່ານ Lee
Myung-bak ຈະເດີນທາງໄປຍັງນະຄອນ Detroit ລັດ Michigan ໃນພາກກາງຂອງ
ສະຫະລັດໃນວັນສຸກມື້ນີ້ ເພື່ອຊຸກຍູ້ຂໍ້ຕົກລົງການຄ້າສະບັບໃໝ່ທີ່ທາງລັດຖະສະພາສະຫະ ລັດຫາກໍຮັບຮອງເອົາໃນສັບປະດານີ້.

ພວກຜູ້ນຳທັງສອງຈະໄປຢ້ຽມໂຮງງານຜະລິດລົດສະຫະລັດແຫ່ງນຶ່ງຂອງບໍລິສັດ General
Motors. ທ່ານໂອບາມາກ່າວວ່າຂໍ້ຕົກລົງການຄ້າດັ່ງກ່າວຈະເປີດຕະຫຼາດເກົາຫຼີໃຕ້ໃຫ້ແກ່
ລົດໂອໂຕຂອງສະຫະລັດ ແລະສິນຄ້າຊະນິດອື່ນໆອີກ ເພື່ອໃຫ້ການສະໜັບສະໜຸນຕໍ່ວຽກ
ການຕ່າງໆ 70,000 ໜ້າວຽກຢູ່ໃນສະຫະລັດແລະເສີມຂະຫຍາຍການສົ່ງອອກຂອງອະເມ
ຣິກັນ 11 ພັນລ້ານໂດລາ.

ທ່ານໂອບາມາເວົ້າວ່າ ທ່ານຢາກເຫັນຊາວເກົາຫຼີໃຕ້ຂັບລົດທີ່ສ້າງຢູ່ໃນສະຫະລັດດັ່ງດຽວ
ກັນກັບຊາວອະເມຣິກັນຈຳນວນຫຼວງຫຼາຍຂັບລົດຂອງເກົາຫຼີນັ້ນ.

ທ່ານ Lee ໄດ້ກ່າວຂອບອົກຂອບໃຈສະມາຊິກລັດຖະສະພາສະຫະລັດທີ່ໄດ້ໃຫ້ການອະນຸ
ມັດຕໍ່ຂໍ້ຕົກລົງດັ່ງກ່າວໃນຄຳປາໄສຕໍ່ກອງປະຊຸມຄົບຄະນະຂອງລັດຖະສະພາສະຫະລັດໃນ
ວັນພະຫັດວານນີ້. ສະມາຊິກສະພາໄດ້ພາກັນຢືນ ຂຶ້ນຕົບມືຢ່າງສະໜັ່ນຫວັ່ນໄຫວ ເວລາ
ທ່ານກ່າວຂອບອົກຂອບໃຈທະຫານອະເມຣິກັນ ທີ່ໄດ້ຊ່ອຍໃຫ້ການປົກປ້ອງຄຸ້ມຄອງເກົາຫຼີ
ໃຕ້ທັງໃນອະດີດຜ່ານມາແລະໃນປັດຈຸບັນນີ້.

XS
SM
MD
LG