ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ພິພາກສາ ສຫລ ອະນຸຍາດ ໃຫ້ບັງຄັບ ປ້ອນອາຫານ ແກ່ນັກໂທດ


ພວກນັກໂທດ ທີ່ອ່າວ Quantanomo ປະເທດຄິວບາ
ພວກນັກໂທດ ທີ່ອ່າວ Quantanomo ປະເທດຄິວບາ
ຜູ້​ພິພາກສາ ສະຫະລັດຄົນ​ນຶ່ງ ​ໄດ້​ອະນຸ​ຍາດ​ໃຫ້ທະຫານ
​ເລີ້ມລົງມື​ປ້ອນອາຫານ ​ແບບບັງຄັບໃຫ້ນັກ​ໂທດ​ຄົນ​ນຶ່ງ​
ກິນ ທີ່​ຄ້າຍອ່າວ Quantanamo ​ແຕ່​ກໍໄດ້​ຮຽກ ຮ້ອງໃຫ້​
ເຈົ້າ​ໜ້າ​ທີ່​ ຊອກ​ຫາ​ວິທີ​ທາງ​ໃໝ່.

ຜູ້ພິພາກສາປະຈຳ​ເຂດ ທ່ານ​ນາງ Gladys Kesseler
​ໄດ້ຍົກເລີກການ​ຫ້າມ​ຊົ່ວຄາວ ຕໍ່ການ​ບັງຄັບ​ປ້ອນ​ອາຫານ
​ໃຫ້ນັກ​ໂທດ​ຊີ​ເຣຍ ທ້າວ Abu Wa’el Dhiab ​ໂດຍ​ກ່າວ​ວ່າ
“ອາດເປັນ​ໄປ​ໄດ້​” ທີ່​ຜູ້ກ່ຽວອາດ​ຈະ​ຕາຍ ຖ້າ​ຫາກ​ບໍ່​ເອົາ​ອາ
ຫານ​ໃຫ້ລາວ​ກິນ.

ຜູ້​ພິພາກສາກ່າວ​ວ່າ​ ທ່ານປະ​ເຊີ​ນໜ້າ​ກັບ “ຄວາມ​ບໍ່ສະບາຍໃຈ” ​ໃນ​ທາງ​ເລືອກ​ເພື່ອ
ເລີ້ມ​ຄຳ​ສັ່ງ​ໃໝ່​ ໃນການ​ຢຸດ​ການ​ປະຕິບັດ ທີ່​ສ່ຽງ​ຕໍ່​ການ​ຕາຍ​ຂອງ​ນັກ​ໂທດ ຫລືອະນຸ
ຍາດ​ປ້ອນອາຫານແບບບັງຄັບໃຫ້ລາວກິນ ໃນຄວາມເປັນໄປໄດ້ຕໍ່ອັນ​ທີ່​ ທ່ານ​ນາງ​
ຮ້ອງ​ວ່າ “​ເປັນ​ການ​ເຈັບ​ປວດ​ ​ແລະ​ທໍລະມານຢ່າງ​ໃຫຍ່.”

ບັນດາ​ທະນາຍຄວາມຂອງທ້າ​ວ Dhiab ​ໄດ້​ໂຕ້​ຖຽງ​ວ່າ ການ​ໃຊ້​ວິທີ​ປ້ອນອາ ຫານ
ແບບບັງຄັບໃຫ້ ທີ່​ຮວມ​ທັງ​ການ​ຈັບກຸມຮ່າງກາຍຂອງ​ນັກ​ໂທດ ​ແລະ​ສອດ​ທໍ່​ເຂົ້າ​ໄປ​
ທາງ​ຮູດັງ​ນັ້ນ​ເປັນ​ການ​ກະທຳທີ່ບໍ່ຖືກຕ້ອງ​ແລະ​ຜິດ​ກົດໝາຍ. ​ເຂົາ​ເຈົ້າ​ກ່າວ​ວ່າ ນັກ​
ໂທດ ພໍ​ໃຈ​ທີ່​ຈະ​ຖືກປ້ອນອາຫານ​ຢູ່​ໂຮງໝໍ ​ຖ້າ​ຫາກ​ວ່າລາວ​ສາມາດ​ຫລີກ​ລ້ຽງຈາ​ກ
ວິທີ​ເຈັບ​ປວດໃນປັດຈຸບັນ.

ທຳນຽບຫ້າ​ແຈກ່າວ​ວ່າ ຕົນພຽງ​ແຕ່​ປ້ອນອາຫານ ໃຫ້ພວກນັກ​ໂທດ​ຕ້ານທີ່ບໍ່ຢາກກິນ
ກໍເພື່ອ​ເຮັດ​ໃຫ້ ເຂົາ​ເຈົ້າມີ​ຊີວິດ​ຢູ່ລອດເທົ່ານັ້ນ.

ບັນດາ​ນັກ​ໂທດ ຢູ່ຄ້າຍ​ອ່າວ Quantanamo ຂອງສະຫະລັດ ໃນປະ​ເທດ​ຄິວ​ບາໄດ້​
ເລີ້ມ​ພາກັນ​ປະ​ທ້ວງອົດ​ອາຫານ​ຄັ້ງ​ໃຫຍ່ໃນ​ປີ​ກາຍ​ນີ້. ທະຫານ​ໄດ້ປ້ອນອາຫານແບບ​
ບັງຄັບ​ໃຫ້​ແກ່​ພວກນັກໂທດ​ທີ່​ປະ​ທ້ວງ.

ນັກ​ໂທດ​ສ່ວນໃຫຍ່ທີີ່ຄ້າຍອ່າວ Quantanomo ​ໄດ້​ຖືກ​ຈັບ​ຢູ່​ໃນ​ສົງຄາມ ຕໍ່ຕ້ານພວກ
ກໍ່​ການ​ຮ້າຍຂອງສະຫະລັດ ຫລັງ​ຈາກພວກກໍ່ການຮ້າຍໂຈມ​ຕີ​ໃນ​ວັນ​ທີ 11 ​ເດືອນ​ກັນ
ຍາ ປີ 2001.

XS
SM
MD
LG