ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກະຊວງ ຍຸດຕິທຳ ສະຫະລັດ ຫຼຸດຈຳນວນ ຜູ້ສັງເກດການ ການເລືອກຕັ້ງ


US Justice Department Reducing Number of Federal Election Observers
please wait

No media source currently available

0:00 0:02:34 0:00

ການໃຫ້ຄຳເຫັນໂດຍຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ໃນສັບປະດານີ້ ກ່ຽວກັບ ການສໍ້ໂກງການເລືອກຕັ້ງໄດ້ເຮັດໃຫ້ ຫຼາຍ ຄົນໃນ ສະຫະລັດ ແລະ ຕ່າງປະເທດຕື່ນຕົກໃຈ. ການເລືອກຕັ້ງທີ່ເສລີ ແລະ ຍຸດຕິ ທຳໄດ້ ເປັນຫຼັກສຳຄັນຂອງຄວາມເປັນປະຊາທິປະໄຕ ຂອງຊາວ ອາເມຣິກັນ ໂດຍຕະ ຫຼອດມາ ທັງ ໄດ້ເປັນມາດຕະຖານສຳລັບປະຊາຊົນຂອງຫຼາຍຄົນໃນທົ່ວໂລກນຳ. ໃນເວ ລາທີ່ບັນດາຜູ້ ຊ່ຽວຊານໄດ້ເຫັນດີນຳກັນວ່າ ມັນບໍ່ມີການສໍ້ໂກງການເລືອກຕັ້ງທີ່ເປັນສະ ຖິຕິໃດໆຢູ່ໃນ ສະ ຫະລັດ ພວກເຂົາເຈົ້າກໍເຕືອນວ່າ ນີ້ແມ່ນປີການເລືອກຕັ້ງທີ່ບໍ່ປົກກະ ຕິດ້ວຍຫຼາຍເຫດຜົນ ແລະ ອາດມີບັນຫາຕ່າງໆເກີດຂຶ້ນ. ນັກຂ່າວ Jeff Swicord ມີລາຍ ງານເລື້ອງນີ້ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ຫຼັງຈາກດົນກວ່າໜຶ່ງສັບປະດາ ທີ່ໄດ້ຖືກກ່າວຫາກ່ຽວກັບ ການທຳຮ້າຍທາງເພດທີ່ນຳໄປ ສູ່ການຫຼຸດລົງຂອງຄະແນນການຢັ່ງຫາງສຽງນັ້ນ, ທ່ານ Donald Trump ກໍໄດ້ອອກມາ ກ່າວອ້າງວ່າ ຂັ້ນຕອນການເລືອກຕັ້ງ ອາເມຣິກາ ໄດ້ສໍ້ໂກງຄະແນນສຽງຂອງທ່ານ.

ທ່ານ ທຣຳ້ ກ່າວວ່າ:

“ຂັ້ນຕອນການເລືອກຕັ້ງແມ່ນທຸຈະລິດ”

“ມັນແມ່ນການສໍ້ໂກງການເລືອກຕັ້ງ.”

“ມັນແມ່ນລະບົບຫຼອກລວງ. ແລະ ພວກເຂົາຍອມຮັບຄຳຂີ້ຕົວະນີ້, ແລະ ເອົາມັນໄປ ເປັນຂ່າວຢູ່ໜ້າປົກ.”

ການໂຈມຕີຢ່າງແຮງຂອງທ່ານ ກ່ຽວກັບ ຂັ້ນຕອນການເລືອກຕັ້ງໄດ້ນຳໄປສູ່ການກ່າວປະ ນາມຈາກທັງພັກຣີພັບບລີກັນ ແລະ ເດໂມແຄຣັດ ລວມທັງປະທານາທິບໍດີແຫ່ງ ສະຫະ ລັດນຳ.

ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະລັດ ກ່າວວ່າ “ບັນດາຜູ້ຊ່ຽວຊານທຸກຄົນບໍ່ ວ່າຈະມາຈາກພັກການເມືອງ, ບໍ່ວ່າຈະກ່ຽວກັບ ແນວຄິດ ອະນຸລັກນິຍົມ ຫຼື ເສລີນິຍົມກໍ ຕາມຜູ້ທີ່ໄດ້ພິຈາລະນາກ່ຽວກັບ ບັນຫານີ້ຢ່າງລະມັດລະວັງຈະພາກັນບອກວ່າ ຕົວຢ່າງ ກ່ຽວກັບ ການສໍ້ໂກງການເລືອກຕັ້ງທີ່ສຳຄັນນີ້ ແມ່ນບໍ່ເຄີຍໄດ້ພົບເຫັນມາກ່ອນ.”

ຜູ້ຊ່ຽວຊານ ກ່ຽວກັບ ສິດທິໃນການລົງຄະແນນສຽງໄດ້ເຫັນດີນຳກັນວ່າຂັ້ນຕອນການ ເລືອກຕັ້ງບໍ່ໄດ້ທຸຈະລິດ, ແຕ່ໄດ້ເຕືອນວ່າມັນອາດມີບັນຫາອື່ນ.

ນີ້ເປັນການເລືອກຕັ້ງຄັ້ງທຳອິດທີ່ບໍ່ມີບົດບັນຍັດການປົກປ້ອງ ກ່ຽວກັບ ກົດໝາຍສິດທິໃນ ການລົງຄະແນນສຽງປີ 1964 ເຊິ່ງຖືກຍົກເລີກໃນຄະດີສານສູງສຸດເມື່ອສາມປີກ່ອນ. ໂດຍ ສະເພາະ, ໂຄງການຜູ້ສັງເກດການການເລືອກຕັ້ງລັດຖະບານກາງ.

ທ່ານນາງ Kristen Clarke ຄະນະກຳມະການ ສຳລັບສິດທິພົນລະເຮືອນພາຍໃຕ້ກົດ ໝາຍໄດ້ກ່າວວ່າ “ຕອນນີ້ແມ່ນການໝູນວຽນການເລືອກຕັ້ງເອົາປະທານາທິບໍດີຄັ້ງທຳ ອິດໃນຮອບຫຼາຍກວ່າ 55 ປີ ທີ່ກະຊວງຍຸຕິທຳຈະບໍ່ມີຜູຸ້ສັງເກດການຂອງລັດຖະບານ ກາງໄປ ຕິດຕາມເບິ່ງຢູ່ທົ່ວປະເທດ, ຜູ້ທີ່ຖືກຝຶກຊ້ອມມາເພື່ອຕິດຕາມການເລືອກຕັ້ງໃນ ພາກສ່ວນບາງບ່ອນທີ່ມີຄວາມສ່ຽງທີ່ສຸດຂອງປະເທດ.”

ກະຊວງຍຸຕິທຳໄດ້ສົ່ງບັນດາຜູ້ສັງເກດການຫຼາຍກວ່າ 780 ຄົນອອກໄປ 23 ລັດສຳລັບ ການເລືອກຕັ້ງປີ 2012. ສຳລັບປີນີ້, ມັນຈະມີຜູ້ສັງເກດການອອກໄປບໍ່ເຖິງ 5 ລັດ.

ສິບສີ່ລັດ ຈະປະກາດໃຊ້ກົດໝາຍຈຳກັດຜູ້ລົງຄະແນນສຽງ, ບາງລັດຈະມີກົດໝາຍຈຳກັດ ຜູ້ລົງຄະແນນສຽງໂດຍສະເພາະເຈາະຈົງໂດຍໃຫ້ມີບັດປະຈຳໂຕພິເສດ.

ດ້ວຍການທີ່ບໍ່ມີຜູ້ສັງເກດການຂອງລັດຖະບານກາງ ເພື່ອຮັບປະກັນວ່າກົດໝາຍໄດ້ຖືກ ປະຕິບັດຢ່າງຖືກຕ້ອງນັ້ນ, ອົງການສິດທິພົນລະເຮືອນຈຶ່ງກຳລັງຕິດຕັ້ງສູນໂທລະສັບຄື ກັບບ່ອນນີ້ ເພື່ອໃຫ້ຜູ້ລົງຄະແນນສຽງໃຊ້ໂທ.

ທ່ານນາງ Kristen Clarke ກ່າວວ່າ “ຕອນນີ້ພວກເຮົາກຳລັງຕິດຕາມສິ່ງຕ່າງໆ ຄືການ ປັບປຸງສະຖານະການລົງຖະບຽນຂອງຜູ້ລົງຄະແນນສຽງ, ຄວາມພະຍາຍາມເປັນຊົ່ວ ໂມງທີ 11 ທີ່ຈະປ່ຽນທີ່ຕັ້ງການລົງຄະແນນສຽງ ໂດຍບໍ່ແຈ້ງໃຫ້ບັນດາຜູ້ລົງຄະແນນ ສຽງຮູ້ທັນ ກ່ຽວກັບ ບັນຫາພວກນີ້, ຄວາມພະຍາຍາມທີ່ຈະວາງເປົ້າໝາຍ ແລະ ຮຽກ ຮ້ອງໃຫ້ຜູ້ທີ່ມີສິດລົງຄະແນນສຽງປ່ອນບັດຂອງພວກເຂົາເຈົ້າໃນມື້ເລືອກຕັ້ງ.”

ບັນດາຜູ້ສັງເກດການສ່ວນຫຼາຍເຫັນດີວ່າ ການເລືອກຕັ້ງປີນີ້ແມ່ນຜິດປົກກະຕິ. ແລະວ່າ ມັນຈະຂະຫຍາຍກຳມະວິທີອອກໄປ ໃນວັນເລືອກຕັ້ງ.

((INTRODUCTION))
[[This week's comments by Republican Presidential candidate Donald Trump about electoral fraud have alarmed many in the U.S. and abroad.Free and fair elections have always been the cornerstone of American Democracy and a standard for many around the world.While experts agree there is no statistically significant electoral fraud in the U.S., they caution this is an unusual electoral year for many reasons.And problems could arise.Jeff Swicord Reports.]]

((NARRATOR))
Following more than a week of sexual assault allegations leading to shrinking poll numbers, Donald Trump stepped up his claims that the American electoral process is rigged.

((NATSOUND))
"The process is rigged."
"It's a rigged election."
"It's a rigged system.And they take these lies, and they put them on front pages…"

((NARRATOR))
His all-out assault on the electoral process brought condemnation from Republicans and Democrats alikeincluding the President of the United States.

((BARACK OBAMA, PRESIDENT OF THE UNITED STATES))
"Every expert regardless of political party, regardless of ideology - conservative or liberal - who has ever examined these issues in a serious way will tell you that instances of significant voter fraud are not to be found."

((NARRATOR))
Voting rights experts agree the electoral process is not rigged, but caution there could be other problems.

This will be the first election without some of the protective provisions of the 1964 Voting Rights Act which were struck down in a Supreme Court case three years ago.Specifically, the Federal Election Observer program.

((KRISTEN CLARKE, COMMITTEE FOR CIVIL RIGHTS UNDER LAW))
"This is now the first presidential election cycle in more than fifty-plus years where the Justice Department will not have around the country federal observers, who are trained individuals monitoring elections in some of the most vulnerable parts of the country."

((NARRATOR))
The Justice Department sent out more than 780 observers in 23 states for the 2012 election.This year, there will be observers in less than five states.

Fourteen states will be enacting new restrictive voter laws, some requiring specific types of voter identification.

With no federal observers to ensure laws are implemented correctly, civil rights organizations are setting up phone banks like this one for voters to call.

((KRISTEN CLARKE, COMMITTEE FOR CIVIL RIGHTS UNDER LAW))
"Right now we are monitoring for things like purging of voter registration rolls, eleventh hour efforts to change polling locations without giving voters adequate notice of these problems, efforts to target and challenge voters' eligibility to cast a ballot on election day."

((NARRATOR))
Most observers agree this election has been unusual.And that will extend to the voting process on election day.

XS
SM
MD
LG