ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້​ພິພາກສາສານ ຢູ່ລັດກາລີຟໍເນຍ ​ສັ່ງ​ໃຫ້ປ່ອຍຕົວ ພວກເດັກນ້ອຍ ແລະ ແມ່ຂອງເຂົາເຈົ້າ


ພວກເດັກນ້ອຍ ແລະ ແມ່ຂອງພວກເຂົາເຈົ້າ ນອນຢູ່ໃນສະຖານທີ່ກັກຂັງຊົ່ວຄາວ ແຫ່ງໜຶ່ງ ໃນສະຫະລັດ.
ພວກເດັກນ້ອຍ ແລະ ແມ່ຂອງພວກເຂົາເຈົ້າ ນອນຢູ່ໃນສະຖານທີ່ກັກຂັງຊົ່ວຄາວ ແຫ່ງໜຶ່ງ ໃນສະຫະລັດ.

ຜູ້​ພິພາກສາ ລັດຖະບານກາງທີ່​ນະຄອນ Los Angeles ​ໄດ້​ລົງ​
ຄວາມ​ເຫັນ​ ວ່າ ການກັກຂັງຊົ່ວຄາວ​ ພວກເດັກນ້ອຍ ແລ​ະ ​ແມ່
ຂອງ​ເຂົາ​ເຈົ້າ ທີ່​ເຂົ້າ​ເມືອງ​ຜິດ​ກົດໝາຍ ​ໂດຍ​ລັດຖະບານ ​ທ່ານ​
ໂອ​ບາ​ມາ ​ເປັນ​ການລະ​ເມີດ​ຂໍ້​ຕົກລົງ​ ຂອງ​ສານ​ທີ່​ໄດ້​ມີ​ມາ​ ເກືອບ
20 ປີ​ແລ້ວນັ້ນ.

ຜູ້​ພິພາກສາ ທ່ານນາງ Dolly Gee ​ໄດ້​ອອກ​ຄຳ​ສັ່ງ​ໃຫ້ ກະຊວງ
​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງ​ສະຫະລັດ ປ່ອຍ​ຕົວ​ພວກ​
ຄອບຄົວ​ດັ່ງກ່າວ ຈາກ​ສູນ​ກັກຂັງ​ຊົ່ວ​ຄ່າວ 3 ​ແຫ່ງ ​ໃນ​ທັນ​ທີ.

​ໃນ​ການ​ລົງ​ຄວາມ​ເຫັນ​ຂອງ​ທ່ານ​ນາງ ທີ່ໄດ້ມີ​ຂຶ້ນ​ ໃນຕອນ​ຄ່ຳ
ວັນສຸກ​ມື້ກ່ອນ​ນີ້ ທ່ານ​ນາງ Gee ​ໄດ້​ຂຽນ​ຂໍ້ຄວາມ​ລົງ​ວ່າ ພວກ​ເດັກນ້ອຍ ​ແລະ ​ແມ່​
ຂອງ​ເຂົາ​ເຈົ້າ ຖືກ​ກັກ​ຂັງໄວ້ ຢູ່​ໃນ “ສະພາບ​ທີ່​ເວົ້າ​ທົ່ວ​ໄປ ​ແມ່ນ​ໜ້າ​ເວດທະນາແທ້ໆ​”
​ແລະ ວ່າ ບັນດາ​ເຈົ້າໜ້າ​ທີ່ ​ບໍ່ໄດ້​ນຳ​ເອົາ​ພວກ​ເຂົາ​ເຈົ້າໄປ​ກັກ​ໄວ້​ຕາມ​ທີ່​ບົ່ງ​ບອກ​ໃນ​ຂໍ້ຕົກລົງ
ປີ 1997.

ທ່ານ​ນາງ Gee ​ໄດ້​ຕຳ​ນິຕິ​ຕຽນ​ລັດຖະບານ ຢ່າງ​ແຮງ​ ທີ່​ບໍ່​ໄດ້​ປະຕິບັດ​ຕາມ ອັນ​ທີ່​ທ່ານນາງ​
ກ່າວ​ວ່າ ​ແມ່ນ​ເປັນ ​ເງື່ອນ​ໄຂ​ຂອງ​ຂໍ້​ຕົກລົງ​ປີ 1997 ທີ່ “ບໍ່​ຈະ​ແຈ້ງ” ​ ແລະ ທ່ານ​ໄດ້​ລົງ​
ຄວາມ​ເຫັນ​ວ່າ ຂໍ້​ຕົກລົງດັ່ງກ່າວ​ນັ້ນ ​ແມ່ນ​ໃຊ້​ກັບທັງ​ສອງ​ກໍລະນີ​ຄື ພວກ​ເດັກນ້ອຍທີ່​ບໍ່​ມີ​
ຜູ້​ປົກຄອງ​ຕິດຕາມ​ມາ​ດ້ວຍ ​ແລະ ພວກ​ເດັກນ້ອຍ​ທີ່​ມາ​ພ້ອມ​ກັບ​ແມ່​ຂອງ​ພວກ​ເຂົາ​ເຈົ້າ.

ຜູ້​ພິພາກສາດັ່ງກ່າວ ​ໄດ້​ກຳນົດ​ເວ​ລາໃຫ້ ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງ​
ສະຫະລັດ ຈົນ​ຮອດ ວັນ​ທີ 3 ສິງຫາສຳ​ຫລັບ​ຈັດການ​ກັບ​ພວກ​ທີ່​ຖືກ​ກັກ​ຕົວເຫຼົ່າ​ນັ້ນ.
ນອກ​ນັ້ນ ທ່ານ​ນາງ​ຍັງ​ໄດ້​ໃຫ້​ເວລາ ກະຊວງ​ຍຸດຕິ​ທຳ 90 ມື້ ​ເພື່ອ​ໃຫ້​ຄຳ​ຕອບ​ວ່າ ​
ເປັນ​ຫຍັງ ຕົນຈຶ່ງ​ຈະ​ບໍ່​ຄວນ​ປະຕິບັດ​ຕາມ​ການ​ລົງ​ຄວາມ​ເຫັນ​ຂອງ​ທ່ານ​ນາງ.

XS
SM
MD
LG