ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາສູງ ຮັບຟັງ ຄຳໃຫ້ການ ກ່ຽວກັບ ການແຕ່ງຕັ້ງ ທ່ານ Kerry (ສະໄລດ໌/ວີດີໂອ)


ທ່ານ John Kerry
ທ່ານ John Kerry
ທ່ານ John Kerry ປະທານຄະນະກຳມະການ ຄວາມສຳພັນ
ຕ່າງປະເທດຂອງສະພາສູງສະຫະລັດ ທີ່ຢາກໃຫ້ຮັບຮອງເອົາ
ທ່ານເຂົ້າກຳຕຳແໜ່ງ ເປັນລັດຖະມົນຕີ ການຕ່າງປະເທດນັ້ນ
ກ່າວວ່າ ສະຫະລັດຕ້ອງຈັດການເລື່ອງງົບປະມານຂອງຕົນໃຫ້
ເປັນລະບຽບຮຽບຮ້ອຍ ເພື່ອຈະສືບຕໍ່ເປັນຜູ້ນຳຂອງໂລກ.

ທ່ານ Kerry ທີ່ສັງກັດພັກເດໂມແຄຣັດ ໄດ້ປະເຊີນໜ້າກັບພວກ
ເພື່ອນຮ່ວມງານຂອງທ່ານ ໃນຄະນະກຳມະການ ຄວາມສຳພັນ
ຕ່າງປະເທດ ເປັນເວລາ 4 ຊົ່ວໂມງກວ່າໆ ໃນວັນພະຫັດວານນີ້ ເພື່ອຕອບຄຳຖາມຕ່າງໆນັບຕັ້ງແຕ່ເລື່ອງເສດຖະກິດຂອງສະຫະ
ລັດ ໄປຫາອີຣ່ານ ແລະການກໍ່ການຮ້າຍ ຕະຫຼອດຈົນອັຟການິສ
ຖານ ຊີເຣຍແລະຄວາມສຳພັນຂອງສະຫະລັດກັບບັນດາປະເທດ
ເພື່ອນບ້ານໃນເຂດອາເມຣິກາລາຕິນ.

ທ່ານ Kerry ເວົ້າວ່າ ຫຼາຍກວ່າໃນເວລາອື່ນໃດທັງໝົດ ນະໂຍບາຍການຕ່າງປະເທດກໍຄື ນະໂຍບາຍເສດຖະກິດ. ໂລກຂອງເຮົາກຳລັງແຂ່ງຂັນ ເພື່ອຍາດແຍ່ງເອົາຊັບພະຍາກອນ ແລະຕະຫຼາດ. ທຸກມື້ທີ່ຜ່ານໄປ ບ່ອນທີ່ອາເມຣິກາຍັງບໍ່ແນ່ນອນກ່ຽວກັບການເຂົ້າພົວພັນ ໃນສະຖານທີ່ແຫ່ງນັ້ນ ບໍ່ເຕັມໃຈທີ່ຈະສົ່ງບຸກຄົນ ທີ່ດີເດັ່ນສຸດຂອງພວກເຮົາເຂົ້າໄປ ແລະ ຍາດເອົາໄຊຊະນະ ບໍ່ເຕັມໃຈທີ່ຈະສະແດງໃຫ້ເຫັນ ການຕັດສິນໃຈຂອງພວກເຮົາ ທີ່ຈະ ເປັນຜູ້ນຳພາ ແມ່ນເປັນມື້ທີ່ພວກເຮົາ ເຮັດໃຫ້ປະເທດຊາດຂອງພວກເຮົາອ່ອນແອລົງ.



ທ່ານ Kerry ເຂົ້າຮັບໃຊ້ຢູ່ໃນຄະນະກຳມະການຄວາມສຳພັນຕ່າງປະເທດຕະຫຼອດເວລາ 28 ປີ ທີ່ທ່ານໄດ້ເຂົ້າໄປຢູ່ໃນສະພາສູງ ແລະເປັນປະທານຄະນະກໍາມະການນີ້ໃນຮອບ 4 ປີຜ່ານມາ. ລັດຖະມົນຕີການຕ່າງປະເທດທີ່ຈະພົ້ນຈາກຕຳແໜ່ງຂອງສະຫະລັດທ່ານນາງ Hillary Clinton ເປັນຜູ້ສະເໜີທ່ານ ຕໍ່ຄະນະກຳມະການ ໂດຍເວົ້າວ່າ ທ່ານ ຈະສ້າງປະ ຫວັດການເປັນຜູ້ນຳພາແລະການບໍລິການອັນດີເດັ່ນ.

ໃນການປະກາດກ່ຽວກັບການແຕ່ງຕັ້ງເມື່ອເດືອນແລ້ວນີ້ ປະທານາທິບໍດີໂອບາມາເວົ້າວ່າ ໃນຖານະທີ່ເປັນລູກຊາຍຂອງເຈົ້າໜ້າທີ່ກະຊວງການຕ່າງປະເທດ ທ່ານ Kerry ແມ່ນໄດ້ ຮັບການເຄົາລົບນັບຖືຢ່າງເລິກເຊິ່ງ ໂດຍພວກນັກການທູດ ແລະພະນັກງານຂອງກະຊວງ
ການຕ່າງປະເທດສະຫະລັດ.

ທ່ານ Kerry ໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ການສະໜັບສະໜຸນຢ່າງແຂງຂັນຕໍ່ລັດຖະບານ ທ່ານໂອບາມາທີ່ຈະສືບຕໍ່ແກ້ໄຂບັນຫາໂຄງການນິວເຄລຍຂອງອີຣ່ານໂດຍທາງການທູດ.

ນອກນັ້ນແລ້ວທ່ານຍັງເວົ້າວ່າ ທ່ານຈະຊ່ອຍໃຫ້ການສະໜັບສະໜຸນຕໍ່ຂັ້ນຕອນການສ້າງ ຄວາມຖືກຕ້ອງປອງດອງຊາດກັບພວກຕາລີບານພາຍໃຕ້ການນຳພາຂອງອັຟການິສຖານ ຖ້າຫາກເປັນໄປໄດ້ ແລະຖ້າຫາກເປັນໄປບໍ່ໄດ້ ທ່ານກໍຈະຊ່ອຍ ຊອກຫາຊ່ອງທາງເບິ່ງວ່າ ລັດຖະບານອັຟການິສຖານຈະດຳລົງຄົງຢູ່ໄດ້ແບບຍືນຍົງແນວໃດ.

ທ່ານ Kerry ເວົ້າວ່າ ທ່ານຫວັງວ່າວໍຊິງຕັນ ສາມາດສ້າງຄວາມກ້າວໜ້າໃຫ້ແກ່ຊີກໂລກ ຕາເວັນຕົກໄດ້ ໂດຍປັບປຸງຄວາມສຳພັນກັບເວເນຊູເອລາ ໂບລີເວຍແລະເອກວາດໍ ເຊັ່ນ ດຽວກັນກັບຄວາມສຳເລັດທີ່ສະຫະລັດໄດ້ປະສົບກັບໂຄລອມເບຍ.

ກ່ຽວຂ້ອງກັນ

XS
SM
MD
LG