ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ພິພາກສາ ສຫລ ສັ່ງໃຫ້ປ່ອຍ ພວກເດັກນ້ອຍ ທີ່ເຂົ້າເມືອງ ບໍ່ມີເອກກະສານ ໃນທັນທີ


ພວກເດັກນ້ອຍບໍ່ມີເອກກະສານ ທີ່ຖືກຈັບ ພວມເຂົ້າແຖວ ກິນອາຫານ ທີ່ສູນຄຸມຂັງຊົ່ວຄາວ ທີ່ເມືອງ Karnes ໃນລັດເທັກຊັສ.
ພວກເດັກນ້ອຍບໍ່ມີເອກກະສານ ທີ່ຖືກຈັບ ພວມເຂົ້າແຖວ ກິນອາຫານ ທີ່ສູນຄຸມຂັງຊົ່ວຄາວ ທີ່ເມືອງ Karnes ໃນລັດເທັກຊັສ.

ຜູ້ພິພາກສາຂອງລັດຖະບານກາງສະຫະລັດທ່ານນຶ່ງ ໄດ້ສັ່ງໃຫ້
ລັດຖະບານປ່ອຍ ພວກເດັກນ້ອຍ ທີ່ເຂົ້າເມືອງບໍ່ມີເອກກະສານ
ແລະພໍ່ແມ່ຂອງພວກເຂົາ ທີ່ຖືກກັກຂັງຕາມສູນຄຸມຂັງຕ່າງໆ ໃນ
ທັນທີ.

ການຕັດສິນ ຂອງຜູ້ພິພາກສາ Dolly Gee ທີ່ນະຄອນ Los An-
geles ໃນຕອນແລງວັນສຸກວານນີ້ແມ່ນເຫັນພ້ອມກັບຄຳພິພາກ ສາຂອງທ່ານນາງໃນເດືອນແລ້ວທີ່ວ່າ ບັນດາຄອບຄົວ ທີ່ຖືກກັກ
ຢູ່ຕາມສູນຄຸມຂັງຕ່າງໆນັ້ນ ແມ່ນເປັນການລະເມີດຕໍ່ການຕົກລົງ
ໃນການຟ້ອງຮ້ອງຮ່ວມ ປີ 1997 ທີ່ໄດ້ກຳນົດ ຂອບເຂດທາງກົດ
ໝາຍ ເພື່ອໃຫ້ຈັດຫາບ່ອນພັກພາອາໄສ ສຳລັບພວກເດັກນ້ອຍ ທີ່ເຂົ້າປະເທດແບບຜິດກົດໝາຍ.

ທ່ານນາງ Gee ໄດ້ໃຫ້ເວລາແກ່ລັດຖະບານຈົນຮອດວັນທີ 25 ຕຸລາເພື່ອປ່ອຍພວກເດັກ ນ້ອຍ ແລະໃນບາງກໍລະນີ ແມ່ຂອງພວກເຂົາເຈົ້ານຳດ້ວຍ ໂດຍປາດສະຈາກການຊັກຊ້າ ໃດໆ.

ໜັງສືພິມ Los Angeles Times ລາຍງານວ່າ ສະຫະລັດ ໄດ້ຄຸມຂັງພວກເດັກນ້ອຍປະ ມານ 1,400 ຄົນ ແລະພໍ່ແມ່ພວກເຂົາເຈົ້າ ຢູ່ໃນສະຖານທີ່ 3 ແຫ່ງຄື 2 ແຫ່ງໃນລັດເທັກ
ຊັສ ແລະແຫ່ງນຶ່ງໃນລັດເພັນຊິລເວເນຍ. ການກະທຳດັ່ງກ່າວ ແມ່ນເປັນການລະເມີດຕໍ່ ການຕົກລົງທີ່ເວົ້າວ່າ ພວກເດັກນ້ອຍທີ່ມີອາຍຸຕ່ຳກວ່າ 18 ປີ ບໍ່ສາມາດທີ່ຈະຖືກຄຸມຂັງ ດົນກວ່າ 72 ຊົ່ວໂມງນອກຈາກວ່າ ພວກເຂົາມີຄວາມສ່ຽງທີ່ຈະເຕັ້ນໂຕນໂຍນໜີແລະມີ ຄວາມສ່ຽງໃນດ້ານຄວາມປອດໄພຕໍ່ພວກເຂົາເຈົ້າເອງຫລືບໍ່ບຸກຄົນອື່ນໆ.

ທ່ານນາງ Gee ກ່າວເຖິງສະພາບການທີ່ສູນຄຸມຂັງຕ່າງໆວ່າເປັນທີ່ໜ້າເວດທະນາໂດຍ ເວົ້າວ່າ ມັນບໍ່ໄດ້ແມ່ນແຕ່ມາດຕະຖານຂັ້ນຕ່ຳສຸດ ກ່ຽວກັບສະພາບຄວາມປອດໄພ ແລະ ຄວາມສະອາດ.

ຜູ້ພິພາກສາ Gee ໄດ້ປະຕິເສດຕໍ່ການໂຕ້ແຍ້ງຂອງສະຫະລັດທີ່ວ່າຕົນຕ້ອງໄດ້ປັບປ່ຽນ ເງື່ອນໄຂຂອງຂໍ້ຕົກລົງ ເພື່ອສະກັດກັ້ນບໍ່ໃຫ້ຄື້ນຟອງຂະໜາດໃຫຍ່ຂອງພວກເດັກນ້ອຍ
ທີ່ເຂົ້າເມືອງຜິດກົດໝາຍ ຈາກອາເມຣິກາກາງຫລັ່ງໄຫຼຂ້າມຊາຍແດນເຂົ້າມາ ໃນສະຫະ ລັດປີກາຍນີ້.

ເປັນທີ່ຄາດກັນວ່າ ສະຫະລັດຈະຂໍອຸທອນຕໍ່ຄຳຕັດສິນຂອງຜູ້ພິພາກສາ Gee.

XS
SM
MD
LG